ລັດຖະບານລາວ, ລັດຖະບານອົດສະຕາລີ ແລະ ອົງການ ESCAP ເປີດໂຄງການ LIFT 4 Laos ໂຄງການຮ່ວມມື ລາວ-ອົດສະຕາລີ ໃນການຍົກລະດັບຄວາມອາດສາມາດ ແລະ ອໍານວຍຄວາມສະດວກດ້ານການລົງທຶນ ເພື່ອຄວາມເຂັ້ມແຂງທາງດ້ານເສດຖະກິດ
ລັດຖະບານລາວ, ລັດຖະບານອົດສະຕາລີ ແລະ ອົງການສະຫະປະຊາຊາດດ້ານເສດຖະກິດ ແລະ ສັງຄົມ ສໍາລັບພາກພື້ນອາຊຽນ (ESCAP) ໄດ້ເປີດໂຄງການ Laos-Australia Investment Facilitation and Transformation for Economic Resilience (LIFT 4 Laos) ຢ່າງເປັນທາງການໃນວັນທີ 24 ມີຖຸນາ 2025. ໂຄງການນີ້ມີມູນຄ່າ 2.1 ລ້ານດອລລາອົດສະຕາລີ ໄດ້ຮັບການສະໜັບສະໜູນຜ່ານ Mekong-Australia Partnership (MAP) ໂດຍມີຈຸດມຸ່ງໝາຍໃນການຍົກລະດັບຂີດຄວາມສາມາດຂອງ ສປປ ລາວ ໃນການດຶງດູດການລົງທຶນຕ່າງປະເທດທີ່ມີຄຸນນະພາບ ສົ່ງເສີມການພັດທະນາເສດຖະກິດຢ່າງຍືນຍົງ ເພີ່ມຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ສົ່ງເສີມການຮ່ວມມື ໃນພາກພື້ນ.
ໂຄງການ LIFT 4 Laos ແມ່ນເປັນການຮ່ວມມື ລະຫວ່າງ ກົມສົ່ງເສີມການລົງທຶນ, ສະຖານທູດອົດສະຕາລີ ໃນ ສປປ ລາວ ແລະ ອົງການ ESCAP ໂດຍປະກອບມີ 5 ວຽກງານຫຼັກຄື: ຍົກສູງຄວາມອາດສາມາດຂອງກົມກອງ, ການພັດທະນາເຄື່ອງມືການສົ່ງເສີມການລົງທຶນ, ພັດທະນາຍຸດທະສາດການລົງທຶນ, ສ້າງເຄື່ອງມືສົ່ງເສີມແບບມືອາຊີບ, ແລະ ອໍານວຍຄວາມສະດວກໃນການເຂົ້າຮ່ວມເວທີການສົ່ງເສີມລົງທຶນ ແລະ Roadshows ລະດັບພາກພື້ນ ແລະ ສາກົນ.
“ມື້ນີ້, ພວກເຮົາຈະພ້ອມກັນສະເຫຼີມສະຫຼອງບໍ່ພຽງແຕ່ການເປີດຕົວໂຄງການເທົ່ານັ້ນ, ແຕ່ຍັງເປັນການຮັດແໜ້ນການພົວພັນຄູ່ຮ່ວມມື 3 ຝ່າຍທີ່ສໍາຄັນລະຫວ່າງ ສປປ ລາວ, ອົດສະຕຣາລີ ແລະ ອົງການ ESCAP. ໂຄງການຮ່ວມມືຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດໂຄງການຂະ ໜາດໃຫຍ່ ໄລຍະ 30 ເດືອນ ຕິດພັນວຽກງານການສົ່ງເສີມການລົງທຶນພາກເອກະຊົນ ຊຶ່ງມັນສະແດງເຖິງວິໄສທັດ ແລະ ຄວາມພະຍາຍາມ ຂອງພວກເຮົາໃນການຍົກລະດັບ ແລະ ມາດຕະຖານວຽກງານການສົ່ງເສີມການລົງທຶນເອກະຊົນ ເພື່ອດຶງດູດເອົາການລົງທຶນທີ່ມີຄຸນນະພາບ ແລະ ປະກອບ ສ່ວນເຂົ້າມາພັດທະນາເສດຖະກິດຕາມທິດຍືຶນຍົງ ແລະ ສີຂຽວຂອງ ສປປ ລາວ.” – ທ່ານ ບໍວອນທັດ ດວງຈັກ, ຫົວໜ້າຫ້ອງການ, ກະຊວງ ການຕ່າງປະເທດ, ສປປ ລາວ.
“ອົດສະຕາລີ ມີຄວາມພາກພູມໃຈຕໍ່ການຮ່ວມມືກັບ ສປປ ລາວ, ໜຶ່ງໃນເສົາຄໍ້າຫຼັກຂອງການຮ່ວມມືຂອງພວກເຮົາແມ່ນ ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ຂ້າພະເຈົ້າຮູ້ສຶກດີໃຈທີ່ອົດສະຕາລີສາມາດສືບຕໍ່ສ້າງຄວາມເລິກ ການພັດທະນາເສດຖະກິດຜ່ານການຮ່ວມມືໃໝ່ນີ້, ເຊິ່ງໄດ້ຮັບການສະໜັບສະໜູນຈາກອົດສະຕາລີ ຜ່ານໂຄງການຮ່ວມມື ແມ່ນ້ຳຂອງ-ອົດສະຕາລີ (Mekong-Australia Partnership) ກັບ ກົມສົ່ງເສີມການລົງທຶນ.
