ທ່ານຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈໍາການ ພ້ອມດ້ວຍ ພະເເນກກ່ຽວຂ້ອງ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ

by | May 19, 2026 | ຂ່າວສານ & ກິດຈະກຳ

ນະຄອນຫຼວງວຽງຈັນ, ວັນທີ 18 ພຶດສະພາ 2026, ທີ່ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຫລທ), ທ່ານນາງ ພອນວັນ, ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ຜູ້ປະຈໍາການ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານນາງ ຟ່າງຫົງ (FANG HONG), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນເພື່ອສະແດງຄວມຍິນດີຊົມເຊີຍ ທີ່ໄດ້ຮັບຖືກແຕ່ງຕັ້ງດຳລົງຕໍາແໜ່ງໃໝ່ ຂອງທ່ານນາງ ພອນວັນ ອຸທະວົງ, ທີ່ຖືກເແຕ່ງຕັ້ງເປັນຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ.

ໃນໂອກາດນີ້ ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈໍາການ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຂໍຂອບໃຈຕໍ່ ທ່ານນາງ ຟ່າງຫົງ ພ້ອມດ້ວນຄະນະ ທີ່ໄດ້ມາຢ້ຽມຢາມອວຍພອນ ເນື່ອງໃນໂອກາດທີ່ໄດ້ມາດຳລົງຕໍາແໜ່ງໃໝ່ອັນຊົງກຽດ ທີ່ແຫ່ງນີ້, ພ້ອມທັງໄດ້ແລກປ່ຽນສະພາບການລົງທຶນ ຂອງທຸລະກິດ ສປ ຈີນ ທີ່ມາລົງທຶນຢູ່ ສປປ ລາວ ໃນໄລຍະຜ່ານມາ. ນອກນີ້, ຍັງໄດ້ລາຍງານກ່ຽວກັບການຮ່ວມມື ກັບພາກສ່ວນກ່ຽວຂ້ອງ ຂອງ ສປ ຈີນ ໂດຍສະເພາະ ໄດ້ມີການແລກປ່ຽນຢ້ຽມຢາມລະຫວ່າງການນໍາຂັ້ນສູງ; ແລກປ່ຽນບົດຮຽນຢ່າງເປັນປົກກະຕິ ແລະ ມີການສະໜັງສະໜູນເຊິ່ງກັນ ແລະ ກັນ.

ໃນການເຂົ້າຢ້ຽມຂໍ່ານັບໃນຄັັງນີ້, ທ່ານນາງ ຟ່າງຫົງ ໄດ້ສະແດງຄວາມຍິນດີຕໍ່ ທ່ານຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈໍາການ ໃນການມາດຳລົງຕໍາແໜ່ງໃໝ່ໃນຄັ້ງນີ້, ພ້ອມທັງຢືນຢືນສະໜັບສະໜູນ ການສ້າງເສດຖະກິດເອກະລາດເປັນເຈົ້າຕົ້ນເອງ, ການປັບສະພາບແວດລ້ອມການລົງທຶນ ຂອງຝ່າຍລາວ ເພື່ອສົ່ງເສີມໃຫ້ທຸລະກິດທີ່ມີທ່າແຮງເຂົ້າມາລົງທຶນ, ສືບຕໍ່ດືງດູດຊຸກຍູ້ ທຸລະກິດຈີນ ທີ່ມີທ່າແຮງເຂົ້າມາລົງທຶນໃຫ້ຫຼາກຫຼາຍ, ຊຸກຍູ້ການລົງທຶນ ສປ ຈີນ ທີ່ດຳເນີນທຸລະກິດ ຢູ່ ສປປ ລາວ ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍ ຄູ່ຮ່ວມສະຕາກຳ ລາວ-ຈີນ. ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈໍາການ ໄດ້ຕີລະຄາສູງຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ເຊິ່ງເປັນການຮ່ວມມືແບບຍຸດທະສາດ, ທີ່ມີມູນເຊື້ອສາຍພົວພັນມິດຕະພາບອັຍແໜ້ນແກ່ນ ມາແຕ່ຍາວນານ. ຫວັງຢ່າງຍິ່ງວ່າ ສະຖານທູດ ກໍ່ຄື ລັດຖະບານ ສປ ຈີນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ກໍ່ຄື ຊ່ວຍຊຸກຍູ້ວຽກງານໂຄສະນາດຶງດູດການລົງທຶນ ໃນຕໍ່ໜ້າ.