ສປປ ລາວ ດຶງດູດການລົງທຶນຈາກ ສປ ຈີນ ໃນຂະແໜງພື້ນຖານໂຄງລ່າງ ເເລະ ອຸດສາຫະກຳສີຂຽວ

by | Oct 8, 2024 | Uncategorized

ໃນໂອກາດການເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງກວາງຊີ, ສປ ຈີນ, ຕອນບ່າຍຂອງ ວັນທີ 25 ກັນຍາ 2024 ທີ່ຜ່ານມານີ້, ກະຊວງ ແຜນການ ເເລະ ການລົງທຶນ ຕາງໜ້າໃຫ້ ລັດຖະບານ ເເຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາການລົງທຶນການລົງທຶນ ພາຍໃຕ້ຫົວຂໍ້ “ສປປ ລາວ: ຈຸດໝາຍປາຍທາງການລົງທຶນຂອງພາກພື້ນ ສຳລັບພື້ນຖານໂຄງລ່າງ ເເລະ ອຸດຫະສາກຳສີຂຽວ” ພາຍໃຕ້ການເປັນປະທານຂອງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງ ແຜນການ ເເລະ ການລົງທຶນ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງຜູ້ນຳ ເເຂວງກວາງຊີ ທ່ານ ຟາງ ຫຼິງມິງ, ຄະນະປະຈຳພັກ, ປະທານກວດ ກາພັກ-ລັດ ເຂດປົກຄອງຕົນເອງກວາງຊີ, ບັນດາຜູ້ເເທນຈາກພາກລັດ ເເລະ ພາກເອກະຊົນ ທັງ 02 ປະເທດ ເຂົ້າຮ່ວມຈຳນວນ 200 ກວ່າທ່ານ ຢ່າງພ້ອມພຽງ.

ທ່ານ ຮອງລັດຖະມົນຕີ ກະຊວງແຜນການ ເເລະ ການລົງທຶນ ໄດ້ສະເໜີຈຸດດີ ເເລະ ບັນດາເງື່ອນໄຂອໍານວຍຄວາມສະດວກຕ່າງໆ ຕໍ່ພາກລັດ ເເລະ ພາກເອກະຊົນ ທັງ 02 ປະເທດ ເພື່ອສົ່ງເສີມ ສາຍພົວພັນການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຂອງສອງ ປະເທດ ລາວ-ຈີນ. ພ້ອມນັ້ນ, ເພິ່ນຍັງໄດ້ຍົກໃຫ້ເຫັນວ່າ ເຖິງແມ່ນວ່າສະພາບການຂອງພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ ແລະ ການລົງທຶນຂອງໂລກມີທ່າອ່ຽງຫຼຸດລົງ ແຕ່ ເເຕ່ການລົງທຶນຂອງຕ່າງປະເທດໃນ ອາຊຽນ ແລະ ສປປ ລາວ ໃນປີ 2023 ຍັງສືບຕໍ່ເພີ່ມຂຶ້ນ. ສະເພາະ ສປປ ລາວ ມູນຄ່າອະນຸມັດການລົງທຶນຂອງເອກະຊົນໃນປີ 2023 ບັນລຸ 4 ຕື້ໂດລາສະຫະລັດ, ລື່ນຄາດໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເພີ່ມຂຶ້ນເກືອບ 2 ເທົ່າຈາກປີ 2022. ໝາກຜົນດັ່ງກ່າວແມ່ນຍ້ອນ ຄວາມເອົາໃສ່ຂອງ ລັດຖະບານໃນການ ປັບປຸງພື້ນຖານໂຄງລ່າງໃນການເຊື່ອມໂຍງ-ເຊື່ອມຈອດເພື່ອຮອງຮັບການລົງທຶນ, ການສ້າງບັນດາຍຸດທະສາດ ແລະນະໂຍບາຍ ເພື່ອຮອງຮັບບັນດາທ່າແຮງໃນການລົງທຶນຂອງ ສປປ ລາວ ແລະ ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະການລົງທຶນ ໃຫ້ມີຄວາມສະດວກຂຶ້ນ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນຕໍ່ກັບທ່າແຮງ ແລະ ສະຖຽນລະພາບ ຂອງ ສປປ ລາວ ໂດຍສະເພາະການສະໜອງ ເເລະ ເເລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຄ້າ, ການລົງທຶນ ເເລະ ການທ່ອງທ່ຽວຂອງສອງປະເທດ, ລວມທັງການພັດທະນາພື້ນຖານໂຄງລ່າງ, ເຂດເສດຖະກິດພິເສດ ເເລະ ເເນວທາງນະໂຍບາຍການຊຸກຍູ້ສົ່ງເສີມການຄ້າ-ການລົງທຶນຂອງລັດຖະບານໃນຕໍ່ໜ້າ.

