ຄລທ ສະຫຼຸບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

by | Aug 12, 2026 | ຂ່າວສານ & ກິດຈະກຳ

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມ ວຽກງານສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ ທົ່ວປະເທດ ຄັ້ງທີ I ໃນວັນທີ 11-12 ສິງຫາ 2026 ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.

ກອງປະຊຸມມື້ທີ່ 1 ໄດ້ດຳເນີນໂດຍການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການ ລັດຖະບານ, ປະທານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນ ແລະ ມີບັນດາ ທ່ານລັດຖະມົນຕີ, ທ່ານປະທານຄະນະກຳມະການປົກຄອງ ນະຄອນຫຼວງ ແລະ ບັນດາ ແຂວງ, ທ່ານ ຮອງລັດຖະມົນຕີ, ພະນັກງານຫຼັກແຫຼ່ງ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມໂດຍມີຜູ້ເຂົ້າຮ່ວມ ທັງໝົດຈຳນວນ 272 ຄົນ, ພາກລັດຂັ້ນສູນກາງ 120 ທ່ານ, ພາກລັດຂັ້ນທ້ອງຖີ່ນ 32 ທ່ານ.

ໃນໂອກາດກ່າວເປີດກອງປະຊຸມ ທ່ານ ປະທານ ໄດ້ເນັ້ນໜັກວ່າ: ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ຕີລາຄາ ສູງຕໍ່ບົດບາດຂອງ ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເຊິ່ງ ນັບແຕ່ລັດຖະບານ ໄດ້ເປີດກວ້າງຕໍ່ ການລົງ ທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ, ລັດຖະບານ ໄດ້ມີການປັບປຸງນິຕິກຳ ແລະ ນະໂຍບາຍ ເພື່ອໃຫ້ສອດ ຄ່ອງກັບເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນແຕ່ລະໄລຍະ ເພື່ອແນໃສ່ເຮັດໃຫ້ການລົງ ທຶນຂອງ ພາກເອກະຊົນ ປະກອບດ້ານວິຊາການ ແລະ ແຫຼ່ງທຶນສຳຄັນ ແລະ ສາມາດດຶງດູດການລົງທຶນ ໄດ້ຢ່າງຕໍ່ເນື່ອງ ເພື່ອປະ ກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ. ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະ ເທດ ນັບແຕ່ປີ 1989 ຮອດປະຈຸບັນ ບັນລຸ 5,394 ໂຄງການ, ມູນຄ່າ 65.5 ຕຶ້ໂດລາສະຫະລັດ. ໃນນັ້ນການ ລົງທຶນພາຍໃນ ສະເພາະໃນກິດຈະການຄວບຄຸມ ແລະ ສຳປະທານນັບ ກວມເອົາ ປະມານ 23% ຂອງການອະນຸມັດການລົງ ທຶນທັງໝົດ. ຜູ້ລົງທຶນຕ່າງ ປະເທດທີ່ ເຂົ້າມາລົງທຶນຫຼາຍກວ່າ ໝູ່ ແມ່ນ ມາຈາກ ສປ ຈີນ (970 ໂຄງການ ມູນຄ່າ 15 ຕື້ ໂດລາສະຫະລັດ), ຮອງລົງມາແມ່ນ ສສ ຫວຽດນາມ (441 ໂຄງການ ມູນຄ່າ 12.7 ຕື້ ໂດລາສະຫະລັດ) ແລະ ຣາຊາອາ ນາຈັກໄທ (686 ໂຄງການ ມູນຄ່າ 6.9 ຕື້ ໂດລາສະຫະລັດ). ສະເພາະໃນ 7 ເດືອນຕົ້ນປີ 2026 ໄດ້ອະນຸມັດການລົງ ທຶນໃນກິດຈະການສໍາປະທານ ແລະ ບັນຊີກິດຈະການຄວບຄຸມ ທັງໝົດ 34 ໂຄງການ ມູນຄ່າ 8.5 ຕື້ໂດລາສະຫະລັດ ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2025 ເຫັນວ່າເພີ່ມຂື້ນ 68% ແລະ ການນໍາເຂົ້າທຶນຕົວຈິງບັນລຸ 1 ຕື້ກວ່າ ໂດລາສະຫະລັດ.

ກອງປະຊຸມໄດ້ຮັບຟັງການລາຍງານ 2 ເອກະສານ ຄື: 1) ສະຫຼຸບວຽກງານ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ; ແລະ 2) ສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງ ຄລທ ໃນໄລຍະ 1 ປີຜ່ານມາ ແລະ ປະເມີນ ການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນ ໄຫວ ຂອງ ຄະນະກຳມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025. ຫຼັງຈາກນັ້ນ ກອງປະຊຸມໄດ້ເປີດ ໂອກາດໃຫ້ມີການປະກອບຄໍາເຫັນຂອງ ບັນດາພາກສ່ວນກ່ຽວຂ້ອງຈຳນວນ 10 ພາກສ່ວນໃນຫົວຂໍ້ສະເພາະຕິດພັນກັບ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ການ ປະກອບຄໍາເຫັນແບບເປິດກວ້າງເພີ່ມເຕີມອີກ 9 ພາກສ່ວນ.
ກອງປະຊຸມໄດ້ຢັ້ງຢືນວ່າ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ມີບົດບາດສຳຄັນຫຼາຍ ໃນ ການປະກອບແຫຼ່ງທຶນໃຫ້ແກ່ການພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ, ໄດ້ປະກອບສ່ວນສຳຄັນໃຫ້ແກ່ ການສ້າງວຽກເຮັດງານທຳ, ການຖ່າຍທອດເຕັກໂນໂລຊີ, ການພັດທະນາພື້ນຖານໂຄງລ່າງ ແລະ ການຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນເປັນກ້າວໆມາ. ຄຽງຄູ່ກັບຜົນສຳເລັດ, ກອງປະຊຸມໄດ້ລົງເລິກຕີລາຄາຈຸດອ່ອນ ແລະ ຂໍ້ຄົງຄ້າງຕິດ ພັນກັບຂອດການພິຈາລະນາອະນຸມັດການລົງທຶນ, ການຄຸ້ມຄອງການລົງທຶນ ແລະ ການສົ່ງເສີມການລົງທຶນ ທີ່ຈະຕ້ອງ ໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນ:

  1. ການລົງທຶນເຖິງແມ່ນວ່າມີມູນຄ່າສູງ ແຕ່ຄຸນນະພາບຂອງການລົງທຶນຕໍ່າ ເຊິ່ງ ຜ່ານມາໄດ້ເນັ້ນ ການອະນມັດໂຄງ ການ, ແຕ່ຂອດການ ຄຸ້ມຄອງຍັງເຮັດບໍ່ໄດ້ດີ. ການລົງທຶນສ່ວນຫຼາຍເປັນການຂຸດຄົ້ນຊັບພະຍາກອນທຳມະຊາດ, ການສ້າງມູນຄ່າເພີ່ມບໍ່ສູງ, ແລະ ບາງໂຄງການມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມຢ່າງຫຼວງຫຼາຍ.
  2. ກົນໄກການພິຈາລະນາອະນຸມັດການລົງທຶນ ຍັງໃຊ້ເວລາຫຼາຍ, ຂັ້ນຕອນການປະສານງານລະຫວ່າງກະຊວງ ຍັງຫຼາຍຂັ້ນຫຼາຍຂອດ, ມີສະພາບເອກະສານຄ້າງຄາຈໍານວນຫຼາຍ ແລະ ເຮັດໃຫ້ນັກລົງທຶນທີ່ມີຄຸນນະພາບ ໝົດຄວາມເຊື່ອໝັ້ນ.
  3. ກົດໝາຍຫຼາຍສະບັບຍັງມີເນື້ອໃນຂັດແຍ່ງກັນ. ການແບ່ງສິດອຳນາດລະຫວ່າງສູນກາງ ແລະ ທ້ອງຖິ່ນບໍ່ຈະແຈ້ງ ເຮັດໃຫ້ເກີດການທັບຊ້ອນພື້ນທີ່ໂຄງການ.
  4. ການຄຸ້ມຄອງ, ຕິດຕາມ, ກວດກາໂຄງການສຳປະທານຕ່າງໆ ທີ່ໄດ້ຮັບອະນຸຍາດໄປແລ້ວ ຍັງບໍ່ທັນເຂັ້ມງວດ. ມາດຕະການລົງໂທດ ແລະ ປັບໃໝຕໍ່ຜູ້ລະເມີດສັນຍາຍັງບໍ່ເດັດຂາດ.
  5. ຂາດລະບົບຖານຂໍ້ມູນທີ່ລວມສູນ, ການເຮັດວຽກຍັງກະແຈກກະຈາຍ, ສູນກາງ ແລະ ທ້ອງຖິ່ນບໍ່ມີ ຂໍ້ມູນເຊື່ອມ ໂຍງກັນ ເຮັດໃຫ້ການຕິດຕາມລາຍຮັບ ແລະ ຄວາມຄືບໜ້າໂຄງການບໍ່ມີປະສິດທິພາບ.
  6. ສະພາບການຈັດຕັ້ງປະຕິບັດການຊົດເຊີຍທາງດ້ານເນື້ອທີ່ດິນ ໃນການພັດທະນາ ໂຄງການ ສໍາປະທານ ເຫັນວ່າ ຍັງມີຄວາມຫຍຸ້ງຍາກ ແລະ ຊັກຊ້າ, ໂດຍສະເພາະການໄກ່ເກ່ຍທາງ ດ້ານທີ່ດິນ ກັບຜູ້ທີ່ຖືກ ຜົນກະທົບຈາກ ໂຄງການ.
  7. ການໂຄສະນາດຶງດູດການລົງທຶນ ຍັງບໍ່ຢູ່ໃນທ່າບຸກເທົ່າທີ່ຄວນ, ງົບປະມານ ແລະ ເຄື່ອງມືຍັງບໍ່ຄົບຖ້ວນ;
  8. ການປະຕິບັດວຽກງານນະໂຍບາຍສົ່ງເສີມການລົງທຶນ ໂດຍສະເພາະການອະນຸມັດແຜນນໍາເຂົ້າ Master list ປະຈໍາປີ ຍັງເຮັດບໍ່ໄດ້ດີ ໂດຍສະເພາະ ການຢັ້ງຢືນ ດ້ານປະລິມານ ການນໍາເຂົ້າ ວັດຖຸປະກອນ ແລະ ພາຫະນະ ທີ່ຢູ່ ໃນແຜນ ຍັງບໍ່ສອດຄ່ອງ ກັບບົດວິພາກເສດຖະກິດ-ເຕັກນິກ ເທົ່າທີຄວນ (ສ່ວນຫຼາຍຢັ້ງຢືນຕາມການສະເໜີຂອງ ໂຄງການ) ແລະ ການຕິດຕາມກວດກາ ການນໍາໃຊ້ຕົວຈິງຍັງເຮັດບໍ່ໄດ້ຫຼາຍ, ບາງກໍລະນີເຮັດໃຫ້ມີຊ່ອງຫວ່າງນໍ້າ ໃຊ້ຢ່າງບໍ່ຖືກຕ້ອງ.

