ໃນວັນທີ 30 ກໍລະກົດ 2025, ສາມອົງການຈັດຕັ້ງມະຫາຊົນ ຂອງກົມສົ່ງເສີມການລົງທຶນ, ຄະນະກໍາມະການສົ່ງເສີມ ແລະ ຄ້ມຄອງການລົງທຶນ, ນໍາພາ ໂດຍ ທ່ານ ປອ ວັນທະນາ ນໍລິນທາ, ເລຂາຄະນະບໍລິຫານງານ ຊປປລ ກະຊວງ ແຜນການ ແລະ ການລົງທຶນ (ເມື່ອກ່ອນ), ຫົວໜ້າກົມສົ່ງເສີມການລົງທຶນ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ໄປມອບເງິນທີ່ໄດ້ຈາກ ການປະກອບສ່ວນຂອງ ພະນັກງານ ພາຍໃນ ກົມສົ່ງເສີມການລົງທຶນ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ ຈໍານວນ 10 ລ້ານ ກີບ ທີ່ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃຫ້ກຽດຮັບໂດຍ ທ່ານ ມອນໄຊ ລາວມົວຊົ່ງ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍ ທ່ານ ຮອງປະທານ ແລະ ກໍາມະການ ຂອງຄະນະກໍາມະການຄຸ້ມຄອງໄພພິບັດ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ.
ການເຄື່ອນໄຫວຂອງສາມອົງການຈັດຕັ້ງ ກົມສົ່ງເສີມການລົງທຶນ
