ໃນວັນທີ 20 ພຶດສະພາ 2026, ທີ່ ຫ້ອງການຄະນະສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈຳການ ພ້ອມດ້ວຍຄະນະນຳຫ້ອງການ ເເລະ ພະເເນກກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ ຊານນີ ແຄມເບວ, ຫົວໜ້າຫ້ອງການ ເອດີບີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.
ໃນໂອກາດການພົບປະ, ທັງ 2 ຝ່າຍໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນ ໃນການຮ່ວມມືທີ່ຜ່ານມາ ນັບຕັ້ງເເຕ່ ອະດີດ ກະຊວງເເຜນການ ເເລະ ການລົງທຶນ ເປັນຕົ້ນມາ ໂດຍສະເພາະ ການສະໜັບສະໜູນຂອງ ADB ຕໍ່ການພັດທະນາເສດຖະກິດ-ສັງຄົມ, ຂະເເໜງຊີວະພາບນາໆພັນ, ລະບົບພື້ນຖານໂຄ່ງລ່າງ, ການຂົນສົ່ງໂລຈິດສຕິກ, ພະລັງງານທົດເເທນເເບບເປັນມິດຕໍ່ສິ່ງເເວດລ້ອມ, ການພັດທະນາກະສິກຳສະອາດ ເເລະ ອື່ນໆ.

ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈຳການ ຍັງໄດ້ລະບຸວ່າ ສປປ ລາວ ເປັນປະເທດໜຶ່ງທີ່ມີຊັບພະຍາກອນທຳມະຊາດທີ່ ເເລະ ມີທ່າເເຮງສູງ ໃນການດຶງດູດການລົງທຶນ, ໂດຍສະເພາະ ນະໂຍບາຍເຊື່ອມໂຍງເຊື່ອມຈອດຂອງ ພັກ-ລັດ ຕໍ່ ປະເທດເພື່ອນມິດອ້ອມຂ້າງ ເເລະ ສາກົນ ເເມ່ນນັບມື້ນັບໄດ້ຮັບການຍົກລະດັບທີ່ສູງຂຶ້ນ. ສະນັ້ນ, ເພື່ອຮອງຮັບເອົາການລົງທຶນຈາກສາກົນຂະໜາດໃຫຍ່ທີ່ຈະເຂົ້າມາ ສປປ ລາວ, ທ່ານໄດ້ສະເໜີສືບຕໍ່ຮັບເອົາການຊ່ວຍເຫຼືອຈາກ ADB ເຂົ້າເປັນເເຜນການຮ່ວມມືຍຸດທະສາດ ລະຫວ່າງ ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ເເລະ ADB ພ້ອມຄູ່ຮ່ວມ ໃນຕໍ່ໜ້າ ເປັນຕົ້ນເເມ່ນ ການສ້າງຂີດຄວາມສາມາດໃຫ້ບຸກຄະລາກອນ, ການໂຄສະນາທີ່ຖືກເປົ້າໝາຍ ເເລະ ເປັນມືອາຊີບ, ການຍົກລະດັບສື່ທາງການອອນລາຍໃຫ້ມີຄຸນນະພາບ, ການພັດທະນາລະບົບຖານຂໍ້ມູນທີ່ຊັດເຈນ ເເລະ ອື່ນໆ ເຊິ່ງກໍ່ໄດ້ຮັບການເຫັນດີເປັນເອກະພາບໃນການຊ່ວຍເຫຼືອຈາກ ທ່ານຫົວໜ້າຫ້ອງການ ເອດີບີ ປະຈຳ ສປປ ລາວ.