ຜ່ານການປຶກສາຫາລື, ກອງປະຊຸມໄດ້ມີຄວາມເປັນເອກະພາບດັ່ງນີ້:

  1. ທຸກກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ-ບັນດາແຂວງ ສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນໃນການຍູ້ແຮງ ການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍ ກົງຈາກຕ່າງປະເທດໃຫ້ ບັນລຸຕາມຄາດໝາຍຂອງ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X (2026-2030). ການພັດທະນາຕ້ອງ ນໍາໃຊ້ທ່າແຮງບົມຊ້ອນທາງດ້ານຊັບພະຍາກອນທີ່ມີຂອງປະເທດ ໃຫ້ເກີດ ຜົນປະໂຫຍດສູງສຸດ ຕາມທິດ ສີຂຽວ ແລະ ຍືນຍົງ ດ້ວຍການຊຸກຍູ້ ສົ່ງເສີມຄົ້ນຄວ້າ ການໃຫ້ນະໂຍບາຍ ແລະ ສ້າງກົນໄກທີ່ ເອື້ອອໍານວຍ ໃຫ້ມີການພັດທະນາຂອງ ບັນດາຫົວໜ່ວຍທຸລະກິດຂອງພາຍໃນ ໃຫ້ສາມາດແຂ່ງຂັນ ໄດ້ໂດຍສອດຄ່ອງກັບທິດທາງການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ.
  2. ເລັ່ງປັບປຸງກົດໝາຍສົ່ງເສີມການລົງທຶນສະບັບປີ 2024, ກົດໝາຍທີກ່ຽວຂ້ອງ ແລະ ນິຕິກຳລຸ່ມກົດ ໝາຍ ໃຫ້ມີຄວາມສອດຄ່ອງ ແລະ ກົມກຽວກັນ.
  3. ກອງປະຊຸມເອກະພາບຕໍ່ບົດລາຍງານກັບຜົນການປະເມີນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການ ຈັດຕັ້ງ ແລະ ເຄື່ອນໄຫວ ຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025 ແລະ ເຫັນດີໃຫ້ສະເໜີ ປັບປຸງດໍາລັດ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025 ເພື່ອໃຫ້ກົງຈັກ ດ້ານລັດໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ສອດຄ່ອງກັບກົງຈັກດ້ານພັກ, ເພື່ອສາມາດຕອບສະໜອງຄວາມ ຮຽກຮ້ອງຕອ້ງ ການຂອງການປະຕິບັດໜ້າທີ່ການເມືອງໃນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທືນ ໃນໄລຍະໄໝ່ຢ່າງມີປະ ສິດທິພາບ.
  4. ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເປັນໃຈກາງໃນການປະສານສົມ ທົບກັບບັນດາພາກສ່ວນ ກ່ຽວຂ້ອງໃນການປັບປຸງກົນໄກການຄົ້ນຄວ້າ ແລະ ພິຈາລະນາອະນຸມັດການລົງທຶນ ໃຫ້ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ ແລະ ຫັນເປັນທັນສະໄໝ ຢ່າງເປັນຮູບປະທຳ ໂດຍເພີ່ມທະວີຄວມສະດວກ, ຄວາມວ່ອງໄວ, ແລະ ຄວາມໂປ່ງໃສ ເພື່ອຄັດເລືອກເອົາຜູ້ລົງທຶນທີ່ມີຄຸນນະພາບ. ໃນນັ້ນ, ໃຫ້ລວມສູນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໂດຍສະ ເພາະກິດຈະການຄວບຄຸມ ແລະ ສຳປະທານ ແລະ ການເຊັນ ບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາລົງທຶນ ຢູ່ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕາມທິດຊີ້ນຳຂອງລັດຖະບານ ຕາມແຈ້ງການ ຂອງ ຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີ ສະບັບເລກທີ 564/ຫສນຍ, ລົງວັນທີ 05 ພຶດສະພາ 2026.
  5. ທຸກພາກສ່ວນຕ້ອງ ຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າ ຕໍ່ການສະເໜີຂໍລົງທຶນ ຕາມມາດຖານເງື່ອນໄຂ ແລະ ການສະໜອງຂໍ້ມູນທາງດ້ານເຕັກນິກ ທີ່ຄົບຖ້ວນ, ຊັດເຈນ, ວອ່ງໄວ, ທັນຕາມກຳນົດເວລາ ແລະ ມີຄວາມເອກະພາບພາຍໃນຂະແໜງການຕາມສາຍຕັ້ງຂອງຕົນ. ສິ່ງສຳຄັນແມ່ນຕ້ອງຄົ້ນຄວ້າມາດຖານການ ລົງທຶນໃຫ້ລະອຽດ ແລະ ຄົບຖ້ວນ ສຳລັບທຸກກິດຈະການ ແລ້ວຄັດເລືອກ ຜູ້ລົງທຶນຕາມມາດຖານດັ່ງກ່າວ ໂດຍສ້າງການຫັນປ່ຽນຈາກ ການລົງທຶນທີ່ເນັ້ນປະລິມານ ໄປສູ່ຄຸນນະພາບ, ການລົງທືນທີຫຼຸດຜ່ອນການເພິ່ງພາ ການນໍາໃຊ້ຊັບພະຍາກອນທໍາມະຊາດ, ສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ລັດຖະບານ, ສ້າງມູນຄ່າເພີ່ມ ແລະ ຫັນການຄັດເລືອກໄປສູ່ລະບົບການແຂ່ງຂັນເປີດກວ້າງຫຼາຍຂຶ້ນ.
  6. ໃຫ້ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສົມທົບກັບ ຫ້ອງວ່າການສຳນັກງານ ນາຍົກລັດ ຖະມົນຕີ ແລະ ທຸກພາກສ່ວນ ໃນການຄົ້ນຄວ້າສ້າງຖານຂໍ້ມູນການລົງທຶນເອກະຊົນແຫ່ງຊາດ ໂດຍລວມສູນ ແລະ ເຊື່ອມຈອດບັນດາຖານຂໍ້ມູນການລົງທຶນ, ຖານຂໍ້ມູນດ້ານພື້ນທີ່ ແລະ ຂໍ້ມູນດ້ານ ພັນທະຕ່າງໆ ເຂົ້າ ນຳກັນ ເພື່ອປ້ອງກັນບັນຫາການອະນຸມັດທັບຊ້ອນ ແລະ ຫຼຸດຜ່ອນໄລຍະເວລາ ແລະ ຕັດຂອດ ຂັ້ນໃນການ ກວດຂໍ້ມູນ ພື້ນທີ່ກ່ອນອະນຸມັດ ແລະ ເຮັດໃຫ້ການຄຸ້ມຄອງມີປະສິດທິຜົນສູງ.
