ກອງປະຊຸມ ສົ່ງເສີມການລົງທຶນ ໃນຂົງເຂດກະສິກໍາ ຢູ່ ສປປ ລາວ ໄດ້ຈັດຂື້ນໃນວັນທີ 22 ຕຸລາ 2026 ທີ່ ນະຄອນຫຼວງວຽງຈັນ ຈັດໂດຍ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ຮ่ວມມືກັບ ສະຖານເອັກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວພາຍໃຕ້ ການເປັນປະທານ ຂອງທ່ານ ໄຊນະຄອນ ອີນທະວົງ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ແລະ ທ່ານ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ, ມີການນຳຂັ້ນສູງຂອງ ສະພາແຫ່ງຊາດ, ຄະນະຜູ້ແທນ ຈາກພາກລັດ ແລະ ເອກະຊົນ ຂອງ 2 ຝ່າຍ ຈຳນວນ 256 ທ່ານເຂົ້າຮ່ວມ; ທັງສອງຝ່າຍມີຄວາມເປັນເອກະພາບກັນ ເຖິງຄວາມສໍາຄັນໃນການຊຸກຍູ້ສົ່ງເສີມ ຂະແໜງກະສິກໍາ ໂດຍສະເພາະການປູກຝັງ ແລະ ການລ້ຽງ ເພື່ອສະໜອງແກ່ຕະຫລາດພາຍໃນ ແລະ ສົ່ງອອກ, ຕະຫຼອດຮອດການສົ່ງເສີມກະສິກຳ ຕິດພັນກັບການທ່ອງທ່ຽວ ທີ່ເປັນຂະແໜງ ທ່າແຮງຂອງ ສອງ ປະເທດ ຕາມທິດຍືນຍົງ ແລະ ສີຂຽວ ໂດຍສະເພາະແມ່ນການສົ່ງເສີມ ກະສິກໍາສະອາດ, ໂດຍສຸມໃສ່ການການຍົກສູງສ້າງມູນຄ່າເພີ່ມ, ນໍາໃຊ້ເຕັກໂນໂລຊີທີ່ເໝາະສົມ.
ໃນໂອກາດດັ່ງກ່າວ ໂດຍ ທ່ານ ນ.ທະວີຈັນ ທ່ຽງເທບວົງສາ, ຮອງຫົວໜ້າຫ້ອງການ ຕາງໜ້າຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຮ່ວມນໍາສະເໜີ ກ່ຽວກັບ ນະໂຍບາຍສົ່ງເສີມການລົງທຶນ ແລະ ຂັ້ນຕອນການລົງທຶນໃນຂະແໜງກະສິກໍາ ຢູ່ໃນ ສປປ ລາວ, ໂດຍໄດ້ຍົກໃຫ້ເຫັນ ທ່າແຮງການລົງທຶນໃນ ຂະແໜງກະສິກໍາ ແລະ ໃນການປູກໄມ້ເສດຖະກິດ, ການລ້ຽງສັດ, ປຸງແຕ່ງອາຫານ ແລະ ອື່ນໆ.
ທ່ານໄດ້ຍົກໃຫ້ເຫັນ ນັບແຕ່ ສປປ ລາວ ເປີດຮັບການລົງທຶນຈາກຕ່າງປະເທດ ໃນປີ 1989 ຈົນຮອດປະຈຸບັນ ໄດ້ອະນຸມັດການລົງທຶນໃຫ້ວິສາຫະກິດ ສສ ຫວຽດນາມ ທັງໝົດ 441 ໂຄງການ, ມີມູນຄ່າອະນຸມັດ 12.7 ຕື້ ໂດລາສະຫະລັດ (ຂະແໜງພະລັງງານໄຟຟ້າ -8.21 ຕື້ ໂດລາສະຫະລັດ, ຂະແໜງບໍລິການ-2 ຕື້ ໂດລາສະຫະລັດ, ຂະແໜງບໍ່ແຮ່-ຫຼາຍກວ່າ 1 ຕື້ ໂດລາສະຫະລັດ ແລະ ກະສິກໍຳ-755 ລ້ານໂດລາສະຫະລັດ. ການລົງທຶນ ຈາກ ສສ ຫວຽດນາມ ໃນປະຈຸບັນແມ່ນຈັດຢູ່ໃນອັນດັບ 2 ຈາກ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ.

