ການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ເປັນຮູບແບບການລົງທຶນນື່ງ ທີ່ລັດຖະບານ ສປປ ລາວ ສົ່ງເສີມໃຫ້ມີຫຼາຍຂື້ນ ເພື່ອຍົກລະດັບປະສິດທິພາບ ແລະ ປະສິດທິຜົນ ຂອງການລົງທຶນ ໃນໂຄງການພັດທະ ນາຕ່າງໆ ທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດຍືນຍົງ ແລະ ສີຂຽວ ຂອງລັດຖະບານ ດ້ວຍການດຶງດູດເອົາທຶນຮອນ, ນະວັດຕະກຳ, ເຕັກໂນໂລຢີ ແລະ ປະສົບປະການທີ່ີດີຂອງພາກ ເອກະຊົນ ໃຫ້ມາມີສ່ວນຮ່ວມໃນການພັດທະນາໂຄງການລົງທຶນ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ງົບປະມານ ການລົງທຶນໂດຍກົງ ຂອງລັດຖະບານ.
ພາຍໃຕ້ການຮ່ວມມືກັບ ໂຄງການປັບປຸງການລົງທຶນທີ່ມີຄຸນນະພາບ ເພື່ອບັນລຸເປົ້າໝາຍການພັດທະນາ ແບບຢືນຍົງ (PEA), ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ໃນວັນທີ 09 ມີນາ 2022, ກົມສົ່ງເສີມການລົງທຶນ, ກະຊວງ ແຜນການ ແລະ ການລົງທຶນ, ໃນນາມເປັນ ຫ້ອງການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ໄດ້ເປີດການຝຶກອົບຮົມ ກ່ຽວກັບການນໍາໃຊ້ວິທີການວິ ເຄາະທາງດ້ານການເງີນ ຫຼື ໂມເດວການເງິນ (Financial model) ທີ່ອອກແບບສະເພາະເພື່ອນຳໃຊ້ສໍາລັບການ ປະເມີນຄວາມເປັນໄປໄດ້ທາງດ້ານເສດຖະກິິດຂອງໂຄງການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ (PPP).
ໃນປີ 2020 ດຳລັດ ວ່າດ້ວຍການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ (PPP) ໄດ້ຖືກຮັບ ຮອງ ໂດຍລັດຖະບານ. ຫຼັງຈາກນັ້ນ, ພາກລັດໄດ້ດຳເນີນການສ້າງ ບັນດານິຕິກຳລຸ່ມກົດໝາຍ ແລະ ເຄື່ອງມື ທີ່ຈຳເປັນ ໃນການຄຸ້ມ ຄອງການລົງທຶນ PPP ເພື່ອໃຫ້ທັນກັບສະພາບຄວາມຮຽກຮ້ອງຕ້ອງການຂອງ ວຽກງານ ການລົງທຶນຮ່ວມ.
ທ່ານ ນ. ທະວີຈັນ ທ່ຽງເທບວົງສາ, ຮອງຫົວໜ້າກົມສົ່ງເສີມການລົງທຶນ ໄດ້ກ່າວໄວ້ວ່າ “ໄປຄຽງຄູ່ກັບ ການວາງນະໂຍບາຍ, ການສ້າງນິຕິກໍາ ເພື່ອສົ່ງເສີມ ແລະ ຄຸ້ມຄອງການລົງທຶນຮ່ວມ, ພວກເຮົາມີຄວາມຈຳເປັນ ຫລາຍທີ່ ຕ້ອງໄດ້ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຂອງພາກລັດ ກໍຄືການຍົກລະດັບຄວາມຮູ້ຄວາມສາມາດ ດ້ານວິຊາການໃຫ້ແກ່ບຸກຄະລາກອນຂອງພາກລັດໃນຂະແໜງການຕ່າງໆເປັນກ້າວໆ. ການຝຶກອົບຮົບ ຄັ້ງນີ້ຈະເປັນ ການຍົກລະດັບ ຄວາມຮູ້ຄວາມສາມາດໃນການວິເຄາະດ້ານການເງີນຂອງໂຄງການລົງທຶນຮ່ວມ ເຊີ່ງເປັນຂໍ້ມູນພື້ນ ຖານດ້ານການເງີນທີ່ເປັນອົງປະກອບທີ່ສຳຄັນໃຫ້ແກ່ການຕັດສິນໃຈໃນການລົງທຶນ, ການກຳນົດບັນດາເງື່ອນ ໄຂທີ່ສຳຄັນຂອງສັນຍາໂຄງການລົງທຶນຮ່ວມ ເຊັ່ນ: ການກຳນົດຮູບການລົງທຶນ, ອາຍຸໂຄງການ, ຜົນໄດ້ຮັບດ້ານການເງີນ, ຄວາມສ່ຽງ, ການແບ່ງຄວາມຮັບຜິດຊອບ ແລະ ຜົນປະໂຫຍດ ລະຫວ່າງ ລັດຖະບານ ແລະ ພາກເອກະຊົນ ໃນຕະຫລອດໄລບະວົງຈອນຂອງໂຄງການ ຢ່າງມີວິທະຍາສາດ”.
