ທ່ານ ປອ ວັນທະນາ ນໍລິນທາ, ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເປັນປະທານກອງປະຊຸມປຶກສາຫາລື ກ່ຽວກັບການຮ່າງຄຳແນະນຳວ່າດ້ວຍ ການຈັດຕັ້ງປະຕິບັດການໃຫ້ນະໂຍບາຍອາກອນລາຍໄດ້ບຸກຄົນ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ 2024

by | Nov 7, 2025 | ຂ່າວສານ & ກິດຈະກຳ

ໃນຕອນບ່າຍຂອງ ວັນທີ 6 ພະຈິກ 2025 ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງຫຼາຍພາກສ່ວນ ເພື່ອປຶກສາຫາລືກ່ຽວກັບການຮ່າງຄໍາແນະນໍາວ່າດ້ວຍການສ້າງຕັ້ງປະຕິບັດການໃຫ້ນະໂຍບາຍອາກອນລາຍໄດ້ບຸກຄົນ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2024 ໂດຍການເປັນປະທານຂອງ ທ່ານ ປອ ວັນທະນາ ນໍລິນທາ, ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ຈຸດປະສົງເພື່ອຊຸກຍູ້ສົ່ງເສີມການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ລັດຖະບານ ໄດ້ປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ເປັນແຕ່ລະໄລຍະ ແນໃສ່ສ້າງສະພາບແວດລ້ອມ ແລະ ເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການລົງທຶນ ຢູ່ ສປປ ລາວ, ໃນນັ້ນ ລວມທັງການໃຫ້ນະໂຍບາຍສົ່ງເສີມການລົງທຶນ,ເຊີ່ງໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ 2024 ໄດ້ກໍານົດໄວ້ວ່າ: ຜູ້ລົງທຶນທີ່ລົງທຶນໃນກິດຈະການຕາມຂະແໜງການ ແລະ ເຂດ (ມາດຕາ 9 ແລະ 10) ແມ່ນຈະໄດ້ຮັບນະໂຍບາຍສົ່ງເສີມດ້ານພາສີ-ອາກອນ (ມາດຕາ 11 ແລະ 12), ນະໂຍບາຍຍົກເວັ້ນການເກັບຄ່າເຊົ່າ ຫຼື ຄ່າສໍາປະທານທີ່ດິນຂອງລັດ (ມາດຕາ 15) ແລະ ນະໂຍບາຍຊ່ວຍໜູນການລົງທຶນ (ມາດຕາ 18 ແລະ 19).

ສໍາລັບການໃຫ້ນະໂຍບາຍສົ່ງເສີມດ້ານອາກອນ, ເຊິ່ງລວມມີອາກອນກໍາໄລ, ອາກອນລາຍໄດ້ບຸກຄົນ ແລະ ອາກອນມູນຄ່າເພີ່ມ, ໃນນັ້ນ ການໃຫ້ນະໂຍບາຍອາກອນລາຍໄດ້ບຸກຄົນ ແມ່ນຈະໃຫ້ສະເພາະຜູ້ຊ່ຽວຊານ ຈຶ່ງຈະໄດ້ເສຍໃນອັດຕາ 5% ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 (ວັກທີ 2) ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2024 ຄື: ຜູ້ຊ່ຽວຊານໃນຂະແໜງການທີ່ໄດ້ຮັບການສົ່ງເສີມ ຈະໄດ້ຮັບນະໂຍບາຍເສຍອາກອນລາຍໄດ້ບຸກຄົນ ໃນອັດຕາ 5%, ສ່ວນເປົ້າໝາຍ ແລະ ເງື່ອນໄຂຂອງຜູ້ຈະໄດ້ຮັບນະໂຍບາຍດັ່ງກ່າວ ໄດ້ກໍານົດໄວ້ໃນລະບຽບສະເພາະ.

ສະນັ້ນ, ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນມາດຕາດັ່ງກ່າວ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຮ່າງຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດການໃຫ້ນະໂຍບາຍອາກອນລາຍໄດ້ບຸກຄົນ ນີ້ຂຶ້ນ (ຮ່າງເບື້ອງຕົ້ນ) ເພື່ອເປັນບ່ອນອີງໃນການໃຫ້ນະໂຍບາຍດັ່ງກ່າວ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2024.