ນະຄອນຫຼວງວຽງຈັນ, ວັນທີ 05 ມິຖຸນາ 2026 ໄດ້ມີພິທີເຊັນສັນຍາພັດທະນາໂຄງການ (PDA) ໄຟຟ້າພະລັງງານງານຊີວະມວນ ກໍາລັງຕິດຕັ້ງ 50 MW ຢູ່ ເມືອງຊາໄຊ, ແຂວງອຸດົມໄຊ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີ (ລາວ) ຈໍາກັດ ໄດ້ຈັດຂື້ນຢ່າງສົມກຽມ ທີ່ ຫ້ອງປະຊຸມຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ການລົງນາມໃນສັນຍາພັດທະນາໂຄງການດັ່ງກ່າວ ຕາງໜ້າໃຫ້ລັດຖະບານ ສປປ ລາວ ໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄະນະກໍາມະກໍາການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາ ແລະ ຕາງໜ້າຝ່າຍເອກກະຊົນໂດຍ ທ່ານ Wang Lei ຕາງໜ້າ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີ (ລາວ) ຈໍາກັດ.
ພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມໂດຍ ຄະນະນໍາ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ຄະນະກໍາມະການປົກຄອງແຂວງອຸດົມໄຊ, ຄະນະນໍາຫ້ອງການ ຄລທ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ອົງການປົກຄອງແຂວງອຸດດົມໄຊ ຢ່າງພ້ອມພຽງ.

ການລົງນາມໃນຄັ້ງນີ້ ນັບເປັນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນວ່າ ໂຄງການໄດ້ກ້າວເຂົ້າສູ່ໄລຍະການພັດທະນາຢ່າງເປັນທາງການ. ໂຄງການນີ້ເປັນໂຄງການໄຟຟ້າພະລັງງານຊີວະມວນຂະໜາດໃຫຍ່ແຫ່ງທຳອິດຂອງລາວ ຄາດວ່າຈະຜະລິດໄຟຟ້າໄດ້ຫຼາຍກວ່າ 300 ລ້ານກິໂລວັດໂມງຕໍ່ປີ ແລະ ຊ່ວຍເສີມສ້າງຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ປະເທດ.ໂຄງການຈະນຳໃຊ້ສິ່ງເສດເຫຼືອຈາກພາກກະສິກຳ ແລະ ປ່າໄມ້ໃນທ້ອງຖິ່ນ ສ້າງຮູບແບບ “ພະລັງງານ + ກະສິກຳ” ເພື່ອສ້າງວຽກເຮັດງານທໍາ, ເພີ່ມລາຍຮັບໃຫ້ປະຊາຊົນ ແລະ ສົ່ງເສີມການພັດທະນາສີຂຽວຂອງແຂວງອຸດົມໄຊ ແລະ ສປປ ລາວ ໂດຍລວມ.


