ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດຖະບານລາວ ແລະ ນັກທຸລະກິດ ຈີນ ຄັ້ງທີ 5

by | Aug 23, 2021 | ຂ່າວສານ & ກິດຈະກຳ

ກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ພາກລັດຖະບານລາວ ແລະ ນັກທຸລະກິດ ຈີນ ຄັ້ງທີ 5 ໄດ້ຈັດຂຶ້ນ ໃນວັນທີ 13 ສິງຫາ 2021 ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ພະນະ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ລົງທຶນ ຮ່ວມກັບ ພະນະ ທ່ານ ຈ່ຽງຈ້າຍຕົ່ງ, ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ. ກອງປະຊຸມຄັ້ງນີ້ ເປັນການເປີດເວທີພົບປະ-ແລກປ່ຽນ ສະພາບການດໍາເນີນທຸລະກິດ ແລະ ການລົງທຶນ ຂອງ ສປ ຈີນ ຢູ່ໃນ ສປປ ລາວ ແລະ ເພື່ອເປັນການສ້າງສາຍພົວພັນອັນດີ ແລະ ສ້າງຄວາມເຂົ້າໃຈ ລະຫວ່າງ ຂະແໜງການຕ່າງໆຂອງພາກລັດຂອງ ສປປ ລາວ ແລະ ນັກລົງທຶນຈາກ ສປ ຈີນ; ເຊິ່ງເປັນການສ້າງກົນໄກໜຶ່ງເພື່ອໃຫ້ພາກລັດກຳໄດ້ສະພາບການເຄື່ອນໄຫວ ແລະ ຄວາມຫຍຸ້ງຍາກຂອງພາກທຸລະກິດ ເພື່ອນໍາໄປຄົ້ນຄວ້າມາດຕະການແກ້ໄຂ ເຮັດໃຫ້ໃນການດຳເນີນທຸລະກິດ ແລະ ລົງທຶນຢູ່ ສປປ ລາວ ມີຄວາມສະດວກຂຶ້ນ.

ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຕາງໜ້າຈາກ 17 ກະຊວງ ແລະ ອົງການຂອງພາກລັດລາວ, ສ່ວນຝ່າຍຈີນ ນອກຈາກມີຜູ້ຕາງໜ້າບັນດາຫົວໜ່ວຍວິສາຫະກິດຂອງຈີນທີ່ສໍາຄັນຈໍານວນໜຶ່ງແລ້ວ ຍັງມີສະພາການຄ້າຈີນ ປະຈໍາ ສປປ ລາວ ແລະ ບັນຫາສະພາການຄ້າທ້ອງຖິ່ນຂອງຈີນ ຢູ່ລາວເຂົ້າຮ່ວມ ເຊິ່ງເວົ້າໄດ້ວ່າ ສາມາດຕາງໜ້າໄດ້ພາກທຸລະກິດຂອງຈີນ ຢູ່ລາວ.

ກອງປະຊຸມໄດ້ຮັບຟັງການສະເໜີ ສະພາບການລົງທຶນຂອງ ສປປ ລາວ ແລະ ສະພາບການລົງທຶນຂອງນັກລົງທຶນຈີນ ໃນ ສປປ ລາວ ໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ, ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ແລະ ການສະເໜີສະພາບເຄື່ອນໄຫວວຽກງານວຽກງານ ແລະ ຂໍ້ຫຍຸ້ງຍາກທີ່ພົບຢູ່ໃນວຽກງານການລົງທຶນໂດຍລວມຂອງນັກທຸລະກິດຈີນ ໂດຍ ຕ່າງໜ້າສະພາການຄ້າຈີນ ແລະ ສະພາການຄ້າປະຈໍາທ້ອງຖິ່ນ. ຫຼັງຈາກນັ້ນຕາງໜ້າວິສາຫະກິດຈີນຈາກ 9 ຂະແໜງການໄດ້ຂຶ້້ນລາຍງານ ແລະ ແລກປ່ຽນຄໍາຄິດເຫັນນໍາຂະແໜງການຂອງຝ່າຍລາວ ຄື: ① ຂະແໜງພື້ນຖານໂຄງລາງດ້ານຄົມມະນາຄົມ, ② ຂະແໜງການເງິນ, ③ ຂະແໜງການພັດທະນາເຂດເສດຖະ ກິດພິເສດ, ④ ຂະແໜງໄຟຟ້າ, ⑤ ຂະແໜງຮັບເໝົາການກໍ່ສ້າງ ແລະ ຮ່ວມມືດ້ານແຮງງານ, ⑥ ຂະແໜງພັດທະນາບໍ່ແຮ່, ⑦ ຂະແໜງຮ່ວມມືດ້ານກະສິກຳ⑧ ຂະແໜງປຸງແຕ່ງ ແລະ ການຜະລິດ, ແລະ ⑨ ການພັດທະນາອະສັງຫາລິມະຊັບ.

ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ລົງທຶນ ໄດ້ມີຄໍາເຫັນຕໍ່ກອງປະຊຸມເຖິງສະພາບເສດຖະກິດຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້້ອພະຍາດໂຄວິດ 19 ປະກອບກັບບັນຫາໄພທໍາມະຊາດ ເຮັດໃຫ້ອັດຕາການຂະຫຍາຍຕົວເສດຖະກິດມີທ່າອ່ຽງທີ່ຫຼຸດລົງ (ຂະຫຍາຍຕົວໃນຈັງຫວະຊ້າລົງ) ແລະ ເຕີບໂຕ 3.3% ໃນປີ 2020. ຕໍ່ໜ້າສະພາບການທີ່ທ້າທາຍຄືດ່ັງກ່າວນັ້ນ, ລັດຖະບານແມ່ນໃຫ້ຄວາມສໍາຄັນ ແລະ ໄດ້ຕັ້ງໜ້າເອົາໃຈໃສ່ຕໍ່ການຊຸກຍູ້ຜັກດັນໃຫ້ເສດຖະກິດໄດ້ຮັບການຟື້ນຕົວຂຶ້ນເຂົ້າສູ່ສະພາບປົກກະຕິໂດຍໄວ, ຂະແໜງການຕ່າງໆໄດ້ພະຍາຍາມປັບປຸງກົນໄກການອະນຸມັດການລົງທຶນໃຫ້ສັ້ນລົງ, ຕັດຂອດຂັ້ນໃນການຄົ້ນຄວ້າອະນຸມັດການລົງທຶນ, ປັບປຸງບັນດາລະບຽບການທີ່ເປັນສິ່ງອຸດຕັນກິດຂວາງການລົງທຶນ ແລະ ການດໍາເນີນທຸລະກິດໃຫ້ມີຄວາມສະດວກຂຶ້ນ ພ້ອມທັງເອົາໃຈໃສ່ຊຸກຍູ້ໃຫ້ບັນດາໂຄງການຂະໜາດໃຫຍ່ລະດັບຊາດຕ່າງໆ ໃຫ້ສາມາດສືບຕໍ່ຈັດຕັ້ງປະຕິບັດໄດ້ຕາມແຜນການ ເພື່ອສ້າງພື້ນຖານໂຄງລ່າງອັນດີໃຫ້ແກ່ການດຶງດູດການລົງທຶນ ກໍ່ຄືການພັດທະນາ.  ປີ 2021 ເປັນປີທີ່ມີຄວາມໝາຍຄວາມສຳຄັນຫຼາຍ ເພາະເປັນປີເລີ່ມຕົ້ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ IX (2021-2025) ເພື່ອສ້າງພື້ນຖານຕ່າງໆໃນການບັນລຸເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແລະ ບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs). ພ້ອມດຽວກັນນັ້ນ, ປີນີ້ລັດຖະບານລາວ ພວກສຸມໃສ່ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (2021-2023) ຊຶ່ງມີ 6 ຄາດໝາຍ ຄື: (1) ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫຼຸດ 4% ຕໍ່ປີໃນ 2 ປີຕໍ່ໜ້າ, ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍໄວ ແລະ ມີປະສິດທິຜົນດີຂຶ້ນ; (2) ຂະຫຍາຍຖານການຜະລິດພາຍໃນ ໂດຍສະເພາະການຜະລິດກະສິກຳ ແລະ ການປຸງແຕ່ງທີ່ເປັນທ່າແຮງ ເພື່ອທົດແທນການນໍາເຂົ້າ ແລະ ຂະຫຍາຍຖານການສົ່ງອອກສິນຄ້າໃຫ້ຫຼາຍຂຶ້ນ ໂດຍສະເພາະໃນຕະຫຼາດສົ່ງອອກທີ່ໄດ້ເຈລະຈາ ແລະ ເຊັນສັນຍາແລ້ວ, ຫັນສັງຄົມໃຫ້ເປັນສັງຄົມການຜະລິດໃຫ້ເປັນຮູບປະທໍາ ແລະ ມີຕົວແບບຫຼາຍຂຶ້ນ; (3) ສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານງົບປະມານລັດໄດ້ໂດຍພື້ນຖານ ແລະ ເລີ່ມເຂົ້າສູ່ການສ້າງຄວາມເຂັ້ມແຂງ, ຂະຫຍາຍຖານລາຍຮັບ, ຫຼຸດລາຍຈ່າຍງົບປະມານທີ່ຟູມເຟືອຍ ແລະ ບໍ່ຈໍາເປັນລົງເທື່ອລະກ້າວ; ຫຼຸດຜ່ອນການກູ້ຢືມໃໝ່ເພື່ອດຸ່ນດ່ຽງການຂາດດຸນງົບປະມານ, ປະຕິບັດນະໂຍບາຍປະຢັດຂອງພາກລັດໃຫ້ເປັນຮູບປະທໍາຫຼາຍຂຶ້ນ; (4) ສູ້ຊົນຫຼຸດຜ່ອນແກ້ໄຂພັນທະໜີ້ສິນສາທາລະນະທີ່ຈໍາເປັນ ແລະ ແກ້ໄຂໜີ້ສິນພາຍໃນຈໍານວນໜຶ່ງ ລວມທັງໜີ້ສິນຂອງລັດວິສາຫະກິດໃຫ້ໄດ້ໂດຍພື້ນຖານ; (5) ສ້າງຄວາມເຂັ້ມແຂງໃຫ້ລະບົບສະຖາບັນການເງິນ ແລະ ສົ່ງເສີມການເຂົ້າເຖິງການບໍລິການດ້ານການເງິນໃຫ້ມີປະສິດທິຜົນສູງຂຶ້້ນ, ສາມາດສະໜອງການບໍລິການໃຫ້ພາກການຜະລິດໄດ້ຢ່າງທົ່ວເຖິງ ແລະ ຖືກເປົ້າໝາຍຫຼາຍຂຶ້ນ; ແລະ (6) ຍົກສູງປະສິດທິພາບໃນການຄຸ້ມຄອງລັດ ແລະ ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ປັບປຸງບັນດາດັດຊະນີໝາຍ ກ່ຽວກັບລະດັບຄວາມເຊື່ອໝັ້ນຂອງສາກົນ ຕໍ່ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ.

ນັບແຕ່ລັດຖະບານໄດ້ຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າ ກັບຕ່າງປະເທດ, ການລົງທຶນຈາກ ສປ ຈີນ ໄດ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມູນຄ່າການລົງທຶນຈາກ ສປ ຈີນ ຈັດຢູ່ໃນອັນດັບ 01 ໃນ ຈໍານວນ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ ເຊິ່ງນັບແຕ່ປີ 1989 ເຖິງ ເດືອນກໍລະກົດ ປີ 2021 ມີຈຳ​ນວນໂຄງການທັງໝົດ 813 ໂຄງການ ແລະ ມີມູນຄ່າການ​ລົງ​ທຶນທັງໝົດຫຼາຍກວ່າ 16 ຕື້ໂດລາສະຫະລັດ; ສະ​ເພາະ ​ປີ 2020, ທ່າມກາງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ covid-19 ​ການ​ລົງ​ທຶນ​ຈາກ ສ​ປ ຈີນ ຍັງສືບຕໍ່ມີບັນຍາກາດທີ່ດີ ເຊິ່ງມີການອະນຸມັດໂຄງການລົງທຶນຈາກຈີນ ຈຳ​ນວນ 21 ໂຄງ​ການ ແລະ ມີ​ມູນ​ຄ່າ​ການ​ລົງ​ທຶນ 2,5 ຕື້​ໂດ​ລາ​ສະ​ຫະ​ລັດ​, ໃນນັ້ນ ສ່ວນໃຫຍ່ແມ່ນການລົງທຶນໃນຂະແໜງບໍ່ແຮ່, ບໍລິການ, ພະລັງງານໄຟຟ້າ, ກະສິກໍາ ແລະ ຂະແໜງການອື່ນໆກໍ່ຍັງມີການລົງທຶນໃນການສ້າງພື້ນຖານໂຄງລ່າງ, ການລົງທຶນໃນກິດຈະການທົ່ວໄປ ເຊັ່ນ: ຮ້ານຄ້າ, ຮ້ານອາຫານ ແລະ ທຸລະກິດຄ້າຂາຍທົ່ວໄປຈຳນວນຫຼາຍ. ນອກນັ້ນ, ສປ ຈີນ ໄດ້ມີບົດບາດສໍາຄັນໃນການລົງທຶນຢູ່ໃນບັນດາເຂດເສດຖະກິດພິເສດ ເຊິ່ງທີ່ໄດ້ຮັບການອະນຸມັດຈຳ​ນວນ 89 ຫົວ​ໜ່ວຍ ແລະ ມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 215 ລ້ານໂດລາສະຫະລັດ.