ໃນວັນທີ 27 ສິງຫາ 2025,ທ່ານ ປອ ວັນທະນາ ນໍລິນທາ, ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ເຂົ້າຮ່ວມ ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (Hybrid) ຂຶ້ນທີ່ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາທ່ານເອກອັກຄະລັດຖະທູດ, ທ່ານກົງສູນໃຫຍ່ ແລະ ທ່ານຫົວໜ້າຫ້ອງການສໍານັກງານ ພ້ອມທັງບັນດານັກການທູດ ທີ່ປະຈຳຢູ່ ສຳນັກງານຜູ້ຕາງໜ້າ ຂອງ ສປປ ລາວ ທີ່ຕ່າງປະເທດ ຈໍານວນ 41 ແຫ່ງ ເຂົ້າຮ່ວມ.
ຫ້ອງການ ຄລທ ໄດ້ນຳສະເຫນີ ກ່ຽວກັບ ການຈັດຕັ້ງປະຕິບັດ ວຽກງານການສົ່ງເສີມການລົງທຶນ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ແລະ ການປັບປຸງກົນໄກການອະນຸມັດການລົງທຶນ ໃນໄລຍະ ໃໝ່ ໂດຍສະເພາະ ໄດ້ຍົກໃຫ້ເຫັນສະພາບລວມໃນການຈັດຕັ້ງປະຕິບັດວຽກງານການສົ່ງເສີມ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ຢູ່ ສປປ ລາວ ແລະ ການປັບປຸງກົນໄກການອະນຸມັດການລົງທຶນ ໃນໄລຍະໃໝ່ ລວມທັງນະໂຍບາຍສົ່ງເສີມການລົງທຶນ, ແລະ ການປັບປຸງກົນໄກການອະນຸມັດການລົງທຶນໃນໄລະຍະໃໝ່ ເພື່ອໃຫ້ແທດເໝາະກັບສະພາບການປັດຈຸບັນ.