ສປປ ລາວ ດຶງດູດນັກລົງທຶນຍີ່ປຸ່ນເຂົ້າໃນເຂດເສດຖະກິດພິເສດ ແລະ ນິຄົມອຸດສາຫະກໍາ

by | Jul 17, 2025 | ຂ່າວສານ & ກິດຈະກຳ

ໃນວັນທີ 10 ກໍລະກົດ 2025, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (ASEAN Japan Centre), ຫ້ອງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ນະຄອນຫຼວງວຽງຈັນ (JETRO Vientiane Office) ແລະ ຂະແໜງການກ່ຽວຂ້ອງ ລາວ-ຍີ່ປຸ່ນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນລາວ ທີ່ໂຮງແຮມ the Royal Park Iconic, ນະຄອນໂອຊາກາ, ປະເທດຍີ່ປຸ່ນ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ຄໍາເຈນ ວົງໂພສີ,​ ລັດຖະມົນຕີ ປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ບັນດາທ່ານຮອງລັດຖະມົນຕີ ຂອງຂະແໜງການກ່ຽວຂ້ອງ ຂອງ ສປປ ລາວ ເຂົ້າຮ່ວມ ລວມທັງໝົດປະມານ 120 ທ່ານ, ໃນນັ້ນຝ່າຍລາວ 30 ທ່ານ ແລະ ພາກທຸລະກິດຍີ່ປຸ່ນ 90 ທ່ານ.

ກອງປະຊຸມດັ່ງກ່າວແມ່ນກອງປະຊຸມປະຈໍາປີ ໂດຍຄັ້ງນີ້ໄດ້ຈັດຂຶ້ນໃນໂອກາດການເດີນທາງເຂົ້າຮ່ວມງານວັນລາວໃນງານວາງສະແດງໂລກ ໂອາຊາກາ 2025 ແລະ ສະເຫຼີມສະຫຼອງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຍີ່ປຸ່ນຄົບຮອບ 70 ປີ ຊຶ່ງມີຈຸດປະສົງເພື່ອເຜີຍແຜ່ທ່າແຮງ ແລະ ກາລະໂອກາດການລົງທຶນໃນ ສປປ ລາວ ລວມທັງ ນະໂຍບາຍການລົງທຶນໃນເຂດເສດຖະກິດພິເສດ ແລະ ນິຄົມອຸດສາຫະກໍາ, ພ້ອມທັງເປັນໂອກາດໃນການຮັດແໜ້ນສາຍພົວພັນທາງດ້ານການຄ້າ, ການລົງທຶນ ແລະ ເປັນການເປີດໂອກາດໃຫ້ນັກທຸລະກິດຂອງສອງປະເທດໄດ້ມີໂອກາດພົບປະແລກປ່ຽນກັນໃນຂະແໜງກະສິກໍາ, ອຸດສາຫະກໍາປຸງແຕ່ງ, ການບໍລິການ, ການຂົນສົ່ງ, ທ່ອງທ່ຽວ ແລະ ອື່ນໆ.

ກອງປະຊຸມສົ່ງເສີມການລົງທຶນ ຄັ້ງນີ້ຈັດຂຶ້ນໃນໄລຍະທີ່ເໝາະສົມ ທັງນີ້ເພື່ອເປັນການເຜີຍແຜ່ກ່ຽວກັບ ການປັບປຸງກົງຈັກ-ການຈັດຕັ້ງທີ່ຮັບຜິດຊອບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ບັນດານິຕິກຳທີ່ກ່ຽວຂ້ອງເປັນຕົ້ນແມ່ນການປັບປຸງນະໂຍບາຍສົ່ງເສີມການລົງທຶນ. ໃນນັ້ນ, ສິ່ງທີພົ້ນເດັ່ນແມ່ນໄດ້ປັບປຸງກົດໝາຍສົ່ງເສີມການລົງທຶນໃນປີ 2024, ການຈັດຕັ້ງປະຕິບັດນະໂຍບາຍໃໝ່ໃຫ້ແກ່ເຂດເສດຖະກິດພິເສດ ແລະ ດໍາລັດວ່າດ້ວຍນິຄົມອຸດສາຫະກຳ ເພື່ອກຳນົດນະໂຍບາຍທີ່ເຈາະຈົງ ແລະ ພິເສດຕື່ມ. ພ້ອມນີ້, ນັກລົງຍີ່ປຸ່ນຍັງໄດ້ແລກປ່ຽນກ່ຽວກັບສະພາບ, ກາລະໂອກາດ, ຜົນສໍາເລັດ ແລະ ສິ່ງທ້າທາຍໃນການລົງທຶນຕົວຈິງຢູ່ ສປປ ລາວ ໃນຂະແໜງກະສິກໍາ, ຕ່ອງໂສ້ອຸດສາຫະກໍາການຜະລິດ, ການບໍລິການ, ການຂົນສົ່ງ, ແລະ ການບໍລິການຕິດພັນການທ່ອງທ່ຽວເຊັ່ນໂຮງແຮມ ແລະ  ຮ້ານອາຫານ.

ໃນຕອນທ້າຍນີ້ ທ່ານ ຄໍາເຈນ ວົງໂພສີ,​ ລັດຖະມົນຕີ ປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້​ເຊື້ອ​ເຊີນ​ບັນ​ດາ​ບໍ​ລິ​ສັດ​ຍີ່ປຸ່ນ​ ໄປ​ຢ້ຽມ​ຢາມ​ລາວ, ຊອກ​ກາ​ລະ​ໂອ​ກາດ​ການ​ລົງ​ທຶນຕົວຈິງ ໃນບັນດາຂະແໜງການທີ່ຍົກຂຶ້ນໃນກອງປະຊຸມ ແລະ ​ລົງມືລົງ​ທຶນ ​ຢູ່​ໃນປະເທດລາວ. ລັດຖະບານ ກໍ່ຄືພາກທຸລະກິດລາວ ມີຄວາມມຸ່ງຫມັ້ນທີ່ຈະຮ່ວມມືກັບນັກລົງທຶນຍີ່ປຸ່ນ ແລະ ຮັບປະກັນຜົນປະໂຫຍດທັງສອງຝ່າຍ.

ຮູບພາບປະກອບພາຍໃນງານ: (ກົດໃສ່ຮູບພາບເພື່ອຂະຫຍາຍ)