ຄຳເຫັນທ່ານລັດຖະມົນຕີ

ທ່ານ ສອນໄຊ ສີພັນດອນ – ນາຍົກລັດຖະມົນຕີ

ເພື່ອບັນລຸເປົ້າໝາຍການພັດທະນາແບບຍື່ນຍົງ ແລະ ການເຕີບໂຕສີຂຽວ, ລັດຖະບານ ສປປ ລາວໄດ້ວາງແນວທາງສົ່ງເສີມ ແລະ ດຶງດູດການລົງທຶນ ທີ່ມີ ຄຸນນະພາບຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ປະຕິບັດຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016, ນາຍົກລັດຖະມົນຕີ ໄດ້ອອກດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເລກທີ 05/ນຍ, ລົງວັນທີ 05 ມັງກອນ 2018 ແລະ ໄດ້ຈັດຕັ້ງຫ້ອງການບໍລິການ ການລົງທຶນ ປະຕູດຽວຂຶ້ນ ທີ່ກະຊວງແຜນການ ແລະ ການລົງທຶນເພື່ອປັບປຸງບັນຍາກ​າດ​ໃນ​ການ​ດໍາເນີນ​ທຸລະ​ກິດ​ ພາຍ​ໃນ​ປະ​ເທດ​ໃຫ້​ດີ​ຂຶ້ນ. ພ້ອມທັງສ້າງຄວາມອາດສາມາດ ໃຫ້ການ​ຍາດ​ແຍ່ງ ​ແລະ ດຶ​ງດູດ​ເອົາ​​ການ​ລົງທຶນ​ທີ່​ມີ​ຄຸນ​ນະພາ​ບ, ຊຸກຍູ້​ສົ່ງ​ເສີມ ​ແລະ ສ້າງ​ຂີດ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ​ທຸ​ລະ​ກິ​ດພາຍ​ໃນ​ໃຫ້​ສູງ​ຂຶ້ນ, ແນ່ໃສ່ເຮັດໃຫ້ການມາລົງທຶນ ຢູ່ ສປປ ລາວ ໄດ້ຮັບຄວາມສະດວກ ໂປ່ງໃສ ແລະ ວ່ອງໄວຂຶ້ນ. ການລົງທຶນຂອງພາກເອກະຊົນ ໄດ້ປະກອບສ່ວນອັນສຳຄັນຕໍ່ການເຕີບໂຕ ແລະ ການ ພັດທະນາເສດຖະກິດ-ສັງຄົມຂອງປະເທດ, ສາມາດນຳທຶນຮອນ, ເຕັກໂນໂລຊີທີ່ທັນສະໄໝ, ຄວາມຮູ້ວິຊາການ ແລະ ການເຂົ້າເຖິງຕະຫຼາດໃຫຍ່ກວ່າເກົ່າຂອງລາວ. ພ້ອມກັນນັ້ນ, ຫ້ອງການບໍລິການ ການລົງທຶນປະຕູດຽວ ຍັງ ເປັນໜ່ວຍງານບໍລິການ ແລະ ອຳນວຍຄວາມສະດວກຮອບດ້ານໃຫ້ແກ່ຜູ້ລົງທຶນ ດ້ວຍການບໍລິການດ້ານຂໍ້ມູນ ຂ່າວສານ, ຂະບວນການພິຈາລະນາ ແລະ ອະນຸມັດໂຄງການການລົງທຶນ, ການອອກໃບອະນຸຍາດລົງທຶນ ແລະ ການອອກໃບແຈ້ງການຕ່າງໆ ກ່ຽວກັບການລົງທຶນ.

ຈຸດປະສົງຫຼັກຂອງເວັບໄຊທ໌ຂອງກົມສົ່ງເສີມການລົງທຶນ ແມ່ນເພື່ອເປັນເຄື່ອງມືໜຶ່ງຂອງວຽກງານການໃຫ້ບໍລິການ ການລົງທຶນປະຕູດຽວ, ພ້ອມທັງ ເປັນຂໍ້ມູນໃຫ້ແກ່ຜູ້ລົງທຶນ, ພະນັກງານ-ວິຊາການ ທັງພາກລັດ ແລະ ເອກະຊົນ ໄດ້ຮັບຮູ້ ແລະ ເຂົ້າເຖີງລະບຽບການຂອງການລົງທຶນໃນ ສປປ ລາວ ຢ່າງທົ່ວເຖິງ.

ການສ້າງເວັບໄຊທ໌ທາງການຂອງກົມສົ່ງເສີມການລົງທຶນ ເປັນບາດລ້ຽວໜຶ່ງທີ່ສໍາຄັນໃນການໂຄສະນາເຜີຍແຜ່ວຽກງານຂອງການສົ່ງເສີມການລົງທຶນ ຂອງພວກເຮົາ ເພື່ອໃຫ້ສັງຄົມທົ່ວໄປ, ນັກຮຽນ-ນັກສຶກສາ, ນັກລົງທຶນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນອື່ນໆ ໄດ້ຮັບຊາບຂໍ້ມູນຂ່າວສານ ຢ່າງເປັນລະບົບ ແລະ ມີຄວາມສະດວກ. ຫວັງຢ່າງຍິ່ງວ່າ ຂໍ້ມູນຕ່າງໆເຫຼົ່ານີ້ຈະເປັນປະໂຫຍດໃຫ້ແກ່ຜູ້ນໍາໃຊ້.