ສະຫະພັນແມ່ຍິງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເຄື່ອນໄຫວຈັດກິດຈະກໍາສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເນື່ອງໃນໂອກາດໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 116 ປີ (08 ມີນາ 1910 – 08 ມີນາ 2026)

by | Mar 18, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 13 ມີນາ 2026 ຜ່ານມາ, ຄະນະສະຫະພັນແມ່ຍິງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດ “ກອງປະຊຸມສົ່ງເສີມຄວາມກ້າວໜ້າແມ່ຍິງ” ຂຶ້ນ ທີ່ແຂວງຫົວພັນ ໂດຍມີບັນດາອາດີດການນໍາຂັ້ນສູງ ແລະ ເອື້ອຍນ້ອງແມ່ຍິງ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ.

ການຈັດກອງປະຊຸມໃນຄັ້ງນີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 116 ປີ (08 ມີນາ 1910 – 08 ມີນາ 2026) ໂດຍມີຈຸດປະສົງ ເພື່ອຍົກລະດັບຄວາມຮູ້, ທັກສະ ແລະ ບົດບາດຂອງແມ່ຍິງ ໃນການປະຕິບັດໜ້າທີ່ວຽກງານ ພ້ອມທັງ ແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ.

ໃນພິທີເປີດ, ນາງ ລັດຕະນາ ອິນທະພົນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານກວດກາພັກ, ຮອງຫົວໜ້າຫ້ອງການ, ປະທານສະຫະພັນແມ່ຍິງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ໄດ້ຂຶ້ນກ່າວເປີດກອງປະຊຸມ ໂດຍເນັ້ນໃຫ້ເຫັນເຖິງ ຄວາມສໍາຄັນຂອງການພັດທະນາແມ່ຍິງ ໃນທຸກດ້ານ ເພື່ອໃຫ້ສາມາດທັນຕໍ່ການປ່ຽນແປງ ແລະ ມີສ່ວນຮ່ວມໃນການພັດທະນາປະເທດຊາດ. ນອກຈາກນີ້, ທ່ານ ພັນທະກອນ ມຸງມີໄຊ ຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຫົວພັນ ໄດ້ກ່າວຕ້ອນຮັບຄະນະ ດັ່ງກ່າວ ແລະ ແລກປ່ຽນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງ ແຂວງ.

ໃນກອງປະຊຸມ, ຍັງໄດ້ຮັບຟັງການນໍາສະເໜີຫົວຂໍ້ສໍາຄັນຫຼາຍດ້ານ ຈາກບັນດາວິທະຍາ ກອນ ທີ່ເປັນອາດິດການນໍາຂັ້ນສູງ ເຊັ່ນ:

  • ບົດບາດຂອງແມ່ຍິງລາວໃນພາລະກິດປົດປ່ອຍ ແລະ ສ້າງສາພັດທະນາປະເທດຊາດ
  • ການພັດທະນາພາວະຄວາມເປັນຜູ້ນໍາຂອງເພດຍິງ ໃນຍຸກໃໝ່ (ຍຸກດີຈີຕອນ ເຕັກໂນ ໂລຊີ).
  • ການບໍລິຫານງານ ຕ້ອງບໍລິຫານຄົນ ແລະ 12 ຂົງເຂດທີ່ເຄັ່ງຮ້ອນ ແລະ ເປັນຫ່ວງ.

ນອກນັ້ນ, ກອງປະຊຸມຍັງໄດ້ເປີດເວທີໃຫ້ຜູ້ເຂົ້າຮ່ວມ ໄດ້ຮ່ວມສົນທະນາ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ຢ່າງກວ້າງຂວາງ ສ້າງບັນຍາກາດການຮຽນຮູ້ທີ່ມີຄຸນຄ່າ.
ການຈັດສຳມະນາໃນຄັ້ງນີ້ ຖືວ່າເປັນເວທີສໍາຄັນ ໃນການເສີມສ້າງສັກຍະພາບແມ່ຍິງ ໃຫ້ມີຄວາມພ້ອມຮອບດ້ານ ແລະ ສາມາດນໍາໄປປັບໃຊ້ ໃນການປະຕິບັດວຽກງານຕົວຈິງ ໄດ້ຢ່າງມີປະສິດທິຜົນ.

ທ້າຍນີ້, ຄະນະຈັດຕັ້ງ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາການນໍາ ແລະ ວິທະຍາກອນທຸກທ່ານ ທີ່ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຮ່ວມຖ່າຍທອດປະສົບການອັນມີຄຸນຄ່າ ເຮັດໃຫ້ການສຳມະນາສໍາເລັດລົງ ດ້ວຍຜົນສໍາເລັດຢ່າງງົດງາມ.

ນອກຈາກການຝຶກອົບຮົມແລ້ວ ຄະນະຍັງໄດ້ທັດສະນະສຶກສາຖໍ້າຂອງທ່ານຜູ້ນໍາ ຊຶ່ງເປັນ ສະຖານທີ່ປະຫວັດສາດຂອງການປະຕິວັດລາວ ເພື່ອໃຫ້ເອື້ອຍນ້ອງແມ່ຍິງ ໄດ້ຮໍ່າຮຽນເອົາມູນເຊື້ອ ທີ່ເປັນແບບຢ່າງຂອງທ່ານຜູ້ນໍາ.