ຄຳເຫັນທ່ານລັດຖະມົນຕີ

ທ່ານ ສອນໄຊ ສີພັນດອນ – ນາຍົກລັດຖະມົນຕີ

ສປປ ລາວ ມີທີ່ຕັ້ງຍຸດທະສາດຢູ່ໃຈກາງຂອງພາກພື້ນອາຊີຕາເວັນອອກສຽງໃຕ້ (ASEAN), ໂດຍມີໂຄງລ່າງພື້ນຖານ ເຊື່ອມໂຍງ-ເຊື່ອມຈອດ ກັບບັນດາປະເທດໃນພາກພື້ນ ເຊິ່ງເປັນທ່າແຮງ ແລະ ກາລະໂອກາດໃນການລົງທຶນ, ການຄ້າ ແລະ ການເຊື່ອມໂຍງດ້ານເສດຖະກິດກັບພາກພື້ນ ແລະ ສາກົນ. ໃນໄລຍະຜ່ານມາ, ເສດຖະກິດຂອງ ສປປ ລາວ ໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4.24% ໃນໄລຍະປີ 2021-2025, ເສດຖະກິດມະຫາພາກໄດ້ມີສະຖຽນລະພາບດີຂຶ້ນ ໂດຍສະເພາະ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນ, ອັດຕາສ່ວນໜີ້ສິນສາທາ ລະນະ ແລະ ອັດຕາເງິນເຟີ້ ໄດ້ຫຼຸດຜ່ອນລົງ, ອັດຕາແລກປ່ຽນເງິນຕາມີຄວາມສະຫງົບໂດຍພື້ນຖານ ແລະ ຄັງສໍາຮອງເງິນຕາຕ່າງ ປະເທດເພີ່ມຂຶ້ນ. ນອກນັ້ນ, ຍັງມີການປັບປຸງ ບັນດານິຕິກໍາເພື່ອຄຸ້ມຄອງເສດຖະກິດ-ສັງຄົມ, ປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານເຊື່ອມໂຍງ-ເຊື່ອມຈອດ ເປັນຕົ້ນແມ່ນເສັ້ນທາງລົດໄຟ ລາວ-ຈີນ, ເສັ້ນທາງລົດໄຟ ລາວ-ຫວຽດນາມ, ທາງດ່ວນວຽງຈັນ-ວັງວຽງ, ທາງດ່ວນ ລາວ-ຫວຽດນາມ ແລະ ອື່ນໆ.  

ລັດຖະບານໄດ້ໃຫ້ຄວາມສໍາຄັນໃນການປັບປຸງ ສະພາບແວດລ້ອມທີ່ເອື້ອອຳນວຍແກ່ການດຳເນີນທຸລະກິດ ແລະ ການລົງທຶນ ໃນ ສປປ ລາວ ໂດຍໄດ້ສຸມໃສ່ປັບປຸງດ້ານກົງຈັກການຈັດຕັ້ງ, ລະບຽບການ, ຂອດຂັ້ນ ແລະ ການຫັນເປັນທັນສະໄໝ ເຊິ່ງສະແດງເຖິງຄວາມຕັ້ງໃຈໃນການຍົກສູງຄວາມສາມາດໃນການແຂ່ງຂັນ, ຄວາມໂປ່ງໃສ ແລະ ການອຳນວຍຄວາມສະດວກ ເພື່ອດຶງດູດການລົງທຶນ ເອກະຊົນພາຍໃນ ແລະ ຕ່າງປະເທດ ປະກອບສ່ວນຢ່າງຕັ້ງໜ້າ ແລະ ສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ.

ສປປລາວ ຈະສືບຕໍ່ພັດທະນາ ໃຫ້ກາຍເປັນສູນກາງເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ຕາມທິດເຕີບໂຕສີຂຽວ ແລະ ຍືນຍົງ ໂດຍນໍາໃຊ້ທ່າແຮງດ້ານ ທີ່ຕັ້ງຍຸດທະສາດ ປະກອບກັບກຳລັງແຮງງານໄວໜຸ່ມ ແລະ ຄວາມຕັ້ງໃຈໃນການປະຕິຮູບເສດຖະກິດໄປສູ່ທິດການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ລັດຖະບານຖືບົດບາດສໍາຄັນຂອງ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໂດຍເປັນກຳລັງແຮງຕົ້ນຕໍຂອງການພັດທະນາເສດຖະກິດສັງຄົມຂອງປະເທດ. ລັດຖະບານໄດ້ກຳນົດຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ່ X (2026–2030) ເພື່ອດຶງດູດການລົງທຶນ ໃຫ້ໄດ້ 636,178 ຕື້ກີບ  (ປະມານ  28.9 ຕື້ໂດລາສະຫະລັດ), ກວມ 24% ຂອງ GDP ແລະ ກວມເອົາ 64.4% ຂອງການລົງທຶນທັງໝົດ.

ສປປ ລາວ ຍິນດີຕ້ອນຮັບນັກລົງທຶນທີ່ມີຄຸນນະພາບ ທີ່ນຳໃຊ້ນະວັດຕະກໍາ, ສ້າງວຽກເຮັດງານທໍາ, ປະກອບສ່ວນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ທັງປະກອບສ່ວນເຂົ້າໃນການພັດທະນາ ຂະແໜງການທ່າແຮງຂອງ ສປປ ລາວ ເປັນຕົ້ນ: ພະລັງງານທົດແທນ, ກະສິກຳສະອາດ, ການທ່ອງທ່ຽວ ແລະ ອຸດສາ ຫະກຳປຸງແຕ່ງ ທີ່ເຊື່ອມໂຍງກັບຕ່ອງໂສ້ການຜະລິດຂອງພາກພື້ນ ແລະ ສາກົນ ເພື່ອໝູນໃຊ້ທ່າແຮງດ້ານຊັບພະຍາກອນ ທຳມະຊາດ ທີ່ອຸດົມສົມບູນ ແລະ ມໍລະດົກທາງວັດທະນະທຳທີ່ມີຄຸນຄ່າ ແລະ ສິ່ງແວດລ້ອມທີ່ບໍລິສຸດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີປະສິດຕິຜົນສູງຕາມທິດສີຂຽວ ແລະ ຍືນຍົງ.