ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ” ທີ່ ງານວັນລາວ, ງານວາງສະແດງໂລກ ໂອຊາກາ 2025, ປະເທດ ຍີ່ປຸ່ນ

by | Jul 28, 2025 | ຂ່າວສານ & ກິດຈະກຳ

ຄຽງຄູ່ກັບການສະເຫຼີມສະຫຼອງງານວັນລາວໃນງານວາງສະແດງໂລກ ໂອາຊາກາ 2025, ທັງເປັນການສະເຫຼີມສະຫຼອງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຍີ່ປຸ່ນຄົບຮອບ 70 ປີ, ວັນທີ 9 ກໍລະກົດ 2025 ທີ່ຫ້ອງປະຊຸມແຫ່ງຊາດ ຂອງງານວາງສະແດງໂລກ ໄດ້ຈັດກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລາວ ພາຍໃຕ້ຫົວຂໍ້ “ລາວ ຄືຈຸດໝາຍປາຍທາງ ການພັດທະນາ ຕາມທິດສີຂຽວໃນອາຊີ ຕາເວັນອອກສຽງໃຕ້” ເຊິ່ງຈັດຂຶ້ນໂດຍ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ກະຊວງ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ກອງເລຂາງານວາງສະແດງໂລກໂອຊາກາ.

ໃນງານດັ່ງກ່າວໄດ້ຮັບກຽດກ່າວມີຄໍາເຫັນໂດຍ ທ່ານ ປອ.ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີ, ຮອງປະທານສະຖາບັນຄົ້ນຄວ້າເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ອໍາໄພ ກິນດາວັງ, ເອັກຄະລັດຖະທູດລາວ ປະຈໍາປະເທດຍີ່ປຸ່ນ ແລະ ທ່ານ ປອ.ຄູນິຮິໂກະ ຮິຣາບາຢະຊິ, ເລຂາທີການສູນຍີ່ປຸ່ນ-ອາຊຽນ. ພ້ອມທັງມີຜູ້ເຂົ້າຮ່ວມຢ່າງຫຼາກຫຼາຍຈາກຂະແໜງການພາກລັດ ແລະ ປະຊາຊົນຍີ່ປຸ່ນທີ່ມີຄວາມສົນໃຈ ມັກຮັກໃນປະເທດລາວ, ສະມາຄົມມິດຕະພາບ ເຂດຄັນໄຊ, ກຽວໂຕ, ໂກເບ, ນັກສຶກສາ, ນັກຂ່າວ ແລະ ພາກທຸລະກິດເຂົ້າຮ່ວມຈໍານວນ 200 ທ່ານ.

ໃນໂອກາດນີ້ ຕົວແທນກົມກອງຂອງພາກລັດຈາກຂະແໜງການລົງທຶນ, ການຄ້າ, ກະສິກໍາ, ທ່ອງທ່ຽວ ແລະ ຕາງໜ້າຈາກເຂດເສດຖະກິດພິເສດ ເປັນຕົ້ນເຂດເສດຖະກິດພິເສດສະຫວັນ, ກວມລວມໄຊເສດຖາ, ອໍາມະຕະ, ທ່າບົກ-ທ່ານາແລ້ງ, ບໍລິສັດ ກຣິນ ດິດໂຄເວີລີ ໄດ້ຂຶ້ນນໍາສະເໜີສະພາບການພັດທະນາໃນປະຈຸບັນ, ລວມໄປເຖິງທິດທາງໃນການພັດທະນາຂອງຕົນເອງໃນອະນະຄົດ ພ້ອມທັງສະເໜີແຫຼ່ງທ່ອງທ່ຽວຕ່າງໆ ຈາກພາກເໜືອຫາພາກໃຕ້ຂອງ ສປປ ລາວ ເພື່ອເປັນການເຜີຍແຜ່ຂໍ້ມູນຂອງປະເທດລາວໃນແງ່ມຸ່ມທີ່ໜ້າສົນໃຈຢ່າງຫຼາກຫຼາຍ ລວມທັງດ້ານເສດຖະກິດ-ສັງຄົມ ໃຫ້ປະຊາຊົນຍີ່ປຸ່ນໄດ້ຮັບຮູ້ກ່ຽວກັບລາວ ໃຫ້ຫຼາຍຂຶ້ນ.

ພິເສດໃນງານດັ່ງກ່າວ ຍັງໄດ້ມີພິທີເຊັນສັນຍາການຮ່ວມມື ລະຫວ່າງ ກົມແຜນການ ແລະ ການຮ່ວມມື, ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ຮ່ວມກັບ ບໍລິສັດ NK holding ຍີ່ປຸ່ນ ວ່າດ້ວຍ ການຮ່ວມມືດ້ານວິຊາການ ແລະ ການສຶກສາຄວາມເປັນໄປໄດ້ໂຄງການຜະລິດພືດສິນຄ້າຄຸນນະພາບສູງ ແລະ ເຂດປຸງແຕ່ງ ຢູ່ ເຂດພູພຽງບໍລະເວນ, ເຊິງການຮ່ວມມືດັ່ງກ່າວແມ່ນເປັນໝາກຜົນຈາກການເຂົ້າຮ່ວມ ກອງປະຊຸມພົບປະທຸລະກິດຂັ້ນສູງລາວ-ຍີ່ປຸ່ນ ໃນກາງເດືອນ ມັງກອນ 2025 ທີ່ໂຕກຽວ, ປະເທດຍີ່ປຸ່ນ ຄັ້ງຜ່ານມາ.