ສປປ ລາວ ຮ່ວມກັບບັນດາປະເທດອາຊຽນ, ປະເທດຄູ່ຮ່ວມ ແລະ ອົງການຈັດຕັ້ງສາກົນ ປຶກສາຫາລືກ່ຽວກັບການດຶງດູດການລົງທຶນພາກເອກະຊົນ ຕາມທິດຍືນຍົງ ແລະ ສີຂຽວ

by | Oct 30, 2025 | ຂ່າວສານ & ກິດຈະກຳ

ໃນວັນທີ 24 ຕຸລາ 2025, ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ, ຮອງປະທານປະທານ, ຜູ້ປະຈຳການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ)  ພ້ອມດ້ວຍຄະນະທາງການຈາກ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ເຂົ້າຮ່ວມ ກອງປະຊຸມລົງທຶນອາຊຽນ ຄັ້ງທີ 3 ປະຈຳປີ 2025 ( 3rd ASEAN Investment Forum 2025) ພາຍໃຕ້ຄຳຂວັນ “ການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອການມີສ່ວນຮ່ວມ ເເລະ ຍືນຍົງ” (Foreign Direct Investment for Inclusivity and Sustainability) ຢູ່ ກົວລາລໍາເປີ, ປະເທດ ມາເລເຊຍ. ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານ ເຊິ່ງມີການນຳຂັ້ນສູງຈາກຂະເເໜງການພາກລັດ, ພາກເອກະຊົນ ຂອງ ບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ຮ່ວມພັດທະນາ, ຄະນະກຳມາທິການເສດຖະກິດ-ສັງຄົມ ອົງການສະຫະປະຊາຊາດ ປະຈຳພາກພື້ນອາຊີ-ປາຊີຟິກ (ESCAP), ສະຖາບັນການເງິນ ແລະ ອື່ນໆ.

ກອງປະຊຸມດັ່ງກ່າວ, ທ່ານ ຮອງລັດຖະມົນຕີ, ຮອງປະທານ, ຜູ້ປະຈໍາການ ຄລທ ໄດ້ຂຶ້ນແລກປ່ຽນຄໍາຄິດເຫັນ ໃນວາລະການສົນທະນາການນໍາຂັ້ນສູງ ພາຍໃຕ້ຫົວຂໍ້: “ການເສີມສ້າງຂີດຄວາມສາມາດຂອງອາຊຽນຕໍ່ເວທີໂລກ“. ທ່ານໄດ້ຍົກໃຫ້ເຫັນວ່າ: ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການຍົກລະດັບການພັດທະນາ ພື້ນຖານໂຄງລ່າງ ເພື່ອເສີມຂະຫຍາຍການເຊື່ອມໂຍງ-ເຊື່ອມຈອດຮອບດ້ານກັບບັນດາປະເທດສະມາຊິກອາຊຽນແລະ ບັນດາປະເທດຄູ່ຮ່ວມພັດທະນາ ຕາມແລວທາງເສດຖະກິດ ເໜືອ-ໃຕ້ ແລະ ຕາເວັນອອກ-ຕາເວັນຕົກ  ແນໃສ່ອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ, ເພີມການດຶງດູດການລົງທຶນ ແລະ ການເຂົ້າເຖິງຕະຫຼາດ ທີ່ໃຫຍ່ ເເລະ ກວ້າງຂວາງຫຼາຍຂຶ້ນ. ບົນພື້ນຖານການເຊື່ອມໂຍງເຊື່ອມຈອດນີ້, ນັບເເຕ່ພວກເຮົາເປີດນຳໃຊ້ ທາງລົດໄຟ ລາວ-ຈີນ ເຫັນວ່າ ບໍລິມາດການຂົນສົ່ງ ຜ່ານທາງລົດໄຟດັ່ງກ່າວ ນັບເເຕ່ປີ 2021 ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຮອດປັດຈຸບັນ ມີການຂົນສົ່ງຜູ້ໂດຍສານ ໄດ້ຫຼາຍກວ່າ 10 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ ໄດ້ເຖິງ 15 ລ້ານໂຕນ. ນອກນັ້ນ, ທ່ານຍັງໄດ້ເນັ້ນຕື່ມອີກວ່າ: ການຂະຫຍາຍການເຊື່ອມໂຍງ-ເຊື່ອມຈອດ ຂອງພວກເຮົານີ້ ກໍ່ເເມ່ນເພື່ອຍົກລະດັບບໍ່ພຽງເເຕ່ພື້ນຖານໂຄງລ່າງຂອງຊາດ, ເເຕ່ຍັງຍົກລະດັບການຄ້າ, ການລົງທຶນ ເເລະ ການທ່ອງທ່ຽວຕື່ມອີກ ພິເສດເເມ່ນ ການລົງທຶນທີ່ເປັນມິດຕໍ່ສິ່ງເເວດລ້ອມສີຂຽວ ເເລະ ມີຄວາມຍືນຍົງ.

ໃນໂອກາດດຽວກັນ, ທ່ານ ປອ ນາງ ສຸພາພອນ ໄຊຍະເລີດ, ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ໄດ້ຂຶ້ນນຳສະເໜີໃນບາງຈຸດທີ່ສຳຄັນ ໃນວາລະການສົນທະນາ ພາຍໃຕ້ຫົວຂໍ້ “ການລົງທຶນໃນຂະເເໜງການພະລັງງານທົດເເທນ” ຄືດັ່ງນີ້: ຂະເເໜງພະລັງງານທົດເເທນ ຖືວ່າ ເປັນ ຫນຶ່ງໃນຂະເເໜງການລົງທຶນບຸລິມະສິດ ທີ່ລັດຖະບານສະໜັບສະໜູນ ເເລະ ປັດຈຸບັນຫຼາຍກວ່າ 50% ຂອງມູນຄ່າການລົງທຶນທັງໝົດເເມ່ນຂະເເໜງການພະລັງງານສະອາດ ເຊິ່ງເຫັນໄດ້ຈາກຕົວເລກການລົງທຶນຈາກຕ່າງປະເທດ (FDI) ໃນ 10 ເດືອນ ຕົ້ນປີ 2025 ຂອງ ສປປ ລາວ ເເມ່ນຫຼາຍກວ່າ 5 ຕື້ ໂດລາສະຫະລັດ ຊຶ່ງການລົງທຶນໃນຂະເເໜງພະລັງງານທົດແທນຈຳ​ນວນ 3 ຕື້​ ໂດ​ລາ.