ໃນຕອນເຊົ້າ ວັນທີ 20 ຕຸລາ 2026, ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສົມທົບກັບ ສະມາຄົມແລກປ່ຽນອຸດສາຫະກຳ ແລະ ວັດທະນະທຳ ເກົາຫຼີ–ລາວ (KLICEA), ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະຖາບັນພັດທະນາວິສາຫະກິດ ເອເນີຈີ ວັລເລ (EVEDI) ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດ ລາວ–ສ.ເກົາຫຼີ ຄັ້ງທີ 2 ທີ່ ໂຮງແຮມ ຮໍລິເດອິນ ແອນ ສະວີດ, ນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຂອງສອງປະເທດ ຈຳນວນປະມານ 200 ທ່ານ.
ກອງປະຊຸມຄັ້ງນີ້ ເປັນການສືບຕໍ່ຈາກກອງປະຊຸມຄັ້ງທີ 1 ທີ່ຈັດຂຶ້ນຢູ່ ສ.ເກົາຫຼີ ໃນປີຜ່ານມາ ເພື່ອເສີມຂະຫຍາຍການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ. ກອງປະຊຸມເປີດໂອກາດໃຫ້ບັນດາພາກສ່ວນໄດ້ແລກປ່ຽນຂໍ້ມູນ, ສຶກສາທ່າແຮງ ແລະ ຊອກຫາຄູ່ຮ່ວມທຸລະກິດ ໂດຍສະເພາະໃນຂະແໜງພະລັງງານສະອາດ, ກະສິກຳທັນສະໄໝ ແລະ ອຸດສາຫະກຳ ຄຽງຄູ່ກັບການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ.
ໃນໂອກາດນີ້, ທ່ານ ປອ ວັນທະນາ ນໍລິນທາ, ກຳມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການຮ່ວມມືໃນການຈັດກອງປະຊຸມ ພ້ອມຢືນຢັນວ່າ ລັດຖະບານ ສປປ ລາວ ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ ຜ່ານກົນໄກລວມສູນ ແລະ ປະຕູດຽວ ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານ ນາຍົກລັດຖະມົນຕີ ຄຽງຄູ່ກັບການກະກຽມພັດທະນາລະບົບຄຸ້ມຄອງດິຈິຕອນ. ທ່ານລະບຸວ່າ ສ.ເກົາຫຼີ ເປັນຜູ້ລົງທຶນອັນດັບທີ 5 ຈາກ 53 ປະເທດ ດ້ວຍມູນຄ່າລວມປະມານ 1.6 ຕື້ໂດລາສະຫະລັດ ໃນຂະແໜງພະລັງງານໄຟຟ້າ, ບໍ່ແຮ່, ບໍລິການ ແລະ ກະສິກຳ ແລະ ເຊື່ອໝັ້ນວ່າ ກອງປະຊຸມຈະຊ່ວຍຂະຫຍາຍການຮ່ວມມືຂອງສອງຝ່າຍໃຫ້ເກີດຜົນເປັນຮູບປະທຳ.
ຕໍ່ມາ, ທ່ານ ຊອຍ ຊຶງແຈ (Choi Seung-jae), ຮອງລັດຖະມົນຕີ ສ.ເກົາຫຼີ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ສຳລັບການຕ້ອນຮັບອັນອົບອຸ່ນ ແລະ ໂອກາດເຂົ້າຮ່ວມກອງປະຊຸມ. ທ່ານໄດ້ສະແດງຄວາມຍິນດີທີ່ໄດ້ພົບປະແລກປ່ຽນກັບຝ່າຍລາວ ແລະ ຫວັງວ່າ ສອງຝ່າຍຈະສືບຕໍ່ຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຜົນປະໂຫຍດຮ່ວມກັນ.
ພ້ອມນີ້, ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເນັ້ນໜັກເຖິງ 3 ບູລິມະສິດຂອງການຮ່ວມມື ຄື: ການພັດທະນາພະລັງງານທົດແທນ, ການຍົກລະດັບວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການແລກປ່ຽນລະຫວ່າງປະຊາຊົນ ແລະ ວັດທະນະທຳ. ທ່ານໄດ້ຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ການພັດທະນາຜະລິດຕະພັນ ແລະ ມາດຕະຖານຄຸນນະພາບ ເພື່ອເພີ່ມໂອກາດໃຫ້ສິນຄ້າລາວເຂົ້າເຖິງຕະຫຼາດເກົາຫຼີ ແລະ ສາກົນ ພ້ອມຢືນຢັນຄວາມພ້ອມຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນການເຊື່ອມໂຍງພາກທຸລະກິດຂອງສອງປະເທດ.
