ເນື່ອງໃນໂອກາດທີ່ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມ ກອງປະຊຸມໃຫຍ່ ເສດຖະກິດ ຕາເວັນອອກ ຄັ້ງທີ 10 (The 10th EEF) ຕາມການເຊື້ອເຊີນຂອງ ທ່ານ ປະທານາທິບໍດີ ວາລາດີເມຍ ປູຕິນ ຢ່າງເປັນທາງການ ທີ່ ເມືອງວາລາດີວັດສະຕົກ, ສ. ຣັດເຊຍ ໃນລະຫວ່າງວັນທີ 03-06 ກັນຍາ 2025, ຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງ ຊາດ ລາວ ເເລະ ກົມເສດຖະກິດ (ກະຊວງ ການຕ່າງປະເທດ) ຮ່ວມກັບ ພາກລັດ-ພາກທຸລະກິດຂອງ ຣັດເຊຍ ຈັດກອງປະຊຸມ ພົບປະທຸລະກິດ ຣັດເຊຍ-ລາວ ຂື້ນ ໃນເວລາ 17:00 ຂອງວັນທີ 04 ກັນຍາ 2025 ທີ່ ມະຫາວິທະຍາໄລ Far Eastern Federal University (FEFU), ທີ່ ເມືອງວະລາດີວັອດສະຕັອກ, ສ.ຣັດເຊຍ ໂດຍມີການນຳຂັ້ນສູງ ເເລະ ນັກທຸລະກິດ ຝ່າຍ ລາວ-ຣັດເຊຍ ເຂົ້າຮ່ວມ ຢ່າງພ້ອມພຽງຮຽງໜ້າ.
ກອງປະຊຸມໃນຄັ້ງນີ້, ກ່າວຕ້ອນຮັບໂດຍ ທ່ານ ອີ່ວານ ໂປລີຢ່າຄັອບ (Ivan Polyakov), ປະທານສະພາທຸລະກິດ ຣັດເຊຍ-ອາຊຽນ ເເລະ ເປັນກຽດກ່າວສູນທອນພົດໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍທ່ານໄດ້ກ່າວວ່າ: ກອງປະຊຸມໃນມື້ນີ້ ເປັນການຢືນຢັນເຖິງ ສາຍພົວພັນໄມຕີຈິດ ແລະ ມິດຕະພາບ ທີ່ແໜ້ນແກ່ນ ຂອງ 2 ປະເທດຂອງພວກເຮົາ ເເລະ ຖືເປັນໜຶ່ງໃນກິດຈະກຳສຳຄັນ ໃນການຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ເເລະ ການທ່ອງທ່ຽວ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຣັດເຊຍ ຄົບຮອບ 65 ປີ. ນອກນັ້ນ, ພະນະທ່ານ ນາຍົກ ຍັງໄດ້ ກ່າວຕື່ມວ່າ: ດັ່ງທີ່ພວກເຮົາຮູ້ນຳກັນເເລ້ວວ່າ, ສປປ ລາວ ເເລະ ຣັດເຊຍ ມີສາຍສຳພັນພິເສດອັນຍາວນານ ນັບເເຕ່ປີ 1960 ແລະ ກ້າວໄປສູ່ການເປັນຄູ່ຮ່ວມມືຍຸດທະສາດໃນປີ 2011 ເຊິ່ງຜ່ານມາ ຣັດເຊຍ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນຫຼາຍດ້ານ ເຊັ່ນ ຍຸດໂທປະກອນທາງດ້ານ ການເເພດ-ການທະຫານ, ເຕັກໂນໂລຊີໃນດ້ານການສຶກສາ, ທຶນການສຶກສາໃຫ້ແກ່ ນັກສຶກສາລາວ ມາສຶກສາຕໍ່ທີ່ ປະເທດ ຣັດເຊຍ ເເລະ ອື່ນໆ.
