ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງ ສປປ ລາວ ຢ້ຽມຢາມ ກຳປູເຈຍ ເພື່ອເສີມຂະຫຍາຍການຮ່ວມມືໃນວຽກງານການລົງທຶນ

by | Apr 8, 2026 | ຂ່າວສານ & ກິດຈະກຳ

ພະນົມເປັນ – ໃນລະຫວ່າງ ວັນທີ 1 – 4 ເມສາ 2026, ຄະນະຜູ້ແທນຈາກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງ ສປປ ລາວ, ນຳໂດຍ ທ່ານ ປອ. ວັນທະນາ ນໍລິນທາ, ກໍາມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມເຮັດວຽກຢ່າງເປັນທາງການ ຢູ່ ສະພາເພື່ອການພັດທະນາ ແຫ່ງປະເທດກຳປູເຈຍ (The Council for the Development of Cambodia-CDC). ຄະນະຜູ້ແທນ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ເຈຍ ວຸທິ (H.E. Chea Vuthy), ເລຂາທິການ ຄະນະກຳມະການສົ່ງເສີມການລົງທຶນ ແຫ່ງ ກໍາປູເຈຍ ພ້ອມດ້ວຍຄະນະ.

ການພົບປະສອງຝ່າຍໃນຄັ້ງນີ້ ເປັນຂີດໝາຍສຳຄັນ ພາຍຫຼັງການປັບປຸງໂຄງສ້າງກົງຈັກການຈັດຕັ້ງຂອງລັດຖະບານ ສປປ ລາວ ແລະ ໄດ້ມີການສ້າງຕັ້ງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນເດືອນ ມິຖຸນາ 2025 ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ ລະຫວ່າງ 2 ອົງກອນ ທີ່ມີພາລະບົດບາດ ແລະ ໂຄງສ້າງການຈັດຕັ້ງທີ່ຄ້າຍຄືກັນ. ພ້ອມດຽວກັນນັ້ນ, ກໍເປັນບາດກ້າວທີ່ສຳຄັນໃນການເສີມສ້າງຄວາມເປັນມືອາຊີບໃນວຽກງານສົ່ງເສີມການລົງທຶນ ເພື່ອ ເສີມຂະຫຍາຍການຮ່ວມມືຍຸດທະສາດ ແລະ ຮອບດ້ານທີ່ຍາວນານລະຫວ່າງສອງປະເທດ ທີ່ໄດ້ຮັບການຮັບຮອງໃນປີ 2019, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຜັນຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເສີມຂະຫຍາຍສາຍພົວພັນທາງການທູດຄົບຮອບ 70 ປີ (15/6/1956-15/6/2026).

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ຄະນະກຳມະການສົ່ງເສີມການລົງທຶນແຫ່ງກຳປູເຈຍ ໄດ້ມີການ ແລກປ່ຽນບົດຮຽນດ້ວຍບັນຍາກາດອົບອຸ່ນໄມຕີຈິດ ຊຶ່ງສອງຝ່າຍໄດ້ນຳສະເໜີກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ພາລະບົດບາດ ແລະ ການເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການສ່ົ່ງເສີມການລົງທຶນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃນການສືບຕໍ່ແລກປ່ຽນການພົບປະ-ຢ້ຽມຢາມ ສອງຝ່າຍ ຂອງສອງອົງກອນ ຢ່າງປົກກະຕິ. ຄະນະກຳມະການສົ່ງເສີມການລົງທຶນແຫ່ງກຳປູເຈຍ ມີບົດບາດສຳຄັນໃນການສົ່ງເສີມການລົງທຶນພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນໃຫ້ແກ່ການພັດທະນາ ແລະ ການຫັນປ່ຽນໂຄງສ້າງເສດຖະກິດຂອງປະເທດ ໂດຍໄດ້ປັບປຸງຂອດຂັ້ນໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ ເພື່ອສ້າງເງື່ອນໄຂໃຫ້ພາກເອກະຊົນໄດ້ຮັບການພັດທະນາຢ່າງເຕັມທີ່.

ຄະນະຍັງໄດ້ພົບປະກັບພາກເອກະຊົນກຳປູເຈຍ ທີ່ມີທ່າແຮງ ແລະ ມີຄວາມສົນໃຈໃນການຂະຫຍາຍການລົງທຶນມາ ສປປ ລາວ. ໃນນັ້ນ, ໄດ້ຢ້ຽມຢາມ ແລະ ເຮັດວຽກນຳ ກຸ່ມບໍລິສັດ Canadia Integrated Group ເຊິ່ງເປັນກຸ່ມບໍລິສັດ ທີ່ຜົນສຳເລັດສູງ ແລະ ລົງທຶນໃນຫຼາຍຂະແໜງການ ເປັນຕົ້ນ ທະນາຄານ ແລະ ການເງິນ, ການປະກັນໄພ, ສາທາລະນະສຸກ, ອະສັງຫາລິມະສັບ ແລະ ພັດທະນາພື້ນຖານໂຄງລ່າງ ລວມທັງເປັນຜູ້ພັດທະນາ ໂຄງການສະໜາມບິນສາກົນເຕໂຊ (Techo). ກຸ່ມບໍລິສັດໄດ້ສ້າງຕັ້ງທະນາຄານ ການາເດຍ ຢູ່ ສປປລາວ ແລ້ວ ແລະ ກຳລັງສຶກສາທ່າແຮງໃນການຂະຫຍາຍການລົງທຶນໃນຂະແໜງການອື່ນໆຕື່ມຢູ່ ສປປ ລາວ. ຄະນະຜຸ້ແທນໄດ້ຢ້ຽມຢາມ ເຂດເສດຖະກິດພິເສດ Royal Group Phnom Penh SEZ ຕັ້ງຢູ່ນະຄອນຫຼວງ ພະນົມເປັນ ເພື່ອສຶກສາຮູບແບບການຄຸ້ມຄອງ ແລະ ການອຳນວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ ເຊິ່ງໄດ້ ປະກອບສ່ວນສຳຄັນໃນການດຶງດູດເອົາການລົງທຶນໃນຂະແໜງອຸດສາຫະກຳປຸ່ງແຕ່ງ ແລະ ເປັນຕົ້ນແບບຂອງການພັດທະນາເຂດເສດຖະກິດພິເສດຢູ່ ໃນຫຼາຍແຂວງ ທົ່ວປະເທດກຳປູເຈຍ.