ໃນວັນທີ 6 ທັນວາ 2025 ຜ່ານມາ “ກອງປະຊຸມປະຊາສໍາພັນສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານຂອງ ນິຄົມອຸດສາຫະກຳ ອາຊີໂປຕາສ” ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ ນະຄອນເຊິນເຈິ້ນ, ແຂວງກວາງຕົ່ງ ສປ ຈີນ. ໂດຍການ ເຂົ້າຮ່ວມ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວັນໄຊ ພອງສະຫວັນ ເລຂາພັກແຂວງໆຄໍາມ່ວນ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ ແລະ ທ່ານ ນາງ ຫຼິວ ປີງ ຢ່ຽນ ກໍາມະການສະພາບໍລິຫານ, ປະທານ ບໍລິສັດ ອາຊີ-ໂປຕາສ ສາກົນ. ງານຄັ້ງນີ້ຈັດຂຶ້ນເປັນຄັ້ງທໍາອິດ ຂອງ ການຈັດກອງປະຊຸມສົ່ງເສີມການລົງທຶນ ຫຼັງຈາກການປະກາດ “ດໍາລັດວ່າດ້ວຍນິຄົມອຸດສາຫະກຳ ອາຊີໂປຕາສ” ຢ່າງເປັນທາງການ.
ການສົ່ງເສີມການລົງທຶນໃນຄັ້ງນີ້ແນໃສ່ຄູ່ຮ່ວມມືທີ່ມີຄຸນນະພາບຈາກທົ່ວໂລກ, ໄດ້ມີການເຊັນສັນຍາໂຄງການອຸດສາຫະກຳ 16 ໂຄງການ, ຄາດວ່າຈໍານວນການລົງທຶນໃໝ່ ທັງໝົດປະມານ 1 ຕື້ 88 ລ້ານໂດລາ ແລະ ໃນອະນາຄົດຈະມີການເພີ່ມຂຶ້ນ ບັນລຸມູນຄ່າຜົນຜະລິດທັງໝົດ 1 ຕຶ້ 828 ລ້ານໂດລາ/ປີ, ກ່ຽວພັນກັບໂຄງການໃນລະບົບຕ່ອງໂສ້ອຸດສາຫະກຳເຄມີໂບຣມີນ, ໂຄງການວັດສະດຸໂລຫະລະດັບແຜ່ນຊິບ ໃນໂຄງການຄລໍ-ອັນຄາໄລ, ຊິລິຄອນ ອຸດສາຫະກຳ, ໂປຕາສຊຽມຊູນເຟດ, ຝຸ່ນປະສົມ ແລະ ຫຼາຍໂຄງການສໍາຄັນອື່ນໆ, ໄດ້ບັນລຸຜົນສໍາເລັດທີ່ໂດດເດັ່ນໃນການຂະຫຍາຍຂະໜາດ, ການຟື້ນຟູອຸດສາຫະກຳ ແລະ ການຍົກລະດັບກໍາລັງການຜະລິດ ເປັນຂີດໝາຍຂອງຜົນສຳເລັດການຍົກລະດັບຄຸນນະພາບ ແລະ ປະສິດທິພາບຢ່າງຮອບດ້ານ ຂອງ ລະບົບນິເວດອຸດສາຫະກຳໃນນິຄົມອຸດສາຫະກຳ ອາຊີໂປຕາສ.

