ກອງປະຊຸມສໍາມະນາ ການລົງທຶນ ແລະ ທຸລະກິດ ລາວ-ບຣູໄນ ດາຣູຊາລາມ

by | Nov 4, 2022 | ຂ່າວສານ & ກິດຈະກຳ

ກອງປະຊຸມສໍາມະນາ ການລົງທຶນ ແລະ ທຸລະກິດ ລາວ-ບຣູໄນ ດາຣູຊາລາມ

ໃນຕອນເຊົ້າຂອງວັນທີ 26 ຕຸລາ 2022, ທີ່ ນະຄອນຫຼວງ ບັນດາ ເສຣິ ເບກາວັນ, ບຣູໄນ ດາຣູຊາລາມ, ທ່ານ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລົງຕິດຕາມ ແລະ ນໍາພາຈັດກອງປະຊຸມສໍາມະນາ ການລົງທຶນ ແລະ ທຸລະກິດ ລາວ-ບຣູໄນ ດາຣູຊາລາມ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດບຣູໄນ ດາຣູຊາລາມ. ໃນໂອກາດດັ່ງກ່າວ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເປັນກຽດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມພົບປະທຸລະກິດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃນໂອກາດຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ໃນວັນທີ 24-26 ຕຸລາ 2022. ກອງປະຊຸມດັ່ງກ່າວ ໄດ້ມີຄະນະຜູ້ແທນຂັ້ນສູງ ແລະ ບັນດານັກທຸລະກິດ ຂອງທັງສອງປະເທດ ລາວ-ບຣູໄນ ເຂົ້າຮ່ວມທັງໝົດ ຈໍານວນ 70 ກວ່າຄົນ, ເຊິ່ງມີຈຸດປະສົງເພື່ອເປີດໂອກາດໃຫ້ມີການປຶກສາຫາລືຮ່ວມກັນໃນການຮ່ວມມື ລະຫວ່າງພາກທຸລະກິດຂອງສອງປະເທດ ລາວ-ບຣູໄນ, ທັງຍັງເປັນເວທີເພື່ອເປີດໂອກາດໃນການຈັບຄູ່ທຸລະກິດ ທີ່ທັງສອງຝ່າຍມີຄວາມສົນໃຈ ແລະ ມີທ່າແຮງ, ໂດຍສະເພາະແມ່ນສຸມໃສ່ການຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ, ມີປະສິດທະພາບ ແລະ ປະສິດທິຜົນດີຂຶ້ນເທື່ອລະກ້າວ. ໃນໂອກາດນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມ ໂດຍໄດ້ຕີລາຄາສູງຕໍ່ ລັດຖະບານ ບຣູໄນ ທີ່ໄດ້ສ້າງເງື່ອນໄຂໃຫ້ມີເວທີພົບປະ ລະຫວ່າງ ພາກທຸລະກິດຂອງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ເພື່ອໃຫ້ຕົວແທນນັກທຸລະກິດທັງສອງປະເທດ ໄດ້ມີໂອກາດແລກປ່ຽນຄໍາຄິດເຫັນ, ບົດຮຽນ ແລະ ປະສົບການຊຶ່ງກັນ ແລະ ກັນ ແນໃສ່ເສີມຂະຫຍາຍການຮ່ວມມື ລະຫວ່າງ ພາກທຸລະກິດດ້ວຍກັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ, ພ້ອມທັງເປັນໂອກາດໃຫ້ພາກລັດໄດ້ນໍາສະເໜີທິດທາງ ແລະ ນະໂຍບາຍ ໃນການສົ່ງເສີມການລົງທຶນຂອງ ສປປ ລາວ ໃນເງື່ອນໄຂໃໝ່ ແລະ ຮັບຟັງການສະເໜີຄວາມຕ້ອງການ ແລະ ຈຸດປະສົງຕ່າງໆຂອງ ພາກທຸລະກິດ ບຣູໄນ ເພື່ອເປັນບ່ອນອີງໃຫ້ແກ່ລັດຖະບານໃນການຄົ້ນຄວ້າວາງນະໂຍບາຍ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນຂອງພາກເອກະຊົນ ໃຫ້ນັບມື້ນັບດີຂຶ້ນ. ພ້ອມດຽວກັນນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍ່ໄດ້ຍົກໃຫ້ເຫັນເຖິງຄວາມພະຍາມຂອງ ສປປ ລາວ ໃນການຟື້ນຟູສະພາບເສດຖະກິດ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ພ້ອມທັງຍົກໃຫ້ເຫັນເຖິງທ່າແຮງບົ່ມຊ້ອນຂອງ ສປປ ລາວ ລວມທັງສິ່ງອໍານວຍຄວາມສະດວກຕ່າງໆເພື່ອດຶງດູດການລົງທຶນຈາກທຸກພາກສ່ວນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນນະໂຍບາຍສົ່ງເສີມການລົງທຶນໃນຂະແໜງກະສິກໍາສະອາດ, ອຸດສາຫະກໍາປຸງແຕ່ງ, ການທ່ອງທ່ຽວວັດທະນະທໍາ-ອະນຸລັກທໍາມະຊາດ ແລະ ການພັດທະນາຂະແໜງພະລັງງານ.

ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຍົກໃຫ້ເຫັນອີກວ່າ ຕະຫຼອດໄລຍະເກືອບ 3 ທົດສະວັດ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆມາ, ສອງປະເທດ ລາວ-ບຣູໄນ ໄດ້ມີການແລກປ່ຽນການຢ້ຽມຢາມລະຫວ່າງການນໍາຂັ້ນສູງໃນລະດັບຕ່າງໆຢ່າງເປັນປົກກະຕິ ອັນເປັນພື້ນຖານໃຫ້ແກ່ການຮັດແໜ້ນສາຍພົວພັນທີ່ດີງາມ ແລະ ເສີມຂະຫຍາຍການຮ່ວມມືໃຫ້ກວ້າງຂວາງຍິ່ງໆຂຶ້ນໃນຫຼາຍຂົງເຂດ ເປັນຕົ້ນແມ່ນທາງດ້ານການເມືອງ, ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ເວົ້າສະເພາະການຮ່ວມມືໃນຂົງເຂດເສດຖະກິດ ເຖິງແມ່ນວ່າການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃນໄລຍະຜ່ານມາຍັງບໍ່ທັນຕອບສະໜອງຕາມທ່າແຮງບົ່ມຊ້ອນຂອງທັງສອງປະເທດກໍ່ຕາມ, ແຕ່ໃນຕໍ່ໜ້າລັດຖະບານຂອງທັງສອງປະເທດ ຈະຕ້ອງສືບຕໍ່ອໍານວຍຄວາມສະດວກ ແລະ ສ້າງກາລະໂອກາດໃຫ້ຂະແໜງການທີ່ເປັນທ່າແຮງ ຂອງທັງສອງປະເທດ, ເຊິ່ງເປີດກວ້າງການຮ່ວມມືກັນໃຫ້ເກີດດອກອອກຜົນເປັນຮູບປະທໍາກວ່າເກົ່າ, ເປັນຕົ້ນແມ່ນຂະແໜງກະສິກໍາ ແລະ ພະລັງງານໄຟຟ້າສະອາດ ທີ່ ສປປ ລາວ ມີທ່າແຮງໃນດ້ານການຜະລິດເປັນສິນຄ້າສົ່ງອອກ ແລະ ທາງ ບຣູໄນ  ກໍ່ມີທ່າແຮງ ດ້ານຂະແໜງພະລັງງານ ໂດຍສະເພາະນໍ້າມັນ ແລະ ອາຍແກັດ. ພ້ອມນັ້ນ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງໃຫ້ບັນດານັກທຸລະກິດຂອງທັງສອງປະເທດ ໃຫ້ມີການແລກປ່ຽນ ແລະ ພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໃນຂະແໜງການທີ່ຕົນມີທ່າແຮງ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ທັງສອງປະເທດ ລາວ-ບຣູໄນ.

ໃນໂອກາດດຽວກັນນີ້, ໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງ ບຣູໄນ ດາຣູຊາລາມ ເພື່ອກໍານົດຂົງເຂດຂະແໜງການບູລິມະສິດທີ່ມີທ່າແຮງເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມທຸລະກິດ ແລະ ການລົງທຶນໃນຕໍ່ໜ້າ. ພ້ອມນີ້ ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ໄດ້ນໍາສະເໜີບົດກ່ຽວກັບນະໂຍບາຍໃນການສົ່ງເສີມການລົງທຶນພາກເອກະຊົນ ແລະ ກາລະໂອກາດໃນການລົງທຶນຕາມຂະແໜງການທີ່ເປັນທ່າແຮງຂອງ ສປປ ລາວ ເພື່ອໃຫ້ພາກທຸລະກິດຂອງປະເທດບຣູໄນ ດາຣູຊາລາມ ໄດ້ຮັບຮູ້ ແລະ ສຶກສາເບື້້ອງຕົ້ນກ່ຽວກັບນະໂຍບາຍ ແລະ ລະບຽບການກ່ຽວຂ້ອງ ເຊັ່ນ: ຂັ້ນຕອນການອະນຸມັດການລົງທຶນ,  ນະໂຍບາຍສົ່ງສີມຕາມຂະ   ແໜງການທີ່ໄດ້ຮັບການສົ່ງເສີມຈາກລັັດຖະບານລາວ, ການລົງທຶນໃນເຂດເສດຖະກິດພິເສດ, ກິດຈະການທົ່ວໄປ ໂດຍສະເພາະຂະແໜງກະສິກໍາສະອາດ, ພະລັງງານທົດແທນ, ການບໍລິການ ແລະ ການທ່ອງທ່ຽວ ເປັນຕົ້ນ. ຊຶ່ງພາກທຸລະກິດຂອງບຣູໄນ ດາຣູຊາລາມ ແມ່ນມີຄວາມສົນໃຈໃນຂົງເຂດການເງີນ-ທະນາຄານ ຊຶ່ງຈະເປັນຂະແໜງໜຶ່ງທີ່ອໍານວຍຄວາມສະດວກໃຫ້ແກ່ການລົງທຶນຈາກປະເທດບຣູໄນ ດາຣູຊາລາມ ໃນອະນາຄົດ. ກອງປະຊຸມດັ່ງກ່າວໄດ້ສໍາເລັດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.