ພິທີເປີດໂຄງການ ການສົ່ງເສີມການລົງທຶນດ້ານກະສິກໍາຢ່າງມີຄວາມຮັບຜິດຊອບ Responsible Agriculture Investment Project

by | Oct 14, 2020 | ຂ່າວສານ & ກິດຈະກຳ

ໃນຕອນເຊົ້າຂອງວັນທີ 11 ສິງຫາ 2020 ທີ່ໂຮງແຮມຄລາວພລາຊາ ໄດ້ຈັດພິທີເປີດໂຄງການ “ສົ່ງເສີມການລົງທຶນດ້ານກະສິກໍາຢ່າງມີຄວາມຮັບຜິດຊອບ (Responsible Agriculture Investment: RIA)’’ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ  ແລະ ທ່ານ ຈອນ ມີໂດ ຫົວໜ້າທີມງານ ໂຄງການບໍລິຫານລັດ ກ່ຽວກັບທີ່ດິນປະຈຳພາກພື້ນແມ່ນ້ຳຂອງ (Mekong Regional Land Governance: MRLG) ພ້ອມດ້ວຍບັນດາຂະແໜງການ ແລະ ພະນັກງານພາຍໃນກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.

ໄລຍະຜ່ານມາ ທາງໂຄງການ MRLG ໄດ້ໃຫ້ທຶນສະໜັບສະໜູນ ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ໃນການສ້າງຄໍາແນະນໍາ ກ່ຽວກັບ ການພິຈາລະນາອະນຸມັດການລົງທຶນ ແລະ ກົນໄກການຄຸ້ມຄອງດິນໃຫ້ເຊົ່າ ຫຼື ສໍາປະທານ ສໍາລັບການປູກພືດກະສິກໍາ. ໂຄງການໄລຍະ 2 ນີ້ ຈະໄດ້ສຶບຕໍ່ຜັນຂະຫຍາຍການຈັດຕັ້ງປະຕິບັດ ຄໍາແນະນໍາກ່ຽວກັບການພິຈາລະນາອະນຸມັດການລົງທຶນ ແລະ ກົນໄກການຄຸ້ມຄອງດິນໃຫ້ເຊົ່າ ຫຼື ສໍາປະທານ ສໍາລັບການປູກພືດກະສິກໍາ ແລະ ສ້າງຄໍາສະເໜີແນະ ທາງດ້ານນະໂຍບາຍ ແລະ ຄໍາແນະນໍາ ກ່ຽວກັບການຜະລິດກະສິກໍາຕາມສັນຍາ(Contract Farming).