ທ່ານ ຢູນ ບິງ ແທ (Yoon Byung-tae), ເຈົ້າຄອງນະຄອນນາຈູ, ສ.ເກົາຫຼີ ໄດ້ກ່າວຍ້ອງຍໍຄຸນນະພາບແຮງງານລາວທີ່ເຮັດວຽກຢູ່ ສ.ເກົາຫຼີ ແລະ ຂອບໃຈຝ່າຍລາວທີ່ເປີດໂອກາດໃຫ້ໄດ້ມາສຶກສາ ແລະ ຊອກຫາໂອກາດຮ່ວມມືໃນ ສປປ ລາວ. ທ່ານໄດ້ສະແດງຄວາມສົນໃຈເປັນພິເສດຕໍ່ຂະແໜງພະລັງງານ ແລະ ຫວັງວ່າ ການພົບປະຄັ້ງນີ້ຈະນຳໄປສູ່ການຮ່ວມມືທີ່ເປັນຮູບປະທຳ.
ທ່ານ ແຊມ ແມງ (Sam Maeng), ປະທານສະມາຄົມແລກປ່ຽນອຸດສາຫະກຳ ແລະ ວັດທະນະທຳ ເກົາຫຼີ–ລາວ (KLICEA), ໄດ້ຢືນຢັນຈະສືບຕໍ່ສົ່ງເສີມການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງປະເທດຢ່າງຕໍ່ເນື່ອງໃນທຸກໆປີ ໂດຍຈັດກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດ ໂດຍຮ່ວມເປັນເຈົ້າພາບກັບຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (IPMC) ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI).
ພາຍຫຼັງພິທີເປີດ, ກອງປະຊຸມໄດ້ຮັບຟັງການນຳສະເໜີໂຄງການສາທິດລະບົບໄຟຟ້າຂະໜາດນ້ອຍ (Microgrid) ທີ່ເໝາະສົມກັບສະພາບທ້ອງຖິ່ນ. ຈາກນັ້ນ, ຜູ້ຕາງໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ນຳສະເໜີນະໂຍບາຍສົ່ງເສີມ ແລະ ກາລະໂອກາດການລົງທຶນໃນ ສປປ ລາວ ຕໍ່ດ້ວຍການນຳສະເໜີທ່າແຮງ ແລະ ກາລະໂອກາດການລົງທຶນຂອງແຂວງຈຳປາສັກ ໂດຍຜູ້ຕາງໜ້າຈາກແຂວງ.
ນອກນີ້, ໄດ້ມີພິທີເເລກປ່ຽນບົດບັນທຶກຄວາມເຂົ້າໃຈ (MOU) ທັງໝົດ 7 ສະບັບ ຄື: 1) ບໍລິສັດ Hyundai Solar-Tech ກັບ ລັດວິສາຫະກິດໄຟຟ້າລາວ ດ້ານການສາທິດປະສິດທິພາບພະລັງງານ; 2) ນະຄອນນາຈູ ກັບ ແຂວງສະຫວັນນະເຂດ ດ້ານພະລັງງານ, ເຂດອຸດສາຫະກຳ ແລະ ການທ່ອງທ່ຽວ; 3) ສະມາຄົມແລກປ່ຽນອຸດສາຫະກຳ ແລະ ວັດທະນະທຳ ເກົາຫຼີ–ລາວ ກັບ ແຂວງຈຳປາສັກ ດ້ານການສ້າງຕັ້ງຄູ່ຮ່ວມຍຸດທະສາດ; 4) ສະມາຄົມແລກປ່ຽນດ້ານອຸດສາຫະກຳ ແລະ ວັດທະນະທຳ ເກົາຫຼີ–ລາວ ກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ດ້ານການລົງທຶນ ແລະ ພັດທະນາບຸກຄະລາກອນ; 5) ສະມາຄົມແລກປ່ຽນດ້ານອຸດສາຫະກຳ ແລະ ວັດທະນະທຳ ເກົາຫຼີ–ລາວ ກັບ ການພັດທະນາເຂດອຸດສາຫະກຳວຽງຈັນ ດ້ານການພັດທະນານິຄົມອຸດສາຫະກຳແບບເກົາຫຼີ; 6) ບໍລິສັດ AK Power ກັບ Graphion Energy Solutions ດ້ານທຸລະກິດພະລັງງານ; ແລະ 7) ບໍລິສັດ Solar Dream ກັບ ເຂດອຸດສາຫະກຳ ແລະ ການຄ້າ ວຽງຈັນ–ໂນນທອງ ດ້ານພະລັງງານສີຂຽວ.
ໃນພາກບ່າຍ ມີການນຳສະເໜີຂອງບັນດາບໍລິສັດ ແລະ ການແລກປ່ຽນກ່ຽວກັບພະລັງງານສະອາດ, ກະສິກຳອັດສະລິຍະ, ການພັດທະນາເຂດອຸດສາຫະກຳ, ທັກສະແຮງງານ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນ. ໃນວາລະສຸດທ້າຍ ກອງປະຊຸມໄດ້ເປີດໂອກາດໃຫ້ມີການພົບປະປຶກສາຫາລືລະຫວ່າງພາກທຸລະກິດ ແລະ ພາກລັດ (B2G) ເພື່ອຊອກຫາໂອກາດ ແລະ ກຳນົດແນວທາງການຮ່ວມມືຕໍ່ໄປ.

