ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ LAOS – HONG KONG BUSINESS FORUM 2026 ວັນທີ 11 ກັນຍາ 2026, ເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ

by | Sep 17, 2026 | ຂ່າວສານ & ກິດຈະກຳ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ຜູ້ປະຈໍາການ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ນຳພາຄະນະທາງການ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 (LAOS – HONG KONG BUSINESS FORUM 2026) ພາຍໃຕ້ຫົວຂໍ້ “ການເຕີບໂຕສີຂຽວ: ກາລະໂອກາດສໍາລັບການຮ່ວມມືຍຸດທະສາດ ລາວ-ຮົງກົງ (The Green Growth: Opportunities for LAOS-HONG KONG Strategic Cooperation)” ເຊິ່ງຈັດຂຶ້ນເປັນກິດຈະກໍາປິ່ນອ້ອມ ກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 11 (Belt and Road Summit) ທີ່ ເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ. ກອງປະຊຸມຄັ້ງນີ້ ຍັງເປັນກິດຈະກໍາພິເສດໜຶ່ງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 65 ປີ (25/04/1961-25/04/2026) ແລະ ປີມິດຕະພາບ ລາວ-ຈີນ 2026.

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອ ເຜີຍແຜ່ນະໂຍບາຍການສົ່ງເສີມການລົງທຶນ ແລະ ທ່າແຮງ ຂອງ ສປປ ລາວ ພ້ອມທັງສ້າງເງື່ອນໄຂໃຫ້ແກ່ພາກທຸລະກິດ ຂອງ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງ ຂອງ ສປ ຈີນ ໄດ້ ຮັດແໜ້ນການຮ່ວມມືດ້ານການຄ້າ, ການລົງທຶນ, ການບໍລິການດ້ານການເງິນ ແລະ ທະນາຄານ, ພະລັງງານສະອາດ ແລະ ຂົງເຂດອື່ນໆ.

ກອງປະຊຸມພາກທຸລະກິດຄັ້ງນີ້ ຖືເປັນກິດຈະກໍາ ຄັ້ງປະຖົມມະລຶກ ລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ, ເຊິ່ງໄດ້ມີການລົງນາມ ແລະ ແລະ ແລກປ່ຽນເອກະສານຮ່ວມມືຕ່າງໆ ຈຳນວນ 3 ສະບັບຄື: ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ແລະ China International Capital Corporation-CICC; ບົດບັນທຶກການຮ່ວມມື ລະຫວ່າງ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກັບ ຫ້ອງການທະນາຄານຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນ; ແລະ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສຶກສາຄວາມເປັນໄປໄດ້ ໃນການຮ່ວມມືກັນພັດທະນາລະບົບກັກເກັບພະລັງງານດ້ວຍແບັດເຕີຣີ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບ ບໍລິສັດ Zhenzhen Yichu Smart Energy Group Co.,Ltd.

ກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ, ມີໄມຕີຈິດ ແລະ ປະສົບຜົນສໍາເລັດຕາມຄາດໝາຍ, ໂດຍມີຜູ້ຕາງໜ້າຈາກ ບັນດາບໍລິສັດຊັ້ນນໍາຂອງຮົງກົງ ແລະ ບາງແຂວງໃກ້ຄຽງຂອງ ສປ ຈີນ, ແລະ ບັນດາບໍລິສັດຊັ້ນນໍາຂອງ ສປປ ລາວ ເຂົ້າຮ່ວມ ແລະ ມີຜູ້ເຂົ້າຮ່ວມທັງໝົດ ຫຼາຍກວ່າ 120 ທ່ານ.

ຄລິກເພື່ອຂະຫຍາຍ: