ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ເເລະ ສ.ເກົາຫຼີ ຄົບຮອບ 30 ປີ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ສະຖານເອກອັກຄະລັດຖະທູດ ເເຫ່ງ ສປປ ລາວ ປະຈຳ ສ.ເກົາຫຼີ ຮ່ວມກັບ ສະມາຄົມເເລກປ່ຽນອຸດສາຫະກຳ ເເລະ ວັດທະນະທຳ ສ.ເກົາຫຼີ ໄດ້ຈັດ “ກອງປະຊຸມການລົງທຶນ ລາວ-ເກົາຫຼີ ຄັ້ງທີ 1” ໃນວັນທີ 17 ຕຸລາ 2025 ທີ່ອົງການ KOTRA, ນະຄອນຫຼວງເຊອູນ, ສ.ເກົາຫຼີ ໂດຍມີຜູ້ເຂົ້າຮ່ວມທັງໝົດ 150 ທ່ານ (ໃນນັ້ນວິສາຫະກິດເກົາຫຼີເຂົ້າຮ່ວມ 120 ທ່ານ). ຈຸດປະສົງກອງປະຊຸມ ເພື່ອສ້າງໂອກາດໃນການພົບປະກັນ ລະຫວ່າງ ບັນດາວິສາຫະກິດ ລາວ ແລະ ສ.ເກົາຫຼີ ເຊິ່ງເປັນການສ້າງເງື່ອນໄຂໃຫ້ແກ່ພາກທຸລະກິດຂອງສອງປະເທດ ໄດ້ຮູ້ຈັກເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ ພ້ອມທັງສາມາດສືບຕໍ່ແລກປ່ຽນຄໍາຄິດຄໍາເຫັນໃນການສົ່ງເສີມການຮ່ວມມືທາງດ້ານທຸລະກິດ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃຫ້ເພີ່ມຂຶ້ນໃນຕໍ່ໜ້າ.

ກອງປະຊຸມໃນຄັ້ງນີ້ ເປັນການຢືນຢັນເຖິງ ສາຍພົວພັນໄມຕີຈິດ ແລະ ມິດຕະພາບ ທີ່ແໜ້ນແກ່ນ ຂອງສອງປະເທດ ທີ່ມີຕໍ່ກັນ, ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ບົນພື້ນຖານຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຜົນປະໂຫຍດຮ່ວມກັນ. ສ.ເກົາຫຼີ ແມ່ນໜຶ່ງໃນບັນດານັກລົງທຶນຕ່າງປະເທດ ທີ່ສຳຄັນທີ່ສຸດຂອງ ສປປ ລາວ, ຊຶ່ງເຫັນໄດ້ວ່າ ນັບແຕ່ເປີດໃຫ້ມີການລົງທຶນຈາກຕ່າງປະເທດເຂົ້າມາໃນ ສປປ ລາວ ປະເທດ ສ. ເກົາຫຼີ ໄດ້ເຂົ້າມາລົງທຶນທັງໝົດ 272 ໂຄງການ ມີມູນຄ່າການລົງທຶນທັງໝົດ 914 ລ້ານກວ່າ ໂດລາສະຫະລັດ, ໃນນັ້ນການລົງທຶນໂດຍກົງຈາກປະເທດ ສ. ເກົາຫຼີ ທັງໝົດ 764 ລ້ານກວ່າ ໂດລາສະຫະລັດ, ຊຶ່ງຈັດເປັນອັນດັບ 5 ຂອງການລົງທຶນຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ແລະ ມີການລົງທຶນໃນຫຼາຍຂົງເຂດເສດຖະກິດ ເປັນຕົ້ນແມ່ນ ຂະແໜງພະລັງງານ, ການບໍລິການ, ແລະ ການກໍ່ສ້າງ ເປັນຕົ້ນ.

ໃນໂອກາດດັ່ງກ່າວ ສັງເກດໄດ້ວ່ານັກລົງທຶນ ສ.ເກົາຫຼີ ສະແດງຄວາມສົນໃຈໃນການເຂົ້າມາລົງທຶນຢູ່ ສປປ ລາວ ທາງດ້ານ ເຕັກໂນໂລຊີນະວັດຕະກຳ, ພະລັງງານ, ການບໍລິການທາງດ້ານຊ່ຽວຊານທີ່ປຶກສາ, ກະສິກໍາທີ່ນໍາໃຊ້ເຕັກໂນໂລຊີ ແລະ ອື່ນໆ. ພ້ອມນີ້, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ໃນນາມຫົວຫນ້າຄະນະມີຄວາມຍີນດີ ແລະ ເຊື້ອເຊີນບັນດາບໍລິສັດ ສ.ເກົາຫຼີໄປຢ້ຽມຢາມປະເທດລາວ ເພື່ອສຳຫຼວດກາລະໂອກາດການລົງທຶນຫຼາຍຢ່າງທີ່ ສປປ ລາວ ມີທ່າແຮງ ສຳລັບການລົງທຶນຈາກຕ່າງປະເທດ ລວມທັງນັກລົງທຶນຈາກ ສ.ເກົາຫຼີ. ສປປ ລາວ ມີຄວາມມຸ່ງຫມັ້ນທີ່ຈະເຮັດວຽກຮ່ວມກັນກັບພາກທຸລະກິດ ເພື່ອຮັບປະກັນວ່າ ການລົງທຶນໃຫ້ມີຜົນສໍາເລັດ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ.
ພ້ອມດຽວກັນນີ້, ຫ້ອງການ ຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ເເລະ ສະຖານເອກອັກຄະລັດຖະທູດ ເເຫ່ງ ສປປ ລາວ ປະຈຳ ສ.ເກົາຫຼີ ໄດ້ລົງນາມບົດບັນທຶກຜົນການປຶກສາຫາລື (Record of Discussion) ຮ່ວມກັບສະມາຄົມເເລກປ່ຽນອຸດສາຫະກຳ ເເລະ ວັດທະນະທຳ ສ.ເກົາຫຼີ, ບໍລິສັດ Energy Valley Enterprise ເເລະ ນິຄົມ Jeonnam Technopark ເພື່ອສົ່ງເສີມການລົງທຶນຈາກ ສ.ເກົາຫຼີ ໄປ ສປປ ລາວ ດ້ວຍການອຳນວຍຄວາມສະດວກໃນການປະສານງານ ເເລະ ສະໜອງຂໍ້ມູນຂ່າວສານຕິດພັນວຽກງານລົງທຶນຕາມພາລະບົດບາດຂອງຕົນ.


