ໜານໜິງ, ກວາງຊີ, ສປ ຈີນ — ໃນຕອນບ່າຍຂອງວັນທີ 18 ກັນຍາ 2026, ທີ່ ສູນວາງສະແດງສາກົນໜານໜິງ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ສປ ຈີນ, ໄດ້ມີການຈັດກອງປະຊຸມສົ່ງເສີມການລົງທຶນ ແລະ ການຄ້າ ລາວ-ຈີນ ຂຶ້ນຢ່າງເປັນທາງການ. ກອງປະຊຸມດັ່ງກ່າວ ຈັດຂຶ້ນໂດຍ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງເຊກອງ ແລະ ກອງເລຂາ ຈີນ-ອາຊຽນ.
ກອງປະຊຸມໄດ້ຮັບກຽດຢ່າງສູງຈາກ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເປັນປະທານ ແລະ ກ່າວເປີດກອງປະຊຸມ. ໂດຍມີຜູ້ແທນຂັ້ນສູງເຊັ່ນ: ທ່ານ ນ. ຫຼູ ຊິ່ນໜິງ, ກຳມະການປະຈຳພັກ, ຮອງປະທານອົງການປົກຄອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ; ທ່ານ ນ. ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທ່ານ ນ. ສີສະຫງ່າ ແກ້ວດວງດີ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ຜູ້ປະຈຳການ; ພ້ອມດ້ວຍຄະນະ ແລະ ແຂກຖືກ ເຊີນຈາກພາກທຸລະກິດ ລາວ-ຈີນ ເຂົ້າຮ່ວມທັງໝົດ 120 ທ່ານ.
ກອງປະຊຸມດັ່ງກ່າວຈັດຂຶ້ນ ພາຍໃຕ້ຫົວຂໍ້ “ການນໍາໃຊ້ທ່າແຮງ ທາງດ້ານໂລຈິສຕິກ ຢູ່ ສປປ ລາວ ເພື່ອພັດທະນາຕ່ອງໂສ້ມູນຄ່າເພີ່ມ ດ້ານກະສິກໍາ, ການຜະລິດ ແລະ ອຸດສາຫະກໍາ” ແລະ ທ່າແຮງການລົງທຶນຂອງແຂວງເຊກອງ ເຊິ່ງ ສາມາດເຊື່ອມສານ ແລະ ສອດຄ່ອງກັບບັນຍາກາດຂອງການສະເຫຼີມສະຫຼອງຄົບຮອບ 5 ປີ ຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ ເພື່ອສົ່ງເສີມກາລະໂອກາດຂອງການຍົກລະດັບເຂດການຄ້າເສລີ ອາຊຽນ-ຈີນ ສະບັບທີ 3 ເພື່ອຊີວິດທີ່ດີກວ່າເກົ່າ. ພ້ອມທັງເປັນປີສໍາຄັນໃນການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ.ຈີນ ຄົບຮອບ 65 ປີ ແລະ ທັງເປັນປີມິດຕະພາບລາວ-ຈີນ.
ກອງປະຊຸມສົ່ງເສີມການລົງທຶນ ແລະ ການຄ້າ ລາວ-ຈີນ ໄດ້ເປັນການເສີມສ້າງເຄືອຂ່າຍໃຫ້ແກ່ພາກທຸລະກິດ ຂອງ ສປປ ລາວ, ສປ ຈີນ ແລະ ບັນດາແຂວງໃກ້ຄຽງ ຂອງ ສປ ຈີນ ເພື່ອຮັດແໜ້ນການຮ່ວມມືດ້ານການຄ້າ, ການລົງທຶນ, ການບໍລິການດ້ານການເງິນ ແລະ ທະນາຄານ, ພະລັງງານສະອາດ ແລະ ຂົງເຂດອື່ນໆ ປິ່ນອ້ອມການພັດທະນາເສດຖະກິດ-ສັງຄົມ. ຄຽງຄູ່ກັນນັ້ນ ກໍ່ເປັນການເຜີຍແຜ່ ຂໍ້ມູນສະພາບການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ ກໍຄື ນະໂຍບາຍສົ່ງເສີມການຄ້າ-ການລົງທຶນຂອງ ສປປ ລາວ ໃຫ້ແກ່ພາກທຸລະກິດ ໄດ້ຮັບຮູ້ ແລະ ເຂົ້າໃຈແນໃສ່ດຶງດູດການຄ້າ-ການລົງທຶນຈາກເຂດດັ່ງກ່າວ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຍິ່ງຂຶ້ນ ພ້ອມທັງແລກປ່ຽນບົດຮຽນດ້ານການພັດທະນາພະລັງງານສະອາດ.
ໃນໄລຍະດໍາເນີນກອງປະຊມ, ບັນດານັກທຸລະກິດ ແລະ ຜູ້ແທນທີ່ເຂົ້າຮ່ວມ ໄດ້ຮັບຟັງການນໍາສະເໜີກ່ຽວກັບນະໂຍບາຍສົ່ງເສີມການຄ້າ-ການລົງທຶນ ແລະ ໄດ້ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ກ່ຽວກັບກາລະໂອກາດການລົງທຶນ, ການພັດທະນາເສດຖະກິດ ແລະ ທ່າແຮງການລົງທຶນ ຂອງ ແຂວງເຊກອງ, ການເຊື່ອມໂຍງເຊື່ອມຈອດ ແລະ ກາລະໂອກາດການລົງທຶນ, ການພັດທະນາພະລັງງານສະອາດໃນອະນາຄົດ, ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງປະຊາຄົມຮ່ວມສະຕາກຳ ລາວ-ຈີນ ໂດຍຜ່ານການສະໜັບສະໜູນດ້ານການເງິນ ຢູ່ ສປປ ລາວ ແລະ ໄດ້ຈັດເວທີສົນທະນາ ກ່ຽວກັບ ການສ້າງແລວທາງເສດຖະກິດ ລາວ-ຈີນ ໃນຍຸກໃໝ່ ໄປພ້ອມກັບການສ້າງຄູ່ຮ່ວມມື ລະຫວ່າງ ພາກລັດ ແລະ ພາກທຸລະກິດ. ພ້ອມນີ້, ໃນກອງປະຊຸມດັ່ງກ່າວໄດ້ມີການລົງນາມສັນຍາ ຈໍານວນ 3 ສະບັບຄື:
- ສັນຍາວ່າດ້ວຍການສະໜອງບໍລິການດ້ານການເງິນສະເພາະ ເພື່ອສະໜັບສະໜູນການພັດທະນາຂອງ Service Management Group Co., Ltd. ຕາມແລວທາງລົດໄຟ ລາວ-ຈີນ ລະຫວ່າງ ທະນາຄານ ICBC ສາຂາວຽງຈັນ, ທະນາຄານ ICBC ສາຂາກວາງຊີ ແລະ ບໍລິສັດ Huabaosheng Service Management Group Co., Ltd.”
- ສັນຍາການຮ່ວມມື ແລະ ພັດທະນາອຸດສາຫະກຳທ່ອງທ່ຽວ ລາວ – ຈີນ ລະຫວ່າງ ບໍລິສັດ Inthira group (ລາວ) ແລະ ບໍລິສັດ Guangxi Wangui Investment Co., Ltd;
- ສັນຍາ ການຮ່ວມມືພັດທະນາສິນຄ້າກະສິກຳເພື່ອສົ່ງອອກ ລະຫວ່າງ China-Laos Impression Investment Co., Ltd (ລາວ) ແລະ Nanning Huarui Agricultural Development Co., Ltd.
ບັນດາໂຄງການທີ່ໄດ້ລົງນາມນາມໃນຄັ້ງນີ້ຖືເປັນຂີດໝາຍອັນສຳຄັນໃນການຍົກລະດັບການພົວພັນຮ່ວມaaດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ແລະ ບັນດາແຂວງໃກ້ຄຽງ ໃຫ້ກ້າວເຂົ້າສູ່ຮູບແບບທີ່ແທ້ຈິງ. ກອງປະຊຸມໄດ້ອັດລົງດ້ວຍບັນຍາກາດອັນສ້າງສັນ, ມິດຕະພາບ ແລະ ປະສົບຜົນເລັດຕາມຄາດໝາຍທີ່ວາງໄວ້.

