ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2026, ທີ່ຫ້ອງຮັບເເຂກ ຫ້ອງວ່າການປົກຄອງເມືອງ Kalgoorie, ປະເທດ ອົດສະຕາລີ, ທ່ານ ປອ ວັນທະນາ ນໍລິທາ, ກຳມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການ ຄລທ ນຳພາ ຄະນະຜູ້ຕາງໜ້າຈາກກະຊວງການເງິນ, ສະພາເເຫ່ງຊາດ, ກະຊວງອຸດສາຫະກຳ ເເລະ ການຄ້າ, ສະຖານທູດ ອົດສະຕາລີ ປະຈຳ ສປປ ລາວ ເເລະ ອົງການ UNESCAP ເຂົ້າພົບປະ 2 ຝ່າຍກັບທ່ານ ທາເລນ ວິນເນີ້ (Terrence Winner), ຮອງເຈົ້າເມືອງ ຄາວກໍລີ (Kalgoorie) ພ້ອມດ້ວຍຄະນະ.

ໃນໂອກາດພົບປະດັ່ງກ່າວ, ທ່ານຮອງເຈົ້າເມືອງໄດ້ນຳສະເໜີ ສະພາບການພັດທະນາຂອງເມືອງ ທີຕັ້ງຢູ່ຂ້າງບັນດາໂຄງການແຮ່ທາດຂະໜາດໃຫຍ່ ເຊິ່ງໄດ້ເລີ່ມພັດທະນາຂະແໜງບໍ່ແຮ່ແຕ່ ຊຸມປີ 1890 ຈົນຮອດ ປັດຈຸບັນ ເຊິ່ງເຫັນໄດ້ວ່າ ການພັດທະນາຂອງ ເມືອງ ໄດ້ຂະຫຍາຍຕົວໄປຄຽງຄູ່ກັບການພັດທະນາຂອງຂະແໜງບໍ່ແຮ່ ເຊິ່ງເປັນຂະແໜງການຕົ້ນຕໍ ສຳລັບການສ້າງລາຍຮັບ, ສ້າງວຽກເຮັດງານທຳ ແລະ ການພັດທະນາຊຸມຊົນ. ໃນໂອກາດດຽວກັນນັ້ນ, ທ່ານຫົວໜ້າຫ້ອງການ ແລະ ຂະແໜງການກ່ຽວຂ້ອງ ໄດ້ເເລກປ່ຽນບົດຮຽນ ໃນບັນດາທິດທາງ ເເລະ ເເຜນການ ໃນການພັດທະນາ ເເລະ ຄຸ້ມຄອງ ໂຄງການລົງທຶນເເຮ່ທາດ ຢູ່ ສປປ ລາວ.

ພາຍຫຼັງທີ່ສຳເລັດການເຄື່ອນໄຫວໃນຕອນເຊົ້າ, ຄະນະໄດ້ ສືບຕໍ່ທັດສະນະສຶກສາຢູ່ ບໍ່ຄຳເເບບເປີດ ທີ່ມີຊື່ວ່າ “Super Pit” ເຊິ່ງແມ່ນບໍ່ຄຳເເບບເເບບເປີດທີ່ໃຫຍ່ທີ່ສຸດໃນໂລກ.
ພ້ອມນັ້ນ, ຄະນະໄດ້ ພົບປະ 2 ຝ່າຍ ເພື່ອເເລກປ່ຽນບົດຮຽນກັບ ສະພາການຄ້າ ເເລະ ອຸດສາຫະກຳ (KBCCI) ຂອງເມືອງໃນນາມທີ່ເປັນຂົວຕໍ່ລະຫວ່າງ ພາກລັດ ເເລະ ພາກທຸລະກິດ ໃນການດຶງດູດການລົງທຶນ ເເລະ ທິດທາງໃນການພັດທະນາຊຸມຊົນໃຫ້ເປັນມິດຕໍ່ສິ່ງເເວດລ້ອມ ເເລະ ຍືນຍົງ.


