ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ໄປຢ້ຽມຢາມຂັ້ນສູງ ໃນລະຫວ່າງ ວັນທີ 5-8 ພະຈິກ 2025 ທີ່ ອາບູດາບີ ແລະ ດູໄບ, ສະຫະນະຄອນ ເອເມຣັດ ອາຣັບ (UAE). ຈຸດປະສົງການຢ້ຽມຢາມຄັ້ງນີ້ ເພື່ອເພີ່ມທະວີສາຍພົວພັນດ້ານເສດຖະກິດ, ແລກປ່ຽນບົດຮຽນໃນການສົ່ງເສີມ ແລະ ດຶງດູດການລົງທຶນ ແລະ ຊອກຫາຄູ່ຮ່ວມມື ແລະ ລົງທືນໃນຂະແໜງການເງິນ ແລະ ເຕັກໂນໂລຊີ.

ຄະນະຜູ້ແທນໄດ້ໄປພົບປະກັບຜູ້ນຳຂອງລັດຖະບານ ເຊັ່ນ: ພະນະທ່ານ ຊາອິດ ບິນ ມູບາຣັກ ອາລ ຮາເຈຣີ (Saeed Bin Mubarak Alhajeri), ລັດຖະມົນແຫ່ງລັດຮັບຜິດຊອບວຽກງານການຕ່າງປະເທດແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ເພື່ອຮຽນຮູ້ກ່ຽວກັບນະໂຍບາຍຂອງ UAE ກ່ຽວກັບດ້ານການຄ້າ, ການລົງທຶນ, ເຂດເສດ ຖະກິດພິເສດ, ການພັດທະນາປັນຍາປະດິດ (AI), ແລະ ບໍລິການດ້ານການເງິນ ເພື່ອຮັດເເໜ້ນການຮ່ວມມື ລະ ຫວ່າງພາກລັດ ເເລະ ພາກເອກະຊົນຂອງ ສປປ ລາວ ເເລະ UAE. ນອກຈາກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ໄປ ຢ້ຽມຢາມສະຖາບັນການເງິນ ແລະ ເຕັກໂນໂລຢີຊັ້ນນໍາຂອງ UAE ຄື: ໄດ້ໄປຢ້ຽມຢາມຕະຫຼາດການເງິນສາກົນຂອງອາບູດາບີ (ADGM) ເພື່ອແລກປ່ຽນກ່ຽວກັບການຮ່ວມມືເພື່ອການປັບປຸງດ້ານລະບຽບການ, ລະບົບການ ເງິນຂອງ ສປປ ລາວ ໃຫ້ທັນສະໄໝ ແລະ ແລກປ່ຽນດ້ານວິຊາການ ເພື່ອປັບປຸງການຄຸ້ມຄອງດ້ານການເງິນ ແລະ ດຶງດູດການລົງທຶນຕ່າງປະເທດ, ໄປຢ້ຽມຢາມບໍລິສັດ G42 (Group 42), ບໍລິສັດ Kaspersky ແລະ ກຸ່ມບໍລິສັດ Yanggo ເພື່ອປຶກສາຫາລືກ່ຽວກັບການລົງທຶນທີ່ ສປປ ລາວ ມີທ່າແຮງ ແລະ ຄູ່ຮ່ວມມືດ້ານເຕັກນິກໃນໂຄງ ລ່າງພື້ນຖານເຕັກໂນໂລຊີສູງ, ໂດຍສະເພາະການພັດທະນາສູນຂໍ້ມູນທີ່ອີງໃສ່ປັນຍາປະດິດ (AI) ໃນລາວ, ໂດຍນໍາ ໃຊ້ທ່າແຮງດ້ານພະລັງງານສະອາດ ຂອງ ສປປ ລາວ.

ຫົວຂໍ້ຫຼັກຂອງການຢ້ຽມຢາມແມ່ນການສ້າງພື້ນຖານ ແລະ ສົ່ງເສີມ ໃຫ້ ສປປ ລາວ ເປັນສູນກາງພາກພື້ນສໍາ ລັບການນຳໃຊ້ພະລັງງານສະອາດ ເພື່ອສ້າງສູນຂໍ້ມູນ ແລະ ພັດທະນາການນຳໃຊ້ປັນຍາປະດິດ. ຂົງເຂດໂອກາດສໍາ ຄັນທີ່ໄດ້ນໍາສະເໜີແມ່ນ:
- ສົ່ງເສີມການລົງທຶນໃນການຜະລິດພະລັງງານແບບຍືນຍົງ ເພື່ອສະໜອງພະລັງງານໃຫ້ແກ່ຂະແໜງການ ທີ່ ມີການເຕີບໂຕສູງ, ລວມທັງອຸດສາຫະກໍາສູນຂໍ້ມູນທີ່ອີງໃສ່ AI.
- ລະດົມການຊ່ວຍເຫຼືອດ້ານການເງິນ ແລະ ເຕັກນິກວິຊາການ ເພື່ອປັບປຸງຂະບວນການ ແລະ ໂຄງສ້າງພື້ນ ຖານການ ລົງທຶນຂອງລາວໃຫ້ທັນສະໄໝ ເພື່ອຮັບປະກັນຄວາມຍືນຍົງ ແລະ ການຮັບປະກັນທີ່ໜັກແໜ້ນ ແກ່ນັກລົງທຶນ.
- ຊຸກຍູ້ການລົງທຶນຂອງ UAE ໃນໂຄງການຕ່າງໆທີ່ຈະຊ່ວຍເພີ່ມບົດບາດຂອງລາວໃຫ້ເປັນ ສູນກາງການ ເຊື່ອມໂຍງທາງບົກ ທີ່ສໍາຄັນສໍາລັບການຄ້າໃນພາກພື້ນ ແລະ ສາກົນ.
ການຢ້ຽມຢາມຄັ້ງນີ້ ໄດ້ສ້າງຊ່ອງທາງການຮ່ວມມືລະດັບສູງໂດຍກົງທີ່ປະສົບຜົນສຳເລັດ ລະຫວ່າງໜ່ວຍງານດ້ານການລົງທຶນ ຂອງ ສປປ ລາວ ກັບສະຖາບັນການເງິນ ແລະ ສະຖາບັນກອງທຶນຄວາມຮັ່ງມີແຫ່ງຊາດທີ່ ມີອຳນາດຂອງ UAE. ທັງສອງຝ່າຍເຫັນດີຈະເລັ່ງການແລກປ່ຽນດ້ານວິຊາການ ແລະ ການສຶກສາຄວາມເປັນໄປໄດ້ ສໍາລັບຫຼາຍໂຄງການທີ່ໄດ້ມີການປືກສາຫາລືກັນໃນລະຫວ່າງການພົບປະ.
ພະນະທ່ານ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການອໍານວຍ.