  7. ໃຫ້ທຸກພາກສ່ວນ ເພີ່ມທະວີການຄຸ້ມຄອງໂຄງການການລົງທຶນຢ່າງເປັນລະບົບ ໂດຍການປັບປຸງເຄື່ອງມື ແລະ ກົນໄກການຕິດຕາມກວດກາໃຫ້ເຂັ້ມແຂງ ແລະ ເຂັ້ມງວດ, ມີມາດຕະການແຈ້ງ ເຕືອນ, ປັບໄໝ ແລະ ຖອນ ໃບອະນຸຍາດຢ່າງເຂັ້ມງວດ ແລະ ເດັດຂາດ ໂດຍບໍ່ມີການຍົກເວັ້ນໃດໆ ໂດຍສະເພາະຕໍ່ໂຄງການທີ່ສ້າງ ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ຮ້າຍແຮງ ແຕ່ບໍ່ມີການແກ້ໄຂທີ່ສົມເຫດສົມຜົນ, ໂຄງການ ທີ່ຄ້າງມອບພັນທະທາງການເງິນ ແລະ ໂຄງການທີ່ຊັກຊ້າແກ່ຍາວໃນການພັດທະນາ. ການປະຕິບັດ ມາດຕະ ການຕ້ອງອີງໃສ່ ກົດໝາຍ, ລະບຽບການ ແລະ ສັນຍາ ຢ່າງເຂັ້ມງວດ.
  8. ໃຫ້ປະເມີນນະໂຍບາຍ ດ້ານພາສີ-ອາກອນ ໃນແຕ່ລະໄລຍະ ເພື່ອຮັບປະກັນຄວາມ ສາມາດໃນການແຂ່ງຂັນ ຂອງບັນດາຫົວໜ່ວຍວິສາຫະກິດພາຍໃນ ແລະ ການສ້າງຖານລາຍຮັບແບບຍືນຍົງ ໄປຄວບຄູ່ກັບການຕິດຕາມ-ກວດກາ ບັນດາບໍລິສັດທີ່ໄດ້ຮັບນະໂຍບາຍ ຍົກເວັ້ນພາສີ-ອາກອນ ເພື່ອໃຫ້ນໍາໃຊ້ ຢ່າງມີປະສິດທິຜົນ ແລະ ສອດຄ່ອງ ແລະ ບໍ່ໃຫ້ມີຊ່ອງຫວ່າງໃນການສວຍໃຊ້ນະໂຍບາຍໃນທາງທີ່ ບໍ່ຖືກຕ້ອງ. ພ້ອມນັ້ນ, ໃຫ້ຫຼຸດຜ່ອນ ແລະ ກ້າວໄປສູ່ການຫຼີກລ້ຽງການໃຫ້ນະໂຍບາຍຜ່ອນຜັນຍົກເວັ້ນການປະຕິບັດບາງມາດຕາຂອງ ກົດໝາຍ ເພື່ອ ເປັນການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ.
  9. ໃຫ້ເພີ່ມທະວີການໂຄສະນາ, ປະຊາສຳພັນ ແລະ ເຜີຍແຜ່ຂໍ້ມູນໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ແບບທ່າບຸກ, ໃນນັ້ນ ບັນດາກະຊວງ, ອົງການ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ-ບັນດາແຂວງ ຕ້ອງລົງທຶນໃສ່ການສ້າງບັນຊີຮຽກການລົງທຶນ ໃຫ້ສອດຄ່ອງກັບບຸລິມະສິດ ໃນການພັດທະນາຂອງແຕ່ລະທ້ອງ ຖິ່ນຂອງຕົນ ເພື່ອນຳໃຊ້ເຂົ້າໃນການດຶງດູດການລົງທຶນຕາມທິດຫັນສູ່ຄຸນນະພາບ ແລະ ມີຈຸດສຸມ ຍືນຍົງ.
  10. ໃຫ້ຂະແໜງການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ສຸມໃສ່ການສໍາຫຼວດ ແລະ ສ້າງແຜນພັດທະນາພື້ນທີ່ ແບບຮອບດ້ານ ໂດຍການຈັດສັນປະເພດດິນຂອງລັດໃຫ້ສອດຄ່ອງ ແລະ ແທດເໝາະ ຕາມແຕ່ລະປະເພດກິດຈະ ການລົງທຶນ ແລະ ສ້າງເປັນຖານຂໍ້ມູນລະດັບຊາດ ເພື່ອໃຫ້ທຸກຂະແໜງ ການກ່ຽວຂ້ອງ ສາມາດເຂົ້າເຖີງ ແລະ ນຳໃຊ້ໄດ້ ຢ່າງເປັນເອກະພາບ ໃນການພິຈາລະນາອະນຸມັດ ການລົງທຶນ, ຫຼີກລ້ຽງການອະນຸຍາດໂຄງການທີ່ມີ ການທັບຊ້ອນກັນຄືຜ່ານມາ.

ກົດຮູບພາບເພື່ອຂະຫຍາຍ: