ໃນວັນທີ 23 ມິຖຸນາ 2026, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ (ຄລທ), ຜູ້ປະຈໍາການ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຈາກອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະຈໍາ ສປປ ລາວ ນໍາໂດຍ ທ່ານ ຄິຄຸຈິ ຢາຊຸຊິ ຫົວໜ້າ JETRO ປະຈໍາ ສປປ ລາວ (ຜູ້ເກົ່າ) ແລະ ທ່ານ ຄະວະໂນະ ມິຊຶຮິໂຣະ ຫົວໜ້າ JETRO ປະຈໍາ ສປປ ລາວ (ຜູ້ໃໝ່) ພ້ອມຄະນະ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ພອນວັນ ອຸທະວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ ທ່ານ ຄິຄຸຈິ ຢາຊຸຊິ ທີ່ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າຕະຫຼອດໄລຍະ 5 ປີຜ່ານມາ ແລະ ປະກອບສ່ວນສໍາຄັນໃນການສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ. ພ້ອມກັນນັ້ນ, ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຄະວະໂນະ ມິຊຶຮິໂຣະ ໃນໂອກາດເຂົ້າຮັບຕໍາແໜ່ງໃໝ່ ແລະ ຢືນຢັນຄວາມພ້ອມຂອງ ຄລທ ໃນການຮ່ວມມືຢ່າງໃກ້ຊິດກັບ JETRO ເພື່ອສືບຕໍ່ສົ່ງເສີມການຄ້າ, ການລົງທຶນ ແລະ ການພັດທະນາຂະແໜງການທີ່ມີທ່າແຮງຂອງ ສປປ ລາວ.

ທັງສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບການປັບປຸງສະພາບແວດລ້ອມການລົງທຶນ, ການດຶງດູດນັກລົງທຶນຍີ່ປຸ່ນເຂົ້າມາລົງທຶນໃນ ສປປ ລາວ ໂດຍສະເພາະໃນຂະແໜງການກະສິກໍາ, ການຜະລິດ, ພະລັງງານສະອາດ, ໂລຈິສຕິກ ແລະ ເສດຖະກິດດິຈິຕອນ ຊຶ່ງເປັນຂະແໜງການສໍາຄັນຕາມທິດທາງການພັດທະນາ ແລະ ຍຸດທະສາດການດຶງດູດການລົງທຶນຂອງ ສປປ ລາວ.
ໃນໂອກາດດຽວກັນ, ຄະນະ JETRO ໄດ້ສະແດງຄວາມຂອບໃຈຕໍ່ ຄລທ ທີ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງດີຕະຫຼອດມາ ພ້ອມທັງຢືນຢັນຄວາມມຸ່ງໝັ້ນທີ່ຈະສືບຕໍ່ເປັນຂົວຕໍ່ສໍາຄັນໃນການເຊື່ອມໂຍງພາກທຸລະກິດຍີ່ປຸ່ນ ແລະ ລາວ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນສອງຝ່າຍໃຫ້ຂະຫຍາຍຕົວຫຼາຍຂຶ້ນໃນອະນາຄົດ.


