ເນື່ອງໃນໂອກາດທີ່ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມ ກອງປະຊຸມ ອະນາຄົດຂອງ ອາຊຽນ ຄັ້ງທີ 31 (Nikkei Forum 31st Future of Asia) ໃນລະຫວ່າງວັນທີ 10-12 ມິຖຸນາ 2026 ທີ່ ນະຄອນຫຼວງໂຕກຽວ, ປະເທດ ຍີ່ປຸ່ນ. ຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ໃນນາມເປັນກອງເລຂາກະກຽມຮອບດ້ານໃຫ້ເເກ່ການຈັດກອງປະຊຸມ ທຸລະກິດ ລາວ-ຍີ່ປຸ່ນ ໃນຄັ້ງນີ້, ໄດ້ຮ່ວມກັບ ພາກລັດ-ພາກທຸລະກິດຂອງ ລາວ-ຍີ່ປຸ່ນ ຈັດກອງປະຊຸມຂື້ນ ໃນເວລາ 17:00 ຂອງວັນທີ 11 ມິຖຸນາ 2026 ໂດຍມີການນຳຂັ້ນສູງ ເເລະ ນັກທຸລະກິດ ຝ່າຍ ລາວ-ຍີ່ປຸ່ນ ເຂົ້າຮ່ວມ ຢ່າງພ້ອມພຽງຮຽງໜ້າ.

ກອງປະຊຸມໃນຄັ້ງນີ້, ເປັນກຽດກ່າວມີຄຳເຫັນເປີດກອງປະຊຸມຢ່າງເປັນທາງການໂດຍ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍທ່ານໄດ້ກ່າວວ່າ: ກອງປະຊຸມໃນມື້ນີ້ ເປັນການຢືນຢັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ 2 ປະເທດ ລາວ-ຍີ່ປຸ່ນ ຊຶ່ງໃນປີ 2026 ນີ້ ໄດ້ບັນຈົບຄົບຮອບມາເຖິງ 71 ປີ ແຫ່ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ເຊິ່ງເຫັນໄດ້ຈາກ ສປປ ລາວ ແລະ ຍີ່ປຸ່ນ ໄດ້ມີການຮ່ວມມື ທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຢ່າງຕໍ່ເນື່ອງ ໃນໄລຍະຜ່ານມາ, ເປັນຕົ້ນໃນຂອບການຮ່ວມມື 2 ຝ່າຍ ເເລະ ຫຼາຍຝ່າຍ. ຈາກກົນໄກການຮ່ວມມືໃນຂອບຕ່າງໆ ເຫຼົ່ານີ້ ໄດ້ເປັນພື້ນຖານອັນສຳຄັນໃຫ້ແກ່ ການສົ່ງເສີມ ແລະ ປົກປ້ອງໃຫ້ນັກລົງທຶນ ລາວ ແລະ ຍີ່ປຸ່ນ ສາມາດ ລົງທຶນ ດ້ວຍຄວາມໝັ້ນໃຈ, ເຊິ່ງສະເເດງອອກໃຫ້ເຫັນວ່າ ການລົງທຶນຂອງ ນັກທຸລະກິດ ຍີ່ປຸ່ນ ນັບເເຕ່ ສປປ ລາວ ເປີດຮັບເອົາການລົງທຶນຈາກພາຍນອກ ຈົນຮອດປັດຈຸບັນ ໃນກິດຈະການຄວບຄຸມ ແລະ ສໍາປະທານ ມີຈໍານວນ 91 ໂຄງການ ມີມູນຄ່າການລົງທຶນທັງໝົດ 134 ລ້ານກວ່າ ໂດລາສະຫະລັດ, ຈັດຢູ່ອັນດັບ 14 ຂອງການລົງທຶນຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ແລະ ເຫັນວ່າການລົງທຶນຂອງຍີ່ປຸ່ນ ແມ່ນມີຄຸນນະພາບສູງ.