ອີກທ່າອ່ຽງໜຶ່ງທີ່ເປັນກາລະໂອກາດໃຫ້ແກ່ການລົງທຶນ ໃນພາກພື້ນ ກໍ່ຄື ສປປ ລາວ ແມ່ນທ່າອ່ຽງການຫັນເປັນສີຂຽວ ຊຶ່ງໝາຍເຖິງການລົງທຶນ, ການຜະລິດ ລວມເຖິງການບໍລິໂພກ ມີການຫັນປ່ຽນໄປຕາມທີດສີຂຽວ ແລະ ຍືນຍົງຫຼາຍຂຶ້ນ. ບາງທ່າແຮງທີ່ເປັນໂອກາດແກ່ການລົງທຶນ ແລະ ການຄ້າ ກໍມີຢູ່ວ່າ, ສປປ ລາວ ເປັນປະເທດທີ່ນໍາໜ້າໃນການພັດທະນາພະລັງງານສະອາດ ເພື່ອຕອບສະໜອງ ຄວາມຕ້ອງການພະລັງງານສະອາດຂອງອາຊຽນ ແລະ ສປ ຈີນ ໂດຍສະເພາະແມ່ນ ພະລັງງານທີ່ມາຈາກໄຟຟ້ານ້ຳຕົກ, ແສງຕາເວັນ, ພະລັງງານລົມ, ພະລັງງານຈາກສິ່ງເສດເຫຼືອ, ຈາກໄຕ້ດິນ ແລະ ອື່ນໆ. ພ້ອມນີ້ ສປປ ລາວ ກໍ່ພ້ອມຮັບ ການລົງທຶນໃນຂະແຫນງການທີ່ນໍາໃຊ້ພະລັງງານສະອາດໃນ ຂົງເຂດ ICT, Data Center, ສະຖານີສາກລົດໄຟຟ້າ, ແລະ ເຂດເຕັກໂນໂລຊີຂັ້ນສູງ ເພື່ອເພີ່ມມູນຄ່າໃຫ້ພະລັງງານສະອາດທີ່ລາວມີທ່າແຮງຫລາຍ.

