ໃນຕອນບ່າຍຂອງ ວັນທີ 10 ພະຈິກ 2025 ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດກອງປະຊຸມປຶກສາຫາລືພາຍໃນຄະນະກອງເລຂາຊ່ວຍວຽກຂອງຄະນະສະເພາະກິດ 109/ນຍ ເພື່ອຄົ້ນຄວ້າ ແລະ ປະກອບຄໍາເຫັນ ຕໍ່ຮ່າງດຳລັດວ່າດ້ວຍ ນະໂຍບາຍພັດທະນາເສດຖະກິດ ແຂວງຜົ້ງສາລີ ແລະ ແຂວງຫົວພັນ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.
ແຂວງຜົ້ງສາລີ ແລະ ແຂວງຫົວພັນ ເປັນສອງແຂວງປະຕິວັດ ເຕົ້າໂຮມປົດປ່ອຍຊາດ, ແຕ່ພາຍຫຼັງປົດປ່ອຍແລ້ວ ເຫັນວ່າ ພື້ນຖານໂຄງລ່າງຫຼາຍດ້ານ ຍັງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ. ສະນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປລົງທຶນ ແລະ ພັດທະນາ ຢູ່ສອງແຂວງດັ່ງກ່າວ, ລັດຖະບານ ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ເພື່ອຄົ້ນຄວ້າການອອກນະໂຍບາຍພິເສດ ກ່ຽວກັບບັນດາໂຄງການພັດທະນາຕ່າງໆ ໃຫ້ແກ່ແຂວງຜົ້ງສາລີ ແລະ ແຂວງຫົວພັນ ສະບັບເລກທີ 109/ນຍ, ລົງວັນທີ 16 ກັນຍາ 2025 ໂດຍແມ່ນທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ເປັນຫົວໜ້າຄະນະ, ລັດຖະມົນຕີ ກະຊວງການເງິນ ເປັນຮອງຫົວໜ້າຄະນະ ແລະ ມີລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ເປັນຄະນະ. ໃນກອງປະຊຸມຄັ້ງທໍາອິດ ຂອງຄະນະສະເພາະກິດ 109/ນຍ ຄັ້ງວັນທີ 5 ສິງຫາ 2025 ຢູ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານປະທານກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ (ຫົວໜ້າຄະນະ) ໄດ້ມີທິດຊີ້ນໍາ ໃຫ້ແຕ່ງຕັ້ງກອງເລຂາຊ່ວຍວຽກ ໂດຍມອບໃຫ້ ທ່ານຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເປັນຫົວໜ້າກອງເລຂາ, ສະນັ້ນ ຄະນະກໍາມະການສົ່ງເສີມການ ແລະ ຄຸ້ມຄອງການລົງທຶນ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 095/ຄລທ, ລົງວັນທີ 6 ຕຸລາ 2025 ເພື່ອແຕ່ງຕັ້ງກອງເລຂາຊ່ວຍວຽກ ຄະນະສະເພາະກິດ109/ນຍ, ຊຶ່ງປະກອບດ້ວຍ 11 ພາກສ່ວນທີ່ກ່ຽວຂ້ອງ, ລວມທັງໝົດ 24 ທ່ານ.
