ໃນລະຫວ່າງວັນທີ 23-24 ມິຖຸນາ 2026 ທີ່ ຫ້ອງປະຊຸມຂອງ ສູນວາງສະເເດງ ເເລະ ສູນປະຊຸມຂອງ ເມືອງ ເພີດ, ປະເທດ ອົດສະຕາລີ (Perth Convention and Exhibition Centre PCEC), ທ່ານ ປອ ວັນທະນາ ນໍລິທາ, ກຳມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ພ້ອມດ້ວຍ ຄະນະ ສືບຕໍ່ເຄື່ອນໄຫວ ເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍ ເເຮ່ເຫຼັກ ເເລະ ບໍ່ເເຮ່ ເເບບເປີດ ປະຈຳປີ 2026 (The Iron Ore Conference and Open Pit Operators Conference 2026) ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 800 ຄົນ ຈາກທົ່ວໂລກ ເເລະ ມີການນຳສະເໜີຈາກບັນດາຜູ້ບັນລະຍາຍຫຼາຍກວ່າ 120 ຄັ້ງໃນ 17 ຫົວຂໍ້ດ້ານວິຊາການຈາກບັນດາບໍລິສັດເເຖວໜ້າ ເປັນຕົ້ນເເມ່ນ BHP, Rio Tinto, BlueScope Steel, Fortescue ເເລະ ອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານຫົວໜ້າຫ້ອງການ ບໍ່ພຽງເເຕ່ເຂົ້າຮ່ວມໃນເເຕ່ລະວາລະທີ່ສຳຄັນ ໂດຍສະເພາະເເມ່ນວາລະທີ່ຕິດພັນກັບ ການຈັດການເລື່ອງບໍ່ເເຮ່ເເບບເປີດຂອງເມືອງ ເພີດ (Perth), ການຄຸ້ມຄອງພະນັກງານໃນຂະເເໜງເເຮ່ທາດ, ການຍົກສູງໃນມາດຕະການໆປ່ອຍອາຍພິດເຮືອນເເກ້ວ, ກົນລະຍຸດເເຮ່ທາດຂອງເເຕ່ລະບໍລິສັດເເຖວໜ້າໃນຍຸກທີ່ເເຮ່ທາດມີມູນຄ່າສູງໃນຕະຫຼາດໂລກ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນຂະເເໜງບໍ່ເເຮ່, ການຄຸ້ມຄອງບັນດາໂຄງການ ເເລະ ອື່ນໆ, ເເຕ່ຍັງໄດ້ນຳພາຄະນະພົບປະກັບຜູ້ປະກອບການເເຖວໜ້າຂອງ ປະເທດ ອົດສະຕາລີ ເພື່ອເເລກປ່ຽນບົດຮຽນ ເເລະ ມຸມມອງ ໃນນາມລະຫວ່າງ ພາກລັກ ເເລະ ພາກເອກະຊົນ. ການນັດພົບປະກັບນັກລົງທຶນແມ່ນຖືເອົາບັນຊີແຂກຜູ້ເຂົ້າຮ່ວມງານດັ່ງກ່າວ ເພາະຖືເປັນການກັ່ນຕອງຜູ້ລົງທຶນທີ່ມີປະຫວັດການດຳເນີນທຸລະກິດ, ມີຕົວຕົນ ແລະ ເຫັນໄດ້ເຖິງສັກກະຍະພາບ ຜ່ານການວາງສະແດງສິນຄ້າໃນບູດຂອງບໍລິສັດ.

ການພົບປະກັບບໍລິສັດຕົວຈິງແມ່ນໄດ້ມີການນຳສະເໜີສະພາບ ແລະ ທ່າແຮງການລົງທຶນໃນຂະແໜງບໍ່ແຮ່ (value proposition) ແລະ ແລກປ່ຽນເຖິງຄວາມຕ້ອງການຂອງບໍລິສັດໃນການຂະຫຍາຍທຸລະກິດ ແລະ ລົງທຶນຢູ່ຕ່າງປະເທດ ໂດຍສະເພາະທີ່ ສປປ ລາວ. ເຫັນໄດ້ວ່າ, ເຕັກໂນໂລຊີ ໃນການຫັນປ່ຽນ ເເລະ ຍົກລະດັບຂະເເໜງບໍ່ເເຮ່ ໃຫ້ມີທິດສີຂຽວ ເເລະ ຍືນຍົງ ໄດ້ມີບົດບາດສຳຄັນໃນກອງປະຊຸມສຸດຍອດການຂຸດຄົ້ນບໍ່ແຮ່ທີ່ເມືອງ ເພີດ (Perth) ໃນຄັ້ງນີ້.

