ນະຄອນຫຼວງວຽງຈັນ, ວັນທີ 31 ມີນາ 2026, ໄດ້ມີພິທີເຊັນສັນຍາສຳປະທານ (CA) ຄັ້ງປະຫວັດສາດ ສຳລັບໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຊ່ວງທີ 1 ແຕ່ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ (ຊາຍແດນລາວ-ຫວຽດນາມ) ໄລຍະທາງ 147 ກິໂລແມັດ ໃນຮູບແບບ BOT ຈັດຂຶ້ນຢ່າງສົມກຽດ ທີ່ໂຮງແຮມແລນມາກ.
ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທັງເປັນ ປະທານຄະນະກຳມະການຊີ້ນຳລະດັບຊາດ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາ ລັດຖະມົນຕີ, ອະດີດການນຳຂັ້ນສູງ ແລະ ພາກສ່ວນທຸລະກິດທີ່ກ່ຽວຂ້ອງ ຢ່າງພ້ອມພຽງ.
ການລົງນາມໃນສັນຍາສຳປະທານໂຄງການດັ່ງກ່າວ ຕາງໜ້າໃຫ້ລັດຖະບານ ສປປ ລາວ ໂດຍ ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ແລະ ຕາງໜ້າຝ່າຍເອກະຊົນໂດຍ ທ່ານ ປອ. ຈັນທອນ ສິດທິໄຊ, ປະທານ ບໍລິສັດ ທາງລົດໄຟ ລາວ-ຫວຽດນາມ ຈຳກັດ (LVRC).
ໂຄງການທາງລົດໄຟຊ່ວງດັ່ງກ່າວ ເປັນລາງລົດໄຟມາດຕະຖານສາກົນ 1,435 ແມັດ (ຄືກັບ ທາງລົດໄຟລາວ-ຈີນ) ແລະ ນຳໃຊ້ເຕັກໂນໂລຊີສາກົນ, ຄວາມໄວອອກແບບ ຂົນສົ່ງໂດຍສານ 150 ກມ/ຊມ ແລະ ຂົນສົ່ງສິນຄ້າໃນລະດັບ 80 ກມ/ຊມ ແລະ ເປົ້າໝາຍການນຳໃຊ້ ເພື່ອການຂົນສົ່ງ ຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ຂອງພາຍໃນປະເທດ ແລະ ພາກພື້ນ.

ໂຄງການດັ່ງກ່າວ ແມ່ນມີຄວາມສຳຄັນ ແລະ ຈະສ້າງຜົນປະໂຫຍດໃຫ້ແກ່ ເສດຖະກິດຂອງ ສປປ ລາວ ຄື:
- ຍຸດທະສາດການເຊື່ອມໂຍງ: ເປັນໂຄງການບຸລິມະສິດພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 2026-2030 ເພື່ອຫັນປ່ຽນລາວ ຈາກປະເທດ ທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນ “ສູນກາງການເຊື່ອມໂຍງເຊື່ອມຈອດ” (Land-Locked to Land-Linked) ຢ່າງແທ້ຈິງ;
- ການຮ່ວມມືທະວິພາຄີ: ເປັນສັນຍະລັກແຫ່ງຄວາມຮ່ວມມືອັນແໜ້ນແຟ້ນລະຫວ່າງ ລັດຖະບານ ລາວ ແລະ ຫວຽດນາມ ໃນການພັດທະນາແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ;
- ການຂົນສົ່ງ ແລະ ໂລຈິສຕິກ: ໂຄງການນີ້ຈະຊ່ວຍເພີ່ມຂີດຄວາມສາມາດໃນການຂົນສົ່ງສິນຄ້າ ແລະ ການຄ້າກັບສາກົນ ໂດຍຜ່ານທ່າເຮືອຫວຸງອ່າງ ປະເທດຫວຽດນາມ ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນ, ຊ່ວຍປະຫຍັດເວລາຈາກການຂົນສົ່ງ ແລະ ສາມາດສ້າງວຽກເຮັດງານທຳ ແລະ ປະສົບການ ໃຫ້ແຮງງານລາວ.
ສຳລັບໂຄງການທາງລົດໄຟ ລາວ-ຫວຽດນາມ ທັງໝົດແມ່ນ ເລີ່ມຈາກ ນະຄອນຫຼວງວຽງຈັນ ຫາ ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ມີໄລຍະທາງທັງໝົດປະມານ 562 ກິໂລແມັດ, ເຊິ່ງໄດ້ແບ່ງອອກເປັນ 3 ຊ່ວງໄລະຍະ ຄື:
- ຊ່ວງທີ 1A: ແຕ່ ຕົວເມືອງທ່າແຂກ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມ ມີຄວາມຍາວ 147 ກມ;
- ຊ່ວງທີ 1B ແຕ່ ມູຢ່າ ແຂວງກວາງບິ່ງ ຫາ ທ່າເຮືອຫວຸ້ງອ່າງ ແຂວງຮ່າຕິ່ງ ໄລຍະທາງ 103 ກມ;
- ຊ່ວງທີ່ 2 ແຕ່ ນະຄອນຫຼວງວຽງຈັນ ຫາ ຕົວເມືອງທ່າແຂກ ແຂວງຄຳມ່ວນ ໄລຍະທາງ 312,8 ກມ.
ການເຊັນສັນຍາໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນທີ່ຈະນຳໄປສູ່ການເລີ່ມຕົ້ນກໍ່ສ້າງຢ່າງເປັນຮູບປະທຳ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ແກ່ເສດຖະກິດຂອງຊາດໃນອະນາຄົດ.