ໃນກອງປະຊຸມດັ່ງກ່າວ, ທ່ານ ມະໄລທອງ ກົມມະສິດ ໄດ້ມີຄໍາເຫັນ ແລະ ເນັ້ນໜັກໃນກອງປະຊຸມວ່າ ເກືອໂປຕາສ ບໍ່ພຽງແຕ່ເປັນຊັບພະຍາກອນແຮ່ທາດເທົ່ານັ້ນ, ແຕ່ຍັງເປັນບູລິມະສິດຂອງຊາດ ແລະ ເປັນພື້ນຖານຂອງຍຸດທະສາດການຫັນປ່ຽນອຸດສາຫະກຳຂອງປະເທດ. ເປົ້າໝາຍຂອງພວກເຮົາບໍ່ພຽງແຕ່ແມ່ນການຂຸດຄົ້ນ ແລະ ສົ່ງອອກເທົ່ານັ້ນ, ແຕ່ຍັງແມ່ນການຫັນປ່ຽນຊັບພະຍາກອນທີ່ສຳຄັນນີ້ ໃຫ້ກາຍເປັນຜະລິດຕະພັນອຸດສາຫະກຳທີ່ມີມູນຄ່າເພີ່ມສູງ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບ, ສ້າງພື້ນຖານໂຄງລ່າງທີ່ທັນສະໄໝ ແລະ ປັບປຸງສະຫວັດດີການທາງສັງຄົມໃຫ້ແກ່ປະເທດ. ເພື່ອບັນລຸວິໄສທັດດັ່ງກ່າວ, ລັດຖະບານໄດ້ປະກາດດຳລັດວ່າດ້ວຍນິຄົມອຸດສາຫະກຳ ອາຊີໂປຕາສ ທີ່ມີຄວາມໝາຍຈາລຶກໃນປີນີ້, ໂດຍໄດ້ກໍານົດຂອບນະໂຍບາຍສົ່ງເສີມທີ່ໜ້າສົນໃຈທີ່ສຸດໃນລາວ. ນອກເໜືອໄປຈາກນະໂຍບາຍສົ່ງເສີມພິເສດດ້ານອາກອນຕ່າງໆ, ນິຄົມອຸດສາຫະກຳ ອາຊີໂປຕາສ ຍັງໄດ້ຮັບຜົນປະໂຫຍດຈາກທີ່ຕັ້ງ ທີ່ເປັນເອກະລັກສະເພາະຕົວ ຢູ່ແຂວງຄຳມ່ວນ. ລັດຖະບານບໍ່ພຽງແຕ່ໃຫ້ນະໂຍບາຍກໍ່ສ້າງນິຄົມອຸດສາຫະກຳເທົ່ານັ້ນ, ແຕ່ຍັງສ້າງເປັນສູນກາງດ້ານໂລຈິສະຕິກຍຸດທະສາດ ຢູ່ຈຸດຕັດກັນຂອງແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ໂຄງການທາງລົດໄຟໃໝ່ທີ່ກຳລັງຈະກໍ່ສ້າງ ຈະເຊື່ອມຕໍ່ໂດຍກົງກັບພາກຕາເວັນອອກສຽ່ງເໜືອຂອງປະເທດໄທ, ພາກກາງຂອງລາວ ແລະ ທ່າເຮືອນ້ຳເລິກ ວຸ້ງອ່າງ ຂອງຫວຽດນາມ ດັ່ງນັ້ນ, ຈຶ່ງສ້າງເປັນແລວທາງການຄ້າການຂົນສົ່ງຫຼາຍຮູບແບບທີ່ລຽບງ່າຍຈາກຈຸດໃຈກາງຂອງອາຊຽນໄປສູ່ຕະຫຼາດໂລກ. ໃນນາມຕາງໜ້າລັດຖະບານລາວ, ທ່ານ ມະໄລທອງ ກົມມະສິດ ໄດ້ເຊື້ອເຊີນນັກທຸລະກິດ ແລະ ນັກລົງທຶນຈີນໃຫ້ມາລົງທຶນ ແລະ ພັດທະນາໃນລາວດ້ວຍຄວາມກະຕືລືລົ້ນ ແລະ ຮັກສາສິ່ງແວດລ້ອມ. ທ່ານກ່າວຕື່ມອີກວ່າ: ລັດຖະບານລາວຈະເຮັດວຽກຮ່ວມກັບນັກທຸລະກິດ ແລະ ນັກລົງທຶນ ເພື່ອໃຫ້ບັນລຸ ຕ່າງຝ່າຍຕ່າງມີຜົນປະໂຫຍດໃນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ່ານ ວັນໄຊ ພອງສະຫວັນ ໄດ້ເນັ້ນໜັກວ່າ: ແຂວງຄຳມ່ວນມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນແຮ່ທາດ ແລະ ມີວິໄສທັດການພັດທະນາທີ່ຈະກາຍເປັນເຂດອຸດສາຫະກຳທີ່ທັນສະໄໝ ແລະ ເປັນຖານອຸດສາຫະກຳປຸງແຕ່ງພະລັງງານ ແລະ ແຮ່ທາດທີ່ສຳຄັນຂອງຊາດ. ໂຄງການລົງທຶນໃໝ່ນີ້ຈະສ້າງແຮງກະຕຸ້ນທີ່ເຂັ້ມແຂງໃຫ້ແກ່ການສ້າງລາຍຮັບໃນອະນາຄົດໃຫ້ແກ່ລັດຖະບານ ແລະ ທ້ອງຖິ່ນ. ໃນນາມຕາງໜ້າອົງການປົກຄອງແຂວງຄຳມ່ວນ, ທ່ານ ວັນໄຊ ພອງສະຫວັນ ໄດ້ເຊື້ອເຊີນນັກລົງທຶນມາລົງທຶນຢູ່ແຂວງຄໍາມ່ວນ ຊຶ່ງ ອົງການປົກຄອງແຂວງຄຳມ່ວນຈະສ້າງເງື່ອນໄຂ ແລະ ຄວາມສະດວກສະບາຍທີ່ດີທີ່ສຸດ ພາຍໃນຂອບກົດໝາຍຂອງລາວ, ຮັບປະກັນວ່ານັກລົງທຶນມີສະພາບແວດລ້ອມການລົງທຶນທີ່ປອດໄພ ແລະ ໜ້າເຊື່ອຖື ແລະ ເຮັດວຽກຮ່ວມກັບນັກລົງທຶນເພື່ອພັດທະນາ, ຂະຫຍາຍຕະຫຼາດ ແລະ ສ້າງໂອກາດທາງທຸລະກິດ.

ທ່ານ ນາງ ຫຼິວ ປີງຢ່ຽນ ກໍາມະການສະພາບໍລິຫານ, ປະທານ ບໍລິສັດ ອາຊີ-ໂປຕາສ ສາກົນ ກ່າວວ່າ: ຜົນງານອັນອຸດົມສົມບູນ ທີ່ບັນລຸໄດ້ໃນກອງປະຊຸມຄັ້ງນີ້ ແມ່ນອີງໃສ່ທ່າແຮງດ້ານອຸດສາຫະກໍາ ຂອງສປ.ຈີນ ກັບແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ຂອງລາວ ແລະ ເປັນຂີດໝາຍສຳຄັນ ພາຍໃຕ້ການຮ່ວມມືດ້ານອຸດສາຫະກໍາຕາມກອບການຮ່ວມມືຄູ່ຮ່ວມຊະຕາກໍາ ລາວ-ຈີນ. ພ້ອມທັງເປັນປະຫວັດສາດອັນສຳຄັນ, ຕົວແບບການຮ່ວມມືດ້ານອຸດສາຫະກໍາ ລະຫວ່າງ ສອງປະເທດ. ພາຍໃຕ້ການນໍາພາ ຊີ້ນຳ ຂອງພັກ ແລະ ລັດຖະບານ ໃນການປັບປຸງສະພາບແວດລ້ອມ ການລົງທຶນຢ່າງຕໍ່ເນື່ອງ ແລະ ເສີມສ້າງການດຶງດູດການລົງທຶນ ຈາກຕ່າງປະເທດ, ອາຊີ-ໂປຕາສ ສາກົນ ເປັນວິສາຫະກິດທີ່ໄດ້ມາດຕະຖານ ແລະ ນິຄົມອຸດສາຫະກຳທີ່ເປັນຕົວແບບ, ຈະຊ່ວຍຊຸກຍູ້ໃຫ້ ສປປ ລາວ ສາມາດເຕີມເຕັມຊ່ອງຫວ່າງໃນຂົງເຂດດັ່ງກ່າວ, ສົ່ງເສີມອຸດສາຫະກຳ ຂອງລາວ ຢ່າງມີປະສິດທິພາບ ແລະ ປະກອບສ່ວນເຂົ້າໃນເປົ້າ ໝາຍຍຸດທະສາດ ຂອງ ລາວ ໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ເສີມສ້າງໃຫ້ເສດຖະກິດມີຄວາມຍືດຍຸ່ນ.