ການຝຶກອົບຮົມຄັ້ງນີ້ຈະດຳເນີນໄປເປັນເວລາ 03 ວັນ ແຕ່ວັນທີ 09-11 ມີນາ 2022 ໂດຍພະນັກງານ-ລັດຖະກອນຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ ຈຳນວນ 21 ທ່ານ. ຄາດວ່າພາຍຫຼັງການ ຝຶກອົບຮົບຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນກ່ຽວກັບພື້ນຖານການເງິນໂຄງການລົງທຶນ, ການວິເຄາະຮັບລາຍ-ລາຍຈ່າຍ ແລະ ການແບ່ງປັນຜົນປະໂຫຍດ, ລວມທັງການຈຳລອງປັດໄຈຄວາມສ່ຽງຕ່າງໆ ທີ່ອາດມີຜົນກະທົບຕໍ່ການລົງທຶນຕະຫຼອດວົງຈອນຂອງໂຄງການ ເພື່ອນຳໄປນຳໃຊ້ໃນການຄົ້ນຄວ້າໂຄງການລົງທຶນ ຕົວຈິງຢ່າງມີປະສິດທິພາບສູງຂື້ນ. .
ຕັ້ງແຕ່ປີ 2018 ເປັນຕົ້ນມາ, ກົມສົ່ງເສີມການລົງທຶນ ແລະ ໂຄງການ PEA ໄດ້ມີການສ້າງເຄື່ອງມື ແລະ ຍົກສູງຄວາມເຂັ້ມແຂງທາງດ້ານການສົ່ງເສີມ ແລະ ຄຸ້ມຄອງການລົງທຶນທີ່ມີຄຸນນະພາບ. ເລີ້ມແຕ່ທ້າຍປີ 2021, ໄດ້ລົງເລິກການຊ່ວຍເຫຼືອດ້ານວິຊາການໃນໂຄງການລົງທຶນຮ່ວມ (PPP), ນອກຈາກການຝຶກອົບຮົມຄັ້ງນີ້, ໂຄງ ການຍັງຈະໃຫ້ການສະໜັບສະໜູນການສ້າງຄໍາແນະນຳໃນການຄັດເລືອກ ແລະ ຄຸ້ມຄອງໂຄງການລົງທຶນຮ່ວມ (PPP), ສ້າງບົດສະເໜີເບື້ອງຕົ້ນໂຄງການລົງທຶນຮ່ວມ ແລະ ຮ່າງສັນຍາລົງທຶນຮ່ວມ (PPP). ໂຄງການດັ່ງກ່າວ ໄດ້ຮັບທຶນຊ່ວຍເຫຼືອຈາກອົງການສະຫະປະຊາຊາດ ປະຈໍາລາວ, ລັດຖະບານ ໂອຕຣິດ, ແບນຊິກ, ນອກແວ, ຊູ ແອດ ແລະ ສະຫະພາບເອີຣົບ.