ການດຶງດູດການລົງທຶນທີ່ມີຄຸນນະພາບສູງ ແມ່ນມີຄວາມສຳຄັນຫຼາຍຕໍ່ການຂະຫຍາຍຕົວຢ່າງຍືນຍົງຂອງລາວ, ເພາະຈະນຳເອົາເຕັກໂນໂລຊີ, ທັກສະ ແລະ ວິທີການຕ່າງໆ ທີ່ຊ່ວຍຍົກລະດັບການຜະລິດ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດໃນລະຍະຍາວ. ພ້ອມນັ້ນ, ຍັງເປັນການຊ່ວຍໃຫ້ເສດຖະກິດມີຄວາມຫຼາກຫຼາຍ ແລະ ຮັບປະກັນວ່າການພັດທະນາຈະເປັນປະໂຫຍດຕໍ່ຊຸມຊົນ, ບໍ່ພຽງແຕ່ເປັນຜົນກຳໄລຂອງບໍລິສັດເທົ່ານັ້ນ.
ໂຄງການ LIFT 4 Laos ຈະສ້າງຄວາມເຂັ້ມແຂງດ້ານພາລະບົດບາດ, ພັດທະນາເຄື່ອງມືຂອງກົມກອງ, ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງພາກພື້ນ. ອົງການ ESCAP ຮູ້ສຶກເປັນກຽດຫຼາຍທີ່ໄດ້ຮ່ວມມືກັບລັດຖະບານ ສປປ ລາວ ແລະ ລັດຖະບານອົດສະຕາລີ ເພື່ອເຜີຍເເຜ່ກາລະໂອກາດດ້ານການລົງທຶນທີ່ຈຳເປັນເພື່ອສ້າງປະກອບສ່ວນແກ່ການຂະຫຍາຍໂຕເສດຖະກິດ, ການມີສ່ວນຮ່ວມຂອງທຸກຄົນ, ແລະ ຄວາມຍືນຍົງ.” ກ່າວໂດຍ ນາງ ເບນີຕາ ຊົມເມີວິວ, ອຸປະທຸດສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ.
ໂຄງການ LIFT 4 Laos ແມ່ນໝາກຜົນຂອງສາຍພົວພັນຮ່ວມມືທີ່ໃກ້ຊິດ ລະຫວ່າງກົມສົ່ງ ເສີມການລົງທຶນ, ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ແລະ ອົງການ ESCAP ລວມທັງການພັດທະນາ ແລະ ຈັດຕັ້ງປະຕິບັດ ແຜນການສົ່ງເສີມການລົງທຶນພາກພື້ນອາຊຽນ (ASEAN Regional Investment Promotion Action Plan), ພ້ອມທັງການຈັດກອງປະຊຸມ ASEAN Investment Forum 2024 ທີ່ນະຄອນຫຼວງວຽງຈັນ ໂດຍມີການສະໜັບສະໜູນຈາກ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ.
“ການຮ່ວມມືຄັ້ງນີ້ ເປັນການຮ່ວມມືທີ່ເຫມາະສົມ ແລະ ມີຍຸດທະສາດໃນການເສີມສ້າງຄວາມສາມາດຂອງປະເທດໃນການດຶງດູດການລົງທຶນຄຸນນະພາບສູງ. ການດຶງດູດການລົງທຶນດັ່ງກ່າວຕ້ອງການຍຸດທະສາດເປົ້າໝາຍ, ກົມກອງທີ່ເຂັ້ມແຂງ ແລະ ສຳຄັນທີ່ສຸດ ແມ່ນການຮ່ວມມືທີ່ແທ້ຈິງ.” – ຜູ້ຕ່າງໜ້າອົງການ ESCAP ປະຈໍາປະເທດໄທ.
ການຮ່ວມມືໃນຄັ້ງນີ້ເກີດຂຶ້ນໃນຊ່ວງເວລາທີ່ ເໝາະສົມທີ່ສຸດ ເພາະເປັນຊ່ວງທີ່ລັດຖະບານກໍາລັງປັບປຸງກົງຈັກຂອງພາກລັດໃຫ້ມີປະສິດທິພາບຂຶ້ນ. ໂຄງການນີ້ຈະຍົກລະດັບຂີດຄວາມສາມາດໃນການກໍານົດເປົ້າໝາຍ, ການດຶງດູດ, ແລະ ການອໍານວຍຄວາມສະດວກການລົງທຶນ. ໂຄງການ LIFT 4 Laos ຈະຊ່ວຍສະໜັບສະໜູນ ສປປ ລາວ ໃນການຂັບເຄື່ອນຍຸດທະສາດພັດທະນາປະເທດຊາດ ໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານພາກກາງ ແລະ ທ້ອງຖິ່ນ ໃນການສົ່ງເສີມການລົງທຶນທີ່ມີຄຸນນະພາບ. ນອກຈາກກົມສົ່ງເສີມການລົງທຶນ, ໂຄງການຍັງຈະເຮັດວຽກຢ່າງໃກ້ຊິດກັບ ອົງການປົກຄອງແຂວງ ເພື່ອຮັບປະກັນຄວາມເຂົ້າໃຈ ແລະ ການນຳໃຊ້ຢ່າງສອດຄ່ອງທົ່ວປະເທດ.