ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ສົ່ງເສີມການລົງທຶນສະບັບປັບປຸງປີ2024, ນິຕິກຳໃຕ້ກົດໝາຍ ກ່ຽວກັບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນພາກເອກະຊົນ ແລະ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ໃນວັນທີ 3 ມີນາ2026 ທີ່ໂຮງແຮມ ລາວພລາຊາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ວັນທະນາ ນໍລິນທາ, ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ທ່ານ ນາງ ເບັນນິຕ້າ ຊໍາເມີວິວ (Benita Sommerville) ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ, ທ່ານ ນາງເຮເທີ ລີນ ເທເລີ-ສເຕຣົາ, ເຈົ້າໜ້າທີດ້ານເສດຖະກິດ ຄະນະກຳມະການເສດຖະກິດ ແລະ ສັງຄົມແຫ່ງ ສະຫະປະຊາຊາດ ສຳລັບພາກພື້ນອາຊີ-ປາຊິຟິກ(ESCAP).

ກອງປະຊຸມ ແນ່ໃສ່ເພີ່ມທະວີຍົກສູງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃຫ້ລວມສູນ, ເປັນເອກະພາບ, ມີຄວາມກະທັດຮັດ, ໂລ່ງລ່ຽນ, ໂປ່ງໃສ ແລະ ທັນສະໄໝ ຮັບປະກັນໄດ້ຄວາມມີປະສິດທິພາບ ແລະ ປະສິດທິຜົນ ໃນການຈັດຕັ້ງຜັນຂະຫຍາຍກົດໝາຍສົ່ງເສີມການລົງທຶນສະບັບປັບປຸງປີ 2024 ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ, ເພື່ອສ້າງເງື່ອນໄຂໃນການລົງທຶນພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເປັນແຫຼ່ງທຶນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ກອງປະຊຸມ ຍັງໄດ້ ເຜີຍແຜ່ກ່ຽວກັບ ກົງຈັກການຈັດຕັ້ງຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຕາມດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11ສິງຫາ 2025 ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບຕໍ່ກັບທີ່ຕັ້ງ ແລະ ພາລະບົດບາດ ຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ກອງປະຊຸມຄັ້ງນີ້ເປັນສ່ວນໜຶ່ງຂອງແຜນການເຜີຍແຜ່ກົດໝາຍສົ່ງເສີມການລົງທຶນສະບັບປັບປຸງປີ 2024 ທົ່ວປະເທດພາຍໃຕ້ການສະໜັບສະໜູນຂອງໂຄງການຮ່ວມມືລາວ-ອົດສະຕຣາລີ ໃນການຍົກລະດັບຄວາມອາດສາມາດ ແລະ ອຳນວຍຄວາມສະດວກດ້ານການລົງທຶນ ເພື່ອຄວາມເຂັ້ມແຂງທາງດ້ານເສດຖະກິດ (LIFT4 Laos) ໂດຍການສະໜັບສະໜູນ ຂອງ ລັດຖະບານອົດສະຕຣາລີ ແລະ ການຈັດຕັ້ງປະຕິບັດໂດຍ ຄະນະກໍາມະການເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດ ສໍາລັບພາກພື້ນອາຊີ-ປາຊິຟິກ (ESCAP) ເປັນຜູ້ຈັດຕັ້ງປະຕິບັດໂຄງການ ຮ່ວມກັບ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.
ກອງປະຊຸມຄັ້ງນີ້ ມີການເຂົ້າຮ່ວມ ແລະ ປະກອບຄໍາເຫັນຢ່າງກ້ວາງຂວາງ ໂດຍຂະແໜງການກ່ຽວຂ້ອງຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງໄຊສົມບູນ, ແຂວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ບັນດາສະຖານທູດ, ສະມາຄົມນັກທຸລະກິດຕ່າງປະເທດ, ບັນດາວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ, ລວມທັງ ບໍລິສັດທີ່ປຶກສາກົດໝາຍ. ກອງປະຊຸມດັ່ງກ່າວ ຈະດໍາເນີນໄປເຖິງວັນທີ 4 ມີນາ 2026.