ໃນໂອກາດດັ່ງກ່າວ, ທ່ານ ປອ ວັນທະນາ ນໍລິນທາ, ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ໄດ້ເປັນກຽດຂຶ້ນນຳສະເໜີ ກາລະໂອກາດໃນການລົງທຶນຢູ່ ສປປ ລາວ ເຊິ່ງໄດ້ລົງເລິກໃຫ້ບັນດາ ນັກທຸລະກິດ ຣັດເຊຍ ເຫັນເຖິງສະພາບການລົງທຶນຢູ່ ສປປ ລາວ ໃນປັດຈຸບັນ ເເລະ ບົດບາດ ການຄ້າ-ການລົງທຶນ ເເລະ ການເຊື່ອມໂຍງ-ເຊື່ອມຈອດຂອງ ສປປ ລາວ ຜ່ານທາງລົດໂຟ ລາວ-ຈີນ ທີ່ນັບມື້ນັບມີຄວາມສະດວກສະບາຍ ເເລະ ສາມາດຍົກສູງນະໂຍບາຍເຊື່ອມໂຍງ ເເລະ ເຊື່ອມຈອດກັບ ພາກພື້ນ ເເລະ ສາກົນ ໃຫ້ນັບມື້ນັບສູງຂຶ້ນ.
ເຫັນໄດ້ວ່າ: ນັກລົງທຶນຈາກ ຮັດເຊຍ ມີທ່າເເຮງໃນຫຼາຍຂະເເໜງການລົງທຶນຢູ່ ສປປ ລາວ ເຊັ່ນ: ຂະເເໜງ ກະສິກຳ ສະອາດ, ຂະເເໜງ ພະລັງງານ ສະອາດ, ຂະເເໜງ ຂຸດຄົ້ນເເຮ່ທາດເເບບຍືນຍົງ, ຂະເເໜງ ອຸດສາຫະກຳປຸງເເຕ່ງເເບບທັນສະໄຫມ, ຂະເເໜງ ຂົນສົ່ງ-ໂລຈິດສຕິກ, ຂະເເໜງ ທ່ອງທ່ຽວ ເເລະ ອື່ນໆ ຊຶ່ງນັບແຕ່ປີ 1989 ເປັນຕົ້ນມາ ມີການລົງທຶນໃນກິດຈະການສຳປະທານ ແລະ ບັນຊີຄວບຄຸມ ທັງໝົດຈາກ ສ. ຣັດເຊຍ ເເມ່ນ 24 ໂຄງການ, ມີມູນຄ່າການລົງທຶນທັງໝົດ 52 ລ້ານກວ່າ ໂດລາສະຫະລັດ ເເລະ ຈັດຢູ່ໃນອັນດັບທີ 22. ສຳລັບ ການຄ້າກັບສະຫະພັນຣັດເຊຍ, ໃນໄລຍະ ແຕ່ປີ 2013 ເຖິງປະຈຸບັນ ມີມູນຄ່າລວມຫລາຍກວ່າ 90 ລ້ານ ໂດລາສະຫະລັດ, ໃນນັ້ນ ມູນຄ່າການຄ້າ ໃນປີ 2024 ມີຫລາຍກວ່າ 5.8 ລ້ານໂດລາສະຫະລັດ ເຊິ່ງເພີ່ມຂຶ້ນ ປະມານ 50.53% ທຽບກັບປີ 2023 ໃນນັ້ນ ນໍາເຂົ້າ 5.75ລ້ານໂດລາ, ສົ່ງອອກ 0.24 ລ້ານໂດລາ. ສິນຄ້າທີ່ລາວສົ່ງໄປຣັດເຊຍປະກອບມີ: ອາໄຫຼ່ເຮືອບິນ, ເກີບ, ເຄື່ອງນຸ່ງ, ກາເຟ, ຊາ, ຜະລິດຕະພັນໄມ້ ແລະ ອື່ນໆ. ສ່ວນສິນຄ້າທີ່ລາວ ນຳເຂົ້າຈາກ ຣັດເຊຍມີຫລາຍປະເພດຄື: ຜະລິດຕະພັນເຈ້ຍ, ອຸປະກອນກົນຈັກ ຊິ້ນສ່ວນອາໄລ່ເຮືອບິນ, ຜະລິດຕະພັນປຣາສຕິກ, ຜະລິດຕະພັນຕິດພັນນິວເຄຍ, ຍານພາຫະນະ ແລະ ອື່ນໆ.