ໃນວັນທີ 29 ກັນຍາ 2025, ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ ບັນດາຂະແໜງການກ່ຽວຂ້ອງ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມພົບປະທຸລະກິດໂຕະມົນລະດັບສູງ ລາວ – ອາເມລິກາ ທີ່ນະຄອນຫຼວງວໍຊີງຕັນ, ສ.ອາເມລິກາ.
ກອງປະຊຸມພົບປະທຸລະກິດໂຕະມົນຂັ້ນສູງ ລາວ-ອາເມລິກາ ນີ້ເປັນເວທີໜື່ງທີ່ມີຄວາມສຳຄັນໃນການສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ລາວ-ອາເມລິກາ ແນ່ໃສ່ສົ່ງເສີມການຮ່ວມມືທາງການຄ້າ-ການລົງທຶນ ລະຫວ່າງ ລາວ-ອາເມລິກາ ແລະ ບັນດາປະເທດຕ່າງໆໃນຂົງເຂດພາກພື້ນອາຊຽນ ໃຫ້ນັບມື້ນັບຂະຫຍາຍຕົວ, ເລິກເຊິ່ງ ແລະ ມີປະສິດທິຜົນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໃນກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ແລະ ມີຄໍາເຫັນສູນທອນພົດໂດຍ ພະນະທ່ານ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພ້ອມນີ້, ໄດ້ມີຕາງໜ້າຈາກ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ແລກປ່ຽນຂໍ້ມູນດ້ານສະພາບແວດລ້ອມນະໂຍບາຍ, ທ່າແຮງ ດ້ານນະໂຍບາຍສົ່ງເສີມ ກາລະໂອກາດໃນການລົງທຶນ ຢູ່ ສປປ ລາວ ໃນຂະແໜງ ກະສິກຳທັນສະໄໝ, ພະລັງງານສະອາດ, ການຂຸດຄົ້ນແຮ່ທາດແບບຍືນຍົງ, ອຸດສາຫະກຳປຸງແຕ່ງ, ການຂົນສົ່ງໂລຈິສຕິກ, ສິນເຊື່ອກາກບອນ. ນອກນັ້ນ, ຍັງໄດ້ແລກປ່ຽນບັນຫາການຜ່ອນຜັນອັດຕາພາສີນໍາເຂົ້າສິນຄ້າ ຈາກ ສປປ ລາວ ໄປຍັງ ສ.ອາເມລິກາ ໃນຕໍ່ໜ້າ. ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດສອງຝ່າຍ ລາວ ແລະ ອາເມລິກາ ລວມທັງໝົດປະມານ 30 ກວ່າທ່ານ.
ຂໍ້ມູນເພີ່ມເຕີມ: ສ.ອາເມລິກາ ແມ່ນມີການລົງທຶນໃນອັນດັບ ທີ 13 ໃນຈໍານວນ 53 ປະເທດທີ່ເຂົ້າມາລົງມາທຶນໃນ ສປປ ລາວ, ເຊິ່ງມີ 103 ໂຄງການ ລວມມູນຄ່າ 165 ລ້ານໂດລາສະຫະລັດ ກວມເອົາເກືອບທຸກຂະແໜງການຄືຂະແໜງ ບໍລິການ, ກະສິກໍາ, ທີ່ປຶກສາ, ອຸດສາຫະກໍາ ແລະ ຫັດຖະກໍາ, ການຄ້າ, ໂຮງແຮມ ແລະ ຮ້ານອາຫານ. ດ້ານວຽກງານການຄ້າ, ສປປ ລາວ ແລະ ສ. ອາເມລິກາ ໄດ້ມີສັນຍາການຄ້າສອງຝ່າຍ ໃນປີ 2003 ແລະ ສັນຍາຂອບຮ່ວມມືການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ສ. ອາເມລິກາ ໃນປີ 2016. ໃນປີ 2023, ສ. ອາເມລິກາ ເປັນຄູ່ຄ້າອັນດັບທີ 5 ຂອງ ສປປ ລາວ ແຕ່ມາຮອດປີ 2024 ສ. ອາເມລິກາ ໄດ້ກາຍເປັນຄູ່ຄ້າອັນດັບທີ 4 ຂອງ ສປປ ລາວ ຍ້ອນມີໜໍ່ແໜງການສົ່ງອອກແຜງໂຊລາເຊວ ແລະ ເສື່ອນອນ ເຊິ່ງກວມເອົາ 32.5% ແລະ 28.7% ຂອງມູນຄ່າການສົ່ງອອກໄປ ສ. ອາເມລິກາ ຕາມລໍາດັບ.

