ກອງປະຊຸມພົບປະທຸລະກິດຂັ້ນສູງ ລະຫວ່າງ ນັກທຸລະກິດ ລາວ-ມາເລເຊຍ

by | Jul 17, 2025 | ຂ່າວສານ & ກິດຈະກຳ

ໃນໂອກາດການເດີນທາງເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 46 ແລະ ສືບຕໍ່ຢຽມຢາມປະເທດມາເລເຊຍຢ່າງເປັນທາງການຂອງພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ກະຊວງ ແຜນການ ແລະ ການລົງທຶນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມດ້ວຍພາກທຸລະກິດລາວ-ມາເລເຊຍ ໄດ້ຈັດກອງປະຊຸມ “ກອງປະຊຸມພົບປະທຸລະກິດຂັ້ນສູງ ລະຫວ່າງ ນັກທຸລະກິດ ລາວ-ມາເລເຊຍ”  ໃນວັນທີ ໃນວັນທີ 27/5/2025 ທີໂຮງແຮມ JW Marriott, ນະຄອນກູລາລໍາເປີ, ປະເທດມາເລເຊຍ. ໂດຍມີຜູ້ເຂົ້າຮ່ວມທັງໝົດ 180 ທ່ານ ໃນນັ້ນວິສາຫະກິດມາເລເຊຍເຂົ້າຮ່ວມ 150 ທ່ານ. ໂດຍມີຈຸດປະສົງ ເພື່ອສ້າງໂອກາດໃນການພົບປະກັນ ລະຫວ່າງ ບັນດາວິສາຫະກິດລາວ ແລະ ມາເລເຊຍ ເຊິ່ງເປັນການສ້າງເງື່ອນໄຂໃຫ້ແກ່ພາກທຸລະກິດຂອງສອງປະເທດ ໄດ້ຮູ້ຈັກເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ; ພ້ອມທັງສາມາດສືບຕໍ່ແລກປ່ຽນຄໍາຄິດຄໍາເຫັນໃນການສົ່ງເສີມການຮ່ວມມືທາງດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃຫ້ເພີ່ມຂຶ້ນໃນຕໍ່ໜ້າ.

ກອງປະຊຸມໃນຄັ້ງນີ້ ເປັນການຢືນຢັນເຖິງ ສາຍພົວພັນໄມຕີຈິດ ແລະ ມິດຕະພາບ ທີ່ແໜ້ນແກ່ນ ຂອງສອງປະເທດ. ພ້ອມດຽວກັນ, ກໍ່ເປັນການສະແດງເຖິງຄວາມຢຶດໝັ້ນ ທີ່ມີຕໍ່ການເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງຊາດ ລາວ ແລະ ມາເລເຊຍ. ບົນພື້ນຖານການເຄົາລົບນັບຖື ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ, ແລະ ຍ້ອນມີວິໄສທັດ ເພື່ອຄວາມຈະເລີນຮຸ່ງເຮືອງ ທີ່ຈະແຈ້ງຮ່ວມກັນ, ການ​ຄ້າ​ ແລະ​ ການ​ລົງ​ທຶນ​ຂອງ​ສອງ​ຝ່າຍ​ ໄດ້​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ມາ​ເລ​ເຊຍ ແມ່ນໜຶ່ງໃນ​ບັນດາ​ນັກ​ລົງທຶນ​ຕ່າງປະເທດ ທີ່ສຳຄັນທີ່ສຸດ ຢູ່ ສປ ​ລາວ, ເຊິ່ງເຫັນໄດ້ວ່າ ປະເທດມາເລເຊຍ ໄດ້ເຂົ້າມາລົງທຶນໃນກິດຈະການສຳປະທານ ແລະ ບັນຊີຄວບຄຸມທັງ    ໝົດ 88 ໂຄງການ ມີມູນຄ່າການລົງທຶນທັງໝົດ 946 ລ້ານກວ່າ ໂດລາສະຫະລັດ, ໃນນັ້ນມູນຄ່າອະນຸມັດການລົງທຶນໂດຍກົງຈາກປະເທດມາເລເຊຍ ບັນລຸ 789 ລ້ານໂດລາສະຫະລັດ, ຈັດເປັນອັນດັບ 4 ຂອງປະເທດທີມີການລົງທຶນສູງສຸດໃນ ສປປ ລາວ ສາມາດເຫັນ ຫົວໜ່ວຍວິສາຫະກິດທີ່ປະສົບຜົນສຳເລັດຂອງ ມາເລເຊຍ ຢູ່ຫຼາຍຂົງເຂດເສດຖະກີດ ທີ່ສຳຄັນຢູ່ ສປປ ລາວ ເປັນຕົ້ນແມ່ນ ຂະແໜງ​ພະລັງງານ, ການ​ທະນາຄານ, ​ແລະ ​ພື້ນຖານ​ໂຄງ​ລ່າງ ເປັນຕົ້ນ.

ຕາງໜ້າພາກທຸລະກິດ ມາເລເຊຍ ໄດ້ສະແດງຄວາມສົນໃຈໃນການເຂົ້າມາລົງທຶນຢູ່ ສປປ ລາວ ທາງດ້ານພະລັງງານສະອາດ, ພື້ນຖານໂຄງລ່າງ, ການບໍລິການທາງດ້ານຊ່ຽວຊານທີ່ປຶກສາ, ກະສິກໍາທີ່ນໍາໃຊ້ເຕັກໂນໂລຊີບອກເຊນ ແລະ ອື່ນໆ.  ທ່ານ ນາຍົກລັດຖະມົນຕີ ໃນນາມລັດຖະບານ ມີຄວາມຍີນດີ ພ້ອມທັງໄດ້ໃຫ້ກຽດມີຄໍາແລກປ່ຽນ ແລະ ​ເຊື້ອ​ເຊີນ​ບັນ​ດາ​ບໍ​ລິ​ສັດ​ມາ​ເລ​ເຊຍ​ໄປ​ຢ້ຽມ​ຢາມ​ລາວ, ເພື່ອສຳ​ຫຼວດ​ກາ​ລະ​ໂອ​ກາດ​ການ​ລົງ​ທຶນ​ຫຼາຍ​ຢ່າງ​ທີ່​ ສປປ ລາວ ມີທ່າແຮງ ສຳລັບການລົງທຶນຈາກຕ່າງປະເທດ​ ລວມທັງນັກລົງທຶນຈາກ ມາເລຍເຊຍ. ສປປ ລາວ ມີຄວາມມຸ່ງຫມັ້ນທີ່ຈະເຮັດວຽກຮ່ວມກັນກັບພາກທຸລະກິດ ເພື່ອຮັບປະກັນວ່າ ການລົງທຶນໃຫ້ມີຜົນສໍາເລັດ ແລະ ໄດ້ຮັບຜົນປະໂຫຍດ ເຊິ່ງກັນ ແລະ ກັນ.

ຮູບພາບປະກອບພາຍໃນງານ: (ກົດໃສ່ຮູບພາບເພື່ອຂະຫຍາຍ)