English | ລາວ
ການຂໍອະນຸຍາດສ້າງຕັ້ງຫ້ອງການຜູ້ຕາງຫນ້າ
(ມາດຕາ 47 ກົດຫມາຍສົ່ງ ເສີມການລົງທຶນ 2009)
ກ. ເງື່ອນໄຂຂອງການສ້າງຕັ້ງຫ້ອງການຜູ້ຕາງຫນ້າ.
ຫມາຍເຫດ: ຫ້ອງການຜູ້ຕາງຫນ້າບໍ່ມີສິດດໍາເນີນທຸລະກິດໃນທຸກໆຮູບແບບ, ບໍ່ວ່າການລົງທຶນ, ການຄ້າ ແລະ ການບໍລິການ (ມາດຕາ 30 ຂອງດຳລັດຈັດຕັ້ງປະຕິບັດກົດຫມາຍສະບັບເລກທີ 119/ນຍ, ລົງວັນທີ 20 ເມສາ 2011).
ຂ. ເອກະສານປະກອບໃນການຍື່ນຄຳຮ້ອງຂໍສ້າງຕັ້ງຫ້ອງການຜູ້ຕາງຫນ້າ.
*ຂໍ້ 6-9 ແມ່ນຕ້ອງການເພື່ອຍື່ນເອົາເລກປະຈຳຕົວຜູ້ເສຍອາກອນ.
- ເອກະສານປະກອບທັງໝົດ 5 ຊຸດ.
ຄ. ເອກະສານປະກອບຂໍຮັບຮອງກົດລະບຽບຫ້ອງການຜູ້ຕາງຫນ້າ
- ເອກະສານຂໍຮັບຮອງກົດລະບຽບ ຈຳນວນ 5 ຊຸດ.
ຂັ້ນຕອນການສ້າງຕັ້ງຫ້ອງການຜູ້ຕາງໜ້າຢູ່ ສປປ ລາວ
1. ຜູ້ລົງທຶນ ປະກອບແບບຄຳຮ້ອງຄົບຊຸດ ແລ້ວຍື່ນຜ່ານ ຫປດ ກົມສົ່ງເສີມການລົທຶນ;
2. ຂໍຄຳເຫັນນຳກົມ 203 ກະຊວງປ້ອງກັນຄວາມສະຫງົບ;
3. ຮ່າງແບບໃບທະບຽນຫ້ອງການຜູ້ຕາງຫນ້າ ເພື່ອນຳໄປເປັນເອກະສານປະກອບໃນການຮັບຮອງກົດລະບຽບ ແລະ ຂໍເລກປະຈຳຕົວຜູ້ເສຍອາກອນ;
4. ຜູ້ລົງທຶນຕ້ອງປະກອບແບບຟອມກົດລະບຽບຂອງກະຊວງ ຜທ ເພື່ອຮັບຮອງກົດລະບຽບບໍລິສັດ (5 ສະບັບ) ໂດຍຕ້ອງມີຄຳເຫັນຈາກ ປກສ ມາກ່ອນ ແລະ ຮ່າງແບບໃບທະບຽນຫ້ອງການຜູ້ຕາງຫນ້າ ຕິດຄັດພ້ອມ;
5. ຫ້ອງການປະຕູດຽວ ເຮັດສະໂນດນຳສົ່ງຂໍເລກປະຈໍຳຕົວຜູ້ເສຍອາກອນ 12 ຕົວເລກ (ກົມສ່ວຍສາອາກອນ) ແລະ ສົ່ງມອບໃຫ້ ຫປດ ກະຊວງ ຜທ ໂດຍມີຂັ້ນຕອນດັ່ງນີ້:
1) ຜູ້ລົງທຶນຕ້ອງໄດ້ຈົດທະບຽນຊັບສິນບໍລິສັດ ນຳກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນ (ໂດຍການປະສານສົມທົບກັບວິຊາການ ຫປດ);
2) ຍື່ນແບບຟອມກັບພະແນກສ່ວຍສາອາກອນແຂວງ/ນະຄອນຫລວງ ພ້ອມໄດ້ຮັບເລກປະຈຳຕົວຜູ້ເສຍອາກອນ 9 ຕົວເລກ (ຂັ້ນທ້ອງຖິ່ນເປັນຜູ້ຄຸ້ມຄອງ) ແລະ ເສຍຄ່າທຳນຽມ (ອັດຕາຄ່າທຳນຽມໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ I);
3) ຫລັງຈາກນັ້ນ ຍື່ນເອກະສານທັງໝົດ ກັບກົມສ່ວຍສາອາກອນ ກະຊວງການເງິນເພື່ອເພື່ອຂໍເອົາເລກປະຈຳຕົວຜູ້ເສຍອາກອນ 12 ຕົວເລກ.
6. ກລທ (ພະແນກຄົ້ນຄວ້າວິໄຈໂຄງການ) ອອກໃບທະບຽນຫ້ອງການຜູ້ຕາງໜ້າ (ກຳນົດເລກປະຈຳຕົວຜູ້ເສຍອາກອນໃສ່ໃນໃບດຽວກັນ) ແລະ ຫປດ ມອບໃບທະບຽນຫ້ອງການຜູ້ຕາງໜ້າໃຫ້ຜູ້ລົງທຶນ;
Copyright © 2014 Investment Promotion Department, Vientiane Capital, Laos PDR