ກອງປະຊຸມສຳມະຄັ້ງນີ້ຖືເປັນເວທີແລກປ່ຽນຂໍ້ມູນ ແລະ ປະສົບການດຳເນີນທຸລະກິດທີ່ຄົບຖ້ວນ ແລະ ຫຼາກຫຼາຍ ຊຶ່ງຜູ້ຕາງໜ້າຈາກພາກລັດ ເເລະ ເອກະຊົນ ຈຳນວນ 7 ທ່ານໄດ້ສົນທະນາເເລກປ່ຽນປະສົບການຕົວຈິງ ຊຶ່ງປະກອບມີ: 1. ທ່ານ ປອ. ນາງ ສຸພາພອນ ໄຊຍະເລີດ, ຮອງກົມ ສົ່ງເສີມການລົງທຶນ, ກະຊວງ ແຜນການ ເເລະ ການລົງທຶນ ພາຍໃຕ້ຫົວຂໍ້ “ສປປ ລາວ: ຈຸດໝາຍປາຍທາງການລົງທຶນຂອງພາກພື້ນ ສໍາລັບພື້ນຖານໂຄງລ່າງ ແລະ ອຸດສາຫະກໍາສີຂຽວ (Laos: the Regional Investment Destination for Green Infrastructures & Industrial Parks)”; 2. ທ່ານ ນາງ ລັດຕະນາ ອິນທະພົນ, ຮອງຫົວໜ້າຫ້ອງການສົ່ງເສີມ ເເລະ ຄຸ້ມຄອງ ເຂດເສດຖະກິດພິເສດ, ກະຊວງ ແຜນການ ເເລະ ການລົງທຶນ, ນຳສະເໜີບົດພາຍໃຕ້ຫົວຂໍ້ “ການນຳສະເໜີສະພາບການລົງທຶນຢູ່ໃນເຂດເສດຖະກິດພິເສດຂອງ ສປປ ລາວ”; 3. ທ່ານ ຄອນທອງ ມະນີວອນ, ຫົວໜ້າພະເເນກແຜນການ ເເລະ ການລົງທຶນ ເເຂວງຫົວພັນ ສະເໜີບົດພາຍໃຕ້ຫົວຂໍ້ “ນະໂຍບາຍສົ່ງເສີມການລົງທຶນຂອງ ເເຂວງ ຫົວພັນ”; 4. ທ່ານ ວິກົມ ກົມມະດິດ, ປະທານກຳມະການ ບໍລິສັດ ອຳມະຕະ ຄໍປໍເຣຊັນ ຈຳກັດມະຫາຊົນ ສະເໜີບົດພາຍໃຕ້ຫົວຂໍ້ “ເປັນຫຍັັງເທິງຕ້ອງມາລົງທຶນຢູ່ຂົງເຂດເເມ່ນໍ້າຂອງ (Why Greater Mekong Subregion?)”; 5. ທ່ານ Gong XIAN NIAN ຮອງຜູ້ອໍານວຍການ ບໍລິສັດ ເສັ້ນທາງລົດໄຟ ລາວ-ຈີນ ຈໍາກັດ ສະເໜີບົດພາຍໃຕ້ຫົວຂໍ້ “ການພັດທະນາເສດຖະກິດຄຽງຄູ່ກັນໄປກັບ ເສັ້ນທາງລົດໄຟ ລາວ-ຈີນ”; 6. ທ່ານ ສັກດາ ຈິນດາວົງ, ຫົວໜ້າໜ່ວຍງານສົ່ງເສີມການລົງທຶນ, ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈໍາກັດຜູ້ດຽວ ສະເໜີບົດພາຍໃຕ້ຫົວຂໍ້ “ພາບລວມການພັດທະນາຂະເເໜງ ບໍລິການ ໂລຊິດສະຕິກ ຢູ່ ສປປ ລາວ ເພື່ອໃຫ້ເຊື່ອມໂຍງນຳພາກພື້ນ ອາຊຽນ”; ເເລະ 7. ທ່ານ ທະນົງສິງ ກັນລະຍາ, ຮອງປະທານສະພາການຄ້າ ເເລະ ອຸດສາຫະກຳ ເເຫ່ງຊາດລາວ ສະເໜີບົດພາຍໃຕ້ຫົວຂໍ້ “ໂອກາດໃນການລົງທຶນ ຢູ່ ສປປ ລາວ.

ນອກຈາກການຈັດກອງປະຊຸມສຳມະນາການສົ່ງເສີມການລົງທຶນຂ້າງເທິງ, ໃນຕອນເຊົ້າຂອງວັນທີ 25 ກັນຍາ 2024 ຄະນະຈາກກະຊວງ ແຜນການ ແລະ ການລົງທຶນໄດ້ເຂົ້າຮ່ວມ ກອງປະຊຸມໂຕະມົນ ກ່ຽວກັບຄວາມຮ່ວມມືດ້ານການລົງທຶນຂອງຈີນ-ອາຊຽນ ປະຈໍາປິ 2024 ພາຍໃຕ້ຫົວຂໍ້ “xxx (Sustainable Development and Collaboration in Emerging Industries between China and ASEAN)”