ໂຄງການພັດທະນາກໍ່ສ້າງເສັ້ນທາງລົດໄຟ ລາວ-ຫວຽດນາມ ຊ່ວງທີ 1 ແຕ່ທ່າແຂກ ຫາ ມູຢ່າ (ຊາຍແດນລາວ-ຫວຽດນາມ) ໄລຍະທາງ 147 ກມ ໄດ້ຖືກລາຍງາຍຕໍ່ກອງປະຊຸມສະພາແຫ່ງຊາດ ເພື່ອພິຈາລະນາ ແລະ ຮັບຮອງດ້ານຫຼັກການ.

by | Mar 24, 2026 | ຂ່າວສານ & ກິດຈະກຳ

ໃນພາກເຊົ້າ ວັນທີ 24 ມີນາ 2026, ທີ່ ສະພາແຫ່ງຊາດລາວ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ, ປະທານ​ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ປະທານ ຄະນະກໍາມະການຊີ້ນໍາລະດັບຊາດ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ໄດ້ຂື້ນລາຍງານ ໂຄງການພັດທະນາກໍ່ສ້າງເສັ້ນທາງລົດໄຟ ລາວ-ຫວຽດນາມ ຊ່ວງທີ 1 ແຕ່ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ (ຊາຍແດນລາວ-ຫວຽດນາມ) ໄລຍະທາງ 147 ກິໂລແມັດ ໃນຮູບແບບ BOT ຕໍ່ກອງປະຊຸມສະພາແຫ່ງຊາດ ຊຸດທີ X ຄັ້ງປະຖົມມະລືກ ເພື່ອພິຈາລະນາ ແລະ ຮັບຮອງດ້ານຫຼັກການ.

ໂຄງການພັດທະນາເສັ້ນທາງລົດໄຟລາວ-ຫວຽດນາມ ຖືເປັນໂຄງການຍຸດທະສາດທີ່ສຳຄັນທາງດ້ານການເຊື່ອມໂຍງເຊື່ອມຈອດຂອງປະເທດ ທີ່ນອນໃນແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ 5 ປີຄັ້ງທີ X ໄລຍະ 2026-2030 ເຊິ່ງເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ ໃຫ້ການສະໜັບສະໜູນ ແລະ ໄດ້ຖືກບັນຈຸເຂົ້າໃນບັນໂຄງການບູລິມິສິດຂອງກອງປະຊຸມຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ລາວ ແລະ ຫວຽດນາມ ແຕ່ປີ 2021 ເປັນຕົ້ນມາ, ພ້ອມທັງສອດຄ່ອງກັບແຜນການເຊື່ອມໂຍງຕາມແລວທາງເສດຖະກິດຕະເວັນອອກ-ຕາເວັນຕົກ ຕາມນະໂຍບາຍໃນການຫັນຈາກປະເທດບໍ່ມີຊາຍແດນຕິດທະເລ ກາຍເປັນປະເທດຈຸດໃຈກາງເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ.

ໂຄງການທາງລົດໄຟ ລາວ-ຫວຽດນາມ ເລີ່ມຈາກ ນະຄອນຫຼວງວຽງຈັນ ຫາ ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ມີໄລຍະທາງທັງໝົດປະມານ 562 ກິໂລແມັດ, ແບ່ງອອກເປັນ 3 ຊ່ວງໄລະຍະ ຄື:

  1. ຊ່ວງທີ 1A: ແຕ່ ຕົວເມືອງທ່າແຂກ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມ ມີຄວາມຍາວ 147 ກມ,
    ຊິ່ງໄດ້ເລີ່ມຕົ້ນຈາກການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ເພື່ອສຶກສາສຳຫຼວດ ແລະ ອອກແບບລະອຽດໂຄງການ ໃນວັນທີ 15 ຕຸລາ 2019;
  2. ຊ່ວງທີ 1B ແຕ່ ມູຢ່າ ແຂວງ ກວາງບິ່ງ ຫາ ທ່າເຮືອຫວຸ້ງອ່າງ ແຂວງຮ່າຕິ່ງ ໄລຍະທາງ 103 ກມ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດຫຸ້ນສ່ວນກຸ່ມເດວກາ (DEOCA Group Joint Stock Company) ຄັ້ງວັນທີ 28 ຕຸລາ 2022 ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ເຊິ່ງປະຈຸບັນກຳລັງດຳເນີນບັນດາຂະບວນການອະນຸມັດຢູ່ໃນ ສສ ຫວຽດນາມ ຕາມລະບຽບການ.
  3. ຊວງທີ 2 ແຕ່ ນະຄອນຫຼວງວຽງຈັນ ຫາ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ໄລຍະທາງ 312.8 ກມໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ຄັ້ງວັນທີ 29 ມິຖຸນາ 2022.

ຂໍ້ມູນພື້ນຖານ: ໂຄງການທາງລົດໄຟ ແຕ່ ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢ່າ (ຊາຍແດນ ລາວ-ຫວຽດນາມ) ໄລຍະທາງ 147 ກມ:

  • ຄູ່ສັນຍາສຳປະທານ: ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ລັດຖະບານ) ກັບ ບໍລິສັດ ທາງລົດໄຟ ລາວ-ຫວຽດນາມ ຈຳກັດ (ບໍລິສັດໂຄງການ);
  • ຜູ້ພັດທະນາ: ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ (ປີໂຕຣເທຣດ).ຮູບແບບການລົງທຶນ: ກໍ່ສ້າງ, ດຳເນີນງານ ແລະ ມອບໂອນ (BOT);
  • ຄາດຄະເນມູນຄ່າການລົງທຶນທັງໝົດ: 1,339 ລ້ານໂດລາສະຫະລັດ;
  • ອາຍຸສໍາປະທານ: 50 ປີ ນັບແຕ່ມື້ໃຫ້ການບໍລິການເປັນຕົ້ນໄປ (COD);
  • ດ້ານເຕັກນິກ ລົດໄຟເປັນລາງມາດຕະຖານ ສາກົນ 1.435 ແມັດ;
  • ຄວາມໄວການອອກແບບຂົນສົ່ງໂດຍສານ 150 ກມ /ຊມ ແລະ ຂົນສົ່ງສິນຄ້າ 80 ກມ/ຊມ).