ໃນຕອນບ່າຍຂອງ ວັນທີ 10 ພະຈິກ 2025 ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດກອງປະຊຸມປຶກສາຫາລືພາຍໃນຄະນະກອງເລຂາຊ່ວຍວຽກຂອງຄະນະສະເພາະກິດ 109/ນຍ ເພື່ອຄົ້ນຄວ້າ ແລະ ປະກອບຄໍາເຫັນ ຕໍ່ຮ່າງດຳລັດວ່າດ້ວຍ ນະໂຍບາຍພັດທະນາເສດຖະກິດ ແຂວງຜົ້ງສາລີ ແລະ ແຂວງຫົວພັນ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປລົງທຶນ ແລະ ພັດທະນາ ຢູ່ສອງແຂວງດັ່ງກ່າວ, ລັດຖະບານ ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ເພື່ອຄົ້ນຄວ້າການອອກນະໂຍບາຍພິເສດ ກ່ຽວກັບບັນດາໂຄງການພັດທະນາຕ່າງໆ ໃຫ້ແກ່ແຂວງຜົ້ງສາລີ ແລະ ແຂວງຫົວພັນ ສະບັບເລກທີ 109/ນຍ, ລົງວັນທີ 16 ກັນຍາ 2025 ໂດຍແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ເປັນຫົວໜ້າຄະນະ, ລັດຖະມົນຕີ ກະຊວງການເງິນ ເປັນຮອງຫົວໜ້າຄະນະ ແລະ ມີລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ເປັນຄະນະ ຊຶ່ງກອງປະຊຸມຄັ້ງທຳອິດຂອງຄະນະສະເພາະກິດ 109/ນຍ ຄັ້ງວັນທີ 05 ສິງຫາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານປະທານກອງປະຊຸມ ໄດ້ມີທິດຊີ້ນໍາໃຫ້ແຕ່ງຕັ້ງກອງເລຂາຊ່ວຍວຽກ ໂດຍມອບໃຫ້ ທ່ານຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເປັນຫົວໜ້າກອງເລຂາ. ສະນັ້ນ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຈຶ່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 095/ຄລທ, ລົງວັນທີ 06 ຕຸລາ 2025 ເພື່ອແຕ່ງຕັ້ງກອງເລຂາຊ່ວຍວຽກຄະນະສະເພາະກິດ 109/ນຍ, ຊຶ່ງປະກອບດ້ວຍ 11 ພາກສ່ວນທີ່ກ່ຽວຂ້ອງ ລວມທັງໝົດ 24 ທ່ານ.
ກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະກອງເລຂາຊ່ວຍວຽກຄະນະສະເພາະກິດ 109/ນຍ ໃນຄັ້ງນີ້. ຈຸດປະສົງເພື່ອຮີບຮ້ອນຄົ້ນຄວ້າຮ່າງດຳລັດດັ່ງກ່າວໃຫ້ສຳເລັດ ເພື່ອຈະໃຫ້ໄດ້ນໍາສະເໜີເຂົ້າພິຈາລະນາໃນກອງປະ ຊຸມນາຍົກ-ຮອງນາຍົກ ໃນໄວໆນີ້. ໃນກອງປະຊຸມ ທ່ານ ປອ ສຸພາພອນ ໄຊຍະເລີດ, ຮອງຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ສະເໜີໂດຍຫຍໍ້ ກ່ຽວກັບ ສະພາບຄວາມເປັນມາ, ຮ່າງດໍາລັດວ່າດ້ວຍນະໂຍບາຍພັດທະນາເສດຖະກິດ ແຂວງຜົ້ງສາລີ ແລະ ແຂວງຫົວພັນ ຊຶ່ງປະກອບມີ 05 ໝວດ ແລະ 25 ມາດຕາ ຄື: ໝວດທີ 01 ບົດບັນຍັດທົ່ວໄປ ມີ 06 ມາດຕາ; ໝວດທີ 02 ການພັດທະນາເສດຖະກິດ ແລະ ການລົງທຶນ ມີ 08 ມາດຕາ; ໝວດທີ 03 ນະໂຍບາຍສົ່ງເສີມພິເສດ ມີ 05 ມາດຕາ; ໝວດທີ 04 ດ້ານງົບປະມານ, ການເງິນ, ບຸກຄະລາກອນ ແລະ ການຄຸ້ມຄອງລັດ ມີ 04 ມາດຕາ ແລະ ໝວດທີ 05 ບົດບັນຍັດສຸດທ້າຍ ມີ 02 ມາດຕາ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ຮ່າງດໍາລັດດັ່ງກ່າວ ຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງ ເພື່ອຮ່າງດໍາລັດດັ່ງກ່າວ ໃຫ້ສໍາເລັດ ຕາມລະດັບຄາດໝາຍທີ່ວາງໄວ້.


