ຫົວຂໍ້ “ການຮ່ວມມືຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”, ທີ່ ສູນຮ່ວມມືສາກົນ ເເລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ
ໃນຕອນບ່າຍ ຂອງ ວັນທີ 03 ທັນວາ 2025, ຄະນະກໍາມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ສົມທົບກັບ ຄະນະກຳມະການຮ່ວມມືລາວ-ຫວຽດ, ກະຊວງການເງິນ ສສ ຫວຽດນາມ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ໄດ້ຈັດກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມືຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ” ທີ່ ສູນຮ່ວມມືສາກົນ ເເລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ເເລະ ພາກທຸລະກິດ ຈໍານວນປະມານ 500 ທ່ານ. ກອງປະຊຸມ ໄດ້ຮັບກຽດຢ່າງສູງເປັນປະທານຮ່ວມ ໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ພະນະທ່ານ ຟາມ ມິງ ຈິງ, ນາຍົກລັດຖະມົນຕີ ເເຫ່ງ ສສ ຫວຽດນາມ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ ຖືເປັນເວທີແຫ່ງການເສີມຂະຫຍາຍສາຍພົວພັນ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດ ພ້ອມທັງ ປະກອບສ່ວນໃຫ້ແກ່ການສະເຫຼີມສະຫຼອງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 62 ປີແລະ ການສະເຫຼີມສະຫຼອງວັນສະຖາປະນາສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ.
ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ, ປະທານຄະນະກະມະການຮ່ວມມືລາວ-ຫວຽດນາມ ທັງເປັນ ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລາຍງານວ່າ: ລັດຖະບານ ສປປ ລາວ ໄດ້ຖືສຳຄັນການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ແລະ ໃຫ້ບູລິມະສິດສູງສຸດຕໍ່ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ການລົງທຶນໃຫ້ດີຂຶ້ນ ເປັນຕົ້ນການປັບປຸງບັນດາຂອດຂັ້ນໃນການພິຈາລະນາອະນຸມັດ ແລະ ການຄຸ້ມຄອງການລົງທຶນ ໃຫ້ມີປະສິດທິພາບ ປະສິດທິຜົນ. ອັນພົ້ນເດັ່ນ ແມ່ນໄດ້ສໍາເລັດການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃນທ້າຍປີ 2024 ທີ່ຜ່ານມາ ເຊິ່ງ ໄດ້ກໍານົດ 9 ກຸ່ມຂະແໜງການທີໄດ້ຮັບນະໂຍບາຍສົ່ງເສີມ ເປັນຕົ້ນແມ່ນ ການຍົກເວັ້ນອາກອນກຳໄລ, ການຍົກເວັ້ນຄ່າເຊົ່າ ຫຼື ຄ່າສຳປະທານດິນຂອງລັດ, ການຍົກເວັ້ນພາສີສຳລັບການນຳເຂົ້າວັດຖຸປະກອນທີ່ບໍ່ສາມາດສະໜອງຢູ່ພາຍໃນປະເທດ ແລະ ພາຫານະກົນຈັກ ຮັບໃຊ້ການຜະລິດໂດຍກົງ ໂດຍໄດ້ກໍານົດອັດຕາການໃຫ້ນະໂຍບາຍຂຶ້ນກັບຂະແໜງການ ແລະ ຈຸດທີ່ຕັ້ງຂອງໂຄງການ, ພ້ອມທັງ ໃຫ້ນະໂຍບາຍພິເສດສຳລັບ ການພັດທະນາ ນິຄົມອຸດສາຫະກໍາ ແລະ ເຂດເຕັກໂນໂລຊີລະດັບສູງ ເພື່ອສົ່ງເສີມການຜະລິດທີເປັນລະບົບຕ່ອງໂສ້ ເຊື່ອມໂຍງກັບຖານການຜະລິດຂອງພາກພື້ນ ແລະ ສາກົນ. ທ່ານ ຮອງນາຍົກ ໄດ້ສະ ເໜີຕື່ມວ່າ ສະເພາະ 10 ເດືອນ ປີ 2025 ໄດ້ອະນຸມັດການລົງທຶນໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃນກິດຈະການສໍາປະທານ ແລະ ບັນຊີກິດຈະການຄວບຄຸມທັງໝົດ 95 ໂຄງການ, ມີມູນຄ່າອະນຸມັດທັງໝົດ 5 ຕື້ກວ່າ ໂດລາສະຫະລັດ, ເມື່ອທຽບໃສ່ການລົງທຶນໝົດປີ 2024 ເຫັນວ່າມີທ່າອ່ຽງເພີ່ມຂື້ນ ເກືອບ 2 ເທົ່າ. ການລົງທຶນຈາກ ສສ ຫວຽດນາມກະຈາຍຢູ່ໃນບັນດາຂະແໜງການສຳຄັນຕ່າງໆ ເປັນຕົ້ນ ຂະ ແໜງພະລັງງານໄຟຟ້າ, ຂະແໜງບໍ່ແຮ່ ແລະ ກະສິກໍາ ແລະ ສະເພາະໃນປີ 2025 ນີ້ ໄດ້ອະນຸມັດການລົງທຶນຈາກ ສສ ຫວຽດນາມ 2.5 ຕື້ ໂດລາສະຫະລັດ (ທຽບກັບປີ 2024 ເພີ່ມຂື້ນ 59.6%).
ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ກອງປະຊຸມສົ່ງເສີມການລົງທຶນລາວ-ຫວຽດນາມ ເຊີ່ງເປັນການສ້າງເງື່ອນໄຂ ແລະ ກາລະໂອກາດອັນສໍາຄັນ ໃນການພົບປະແລກປ່ຽນ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ກໍ່ຄື ລະຫວ່າງພາກທຸລະກິດຂອງ 2 ປະເທດ ເພື່ອຊຸກຍູ້ສົ່ງເສີມການພົວພັນ ຮ່ວມມືທາງການຄ້າ ແລະ ການລົງທຶນ ໃຫ້ໄດ້ຮັບ ໝາກຜົນ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມທັງ ເຊື້ອເຊີນວິສາຫະກິດຂອງທັງ 2 ປະເທດ ໃຫ້ສືບຕໍ່ສຶກສາໂອກາດໃນການຂະຫຍາຍການລົງທຶນ ເພື່ອປະຕິບັດບົດບາດ “ການເປັນນັກຮົມໃນສະໜາມຂອງການພັດທະນາປະເທດໃນໄລຍະໃໝ່”.
ເພື່ອໃຫ້ການຮ່ວມມື ລະຫວ່າງ ສອງ ຊາດ ລາວ-ຫວຽດນາມ ໂດຍສະເພາະເເມ່ນ ສາຍພົວພັນອັນເລິກເຊິ່ງ ອ້າຍ-ນ້ອງ ທີ່ບໍ່ມີໃຜຄື ເເລະ ບໍ່ຄືໃຜ, ພະນະທ່ານ ຟາມ ມິງຈິງ, ນາຍົກລັດຖະມົນຕີ ເເຫ່ງ ສສ ຫວຽດນາມ ໄດ້ ຊົມເຊີຍ ແລະ ຍ້ອງຍໍ ຕໍ່ລັດຖະບານ ສປປ ລາວ ທີ່ໄດ້ມີຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ໄດ້ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຂອງຫວຽດນາມ ຂະຫຍາຍການລົງທຶນມາຍັງ ສປປ ລາວ ນັບມື້ນັບຫຼາຍຂຶ້ນ ແລະ ຮຽກຮ້ອງໃຫ້ ວິສາຫະກິດຂອງທັງ 2 ປະເທດ ສ້າງຈິນຕະນາການໃໝ່ໃນການລົງທຶນ ເພີ່ມບົດບາດໃນການຂັບເຂື່ອນເສດຖະກິດໃຫ້ສົມຄູ່ກັບສາຍພົວພັນອັນພິເສດລະຫວ່າງ 2 ປະເທດ.
ໃນວາລະສຸດທ້າຍຂອງ ກອງປະຊຸມ, ໄດ້ມີພິທີມອບ-ຮັບ ແລະ ແລກປ່ຽນ ເອກະສານວຽກງານລົງທຶນທັງໝົດ 09 ເອກະສານ ເຊິ່ງເປັນສັນຍາລັກອັນເປັນຮູບປະທຳໃຫ້ແກ່ການເສີມຂະຫຍາຍການຮ່ວມມືດ້ານການລົງທຶນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.