ໃນໂອກາດດັ່ງກ່າວນີ້, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ໄດ້ເປັນກຽດຂຶ້ນນຳສະເໜີ ກາລະໂອກາດໃນການລົງທຶນຢູ່ ສປປ ລາວ ເຊິ່ງໄດ້ລົງເລິກໃຫ້ບັນດາ ນັກທຸລະກິດ ຍີ່ປຸ່ນ ເຫັນເຖິງສະພາບການລົງທຶນຢູ່ ສປປ ລາວ ໃນປັດຈຸບັນ ເເລະ ບົດບາດ ການຄ້າ-ການລົງທຶນ ເເລະ ການເຊື່ອມໂຍງ-ເຊື່ອມຈອດຂອງ ສປປ ລາວ ຜ່ານທາງລົດໂຟ ລາວ-ຈີນ ທີ່ນັບມື້ນັບມີຄວາມສະດວກສະບາຍ ເເລະ ສາມາດຍົກສູງນະໂຍບາຍເຊື່ອມໂຍງ ເເລະ ເຊື່ອມຈອດກັບ ພາກພື້ນ ເເລະ ສາກົນ ໃຫ້ນັບມື້ນັບສູງຂຶ້ນ.

ທ່ານ ຮອງລັດຖະມົນຕີ, ຍັງໄດ້ຖືໂອກາດນຳສະເໜີໃຫ້ ນັກລົງທຶນ ຍີ່ປຸ່ນ ເຫັນວ່າ: ນອກຈາກໄດ້ປັບປຸງກົດໝາຍສົ່ງເສີມການລົງທຶນ ເເລະ ດຳລັດວ່າດ້ວຍນິຄົມອຸດສາຫະກຳເເລ້ວ, ລັດຖະບານຍັງໄດ້ອອກດຳລັດວ່າດ້ວຍ ການສ້າງຕັ້ງຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນຂັ້ນສູນກາງຂຶ້ນໃນກາງປີ 2025 ຊຶ່ງການສ້າງຕັ້ງຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນຂັ້ນສູນກາງນີ້, ເເມ່ນເພື່ອເເນ່ໃສ່ ເຮັດໃຫ້ວຽກງານສົ່ງເສີມ ເເລະ ຄຸ້ມຄອງການລົງທຶນພາກເອກະຊົນ ພາຍໃນ ເເລະ ຕ່າງປະເທດ ໃຫ້ລວມສູນ ເເລະ ມີຄວາມເປັນເອກະພາບສູງ, ມີຄວາມກະທັດຮັດຫຼຸດຂອດຂັ້ນລົງ, ເຮັດໃຫ້ການລົງທຶນມີປະສິດທິພາບ ເເລະ ປະສິດທິຜົນ ສູງຂຶ້ນ, ມີຄວາມທັນສະໄຫມ ເເລະ ໂປ່ງໃສ ສາມາດກວດສອບໄດ້ ເເນ່ໃສ່ການສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ເເກ່ການລົງທຶນພາຍໃນ ເເເລະ ຕ່າງປະເທດ ເພື່ອໃຫ້ເປັນການລົງທຶນທີ່ມີປະສິດທິພາບ ເເລະ ນັບມື້ນັບເພີ່ມຂຶ້ນ ຕາມທິດສີຂຽວ ເເລະ ຍືນຍົງເຊິ່ງ ຫ້ອງການ ຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ເເມ່ນມີຄວາມພ້ອມທີ່ຈະອຳນວຍຄວາມສະດວກ ແລະ ຮ່ວມເຮັດວຽກຮ່ວມກັບ ນັກລົງທຶນຈາກ ປະເທດ ຍີ່ປຸ່ນ ເພື່ອເຮັດໃຫ້ການລົງທຶນຂອງທ່ານ ຢູ່ໃນ ສປປ ລາວ ປະສົບຜົນສຳເລັດຕາມລະດັບຄາດໝາຍ.



