ນາຍົກລັດຖະມົນຕີ ສປປ ລາວ ແລະ ສສ ຫວຽດນາມ ຊີ້ນຳ ແລະ ຊຸກຍູ້ ການລົງທຶນ ລາວ-ຫວຽດນາມ

by | Oct 12, 2026 | ຂ່າວສານ & ກິດຈະກຳ

ໃນຕອນບ່າຍ ຂອງ ວັນທີ 08 ຕຸລາ 2026, ຄະນະກໍາມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ສົມທົບກັບ ຄະນະກຳມະການຮ່ວມມືລາວ-ຫວຽດ, ກະຊວງການເງິນ ສສ ຫວຽດນາມ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ໄດ້ຈັດກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ເເລະ ພາກທຸລະກິດ ຈໍານວນປະມານ 500 ທ່ານ. ກອງປະຊຸມ ໄດ້ຮັບກຽດຢ່າງສູງເປັນປະທານຮ່ວມ ໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ພະນະທ່ານ ເລ ມິງ ຮື, ນາຍົກລັດຖະມົນຕີ ເເຫ່ງ ສສ ຫວຽດນາມ.

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ ຖືເປັນເວທີແຫ່ງການເສີມຂະຫຍາຍສາຍພົວພັນ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໂດຍສະເພາະແມ່ນການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 65 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ, ແລະ ປະກອບສ່ວນໃຫ້ແກ່ການກະກຽມການ ສະຫຼອງວັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2027 ທີ່ຈະມາເຖິງນີ້ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ສົມກຽດ.

ໃນໂອກາດນີ້, ພະນະທ່ານ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ຢືນຢັນຕໍ່ກອງປະຊຸມວ່າ: ລັດຖະບານ ສປປ ລາວ ໄດ້ຖືສຳຄັນການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ແລະ ໃຫ້ບູລິມະສິດສູງສຸດຕໍ່ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ການລົງທຶນໃຫ້ດີຂຶ້ນ, ອັນພົ້ນເດັ່ນ ແມ່ນໄດ້ສ້າງຕັ້ງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອເປັນເສນທິການໃຫ້ແກ່ລັດຖະບານໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕາມທິດລວມສູນ ແລະ ປະຕູດຽວ ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານ ນາຍົກລັດຖະມົນຕີ. ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຍ້ອງຍໍຊົມເຊີຍ ວິສາຫະກິດ ລາວ ແລະ ຫວຽດນາມ ທີໄດ້ປະກອບສ່ວນສຳຄັນ ໃນການລົງທຶນເຂົ້າໃນບັນດາຂະແໜງການບູລິມະສິດ ເຮັດໃຫ້ມູນຄ່າການລົງທຶນຂອງພາກເອກະຊົນສາມາດບັນລຸເກີນແຜນທີ່ກຳນົດໄວ້ ແລະ ສະເພາະ 9 ເດືອນ ປີ 2026 ລັດຖະບານໄດ້ອະນຸມັດການລົງທຶນໃນກິດຈະການຄວບຄຸມ ແລະ ສໍາປະທານ 45 ໂຄງການ, ມູນຄ່າອະນຸມັດ 8.57 ຕື້ໂດລາສະຫະລັດ, ໃນນັ້ນການລົງທຶນຂອງ ສສ ຫວຽດນາມ ມີມູນຄ່າຫຼາຍກວ່າໝູ່ (4.7 ຕື້ ໂດລາສະຫະລັດ).

ເພື່ອໃຫ້ການຮ່ວມມື ເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງ ຊາດ ລາວ-ຫວຽດນາມ ສົມຄູ່ກັບການພົວພັນຮ່ວມມືທາງດ້ານການເມືອງ, ພະນະທ່ານ ເລ ມີງ ຮື, ນາຍົກລັດຖະມົນຕີ ເເຫ່ງ ສສ ຫວຽດນາມ ໄດ້ ຮຽກຮ້ອງໃຫ້ວິສາຫະກິດຫວຽດນາມ ຂະຫຍາຍການລົງທຶນຢູ່ໃນ ສປປ ລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະໃນບັນດາຂະແໜງການບູລິມະສິດ ທີ່ 2 ລັດຖະບານຊຸກຍູ້ສົ່ງເສີມ ເປັນຕົ້ນ ຂະແໜງກະສິກຳທີນຳໃຊ້ເຕັກໂນໂລຊີສູງ, ການປຸງແຕ່ງແຮ່ທາດ, ພະລັງງານສະອາດ, ທະນາຄານ-ການເງີນ, ໂລຈິດສະຕິກ, ການທ້ອງທ່ຽວ ແລະ ການຫັນເປັນດີຈີຕອນ; ແລະ ເຊີນຊວນ ວິສາຫະກິດລາວ ໃຫ້ສຶກສາກາລະໂອກາດ ໃນການເຂົ້າມາລົງທຶນຢູ່ ຫວຽດນາມໃຫ້ຫຼາຍຂຶ້ນ.

ໃນວາລະສຸດທ້າຍຂອງ ກອງປະຊຸມ, ໄດ້ມີພິທີມອບ-ຮັບ ແລະ ແລກປ່ຽນ ເອກະສານວຽກງານລົງທຶນທັງໝົດ 17 ລາຍການ ເຊິ່ງເປັນສັນຍາລັກອັນເປັນຮູບປະທຳໃຫ້ແກ່ການເສີມຂະຫຍາຍການຮ່ວມມືດ້ານການລົງທຶນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.

ຄລິກເພື່ອຂະຫຍາຍ: